ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ຕ້ອນຮັບ ​ປະທານາທິບໍດີ​ ໄນ​ເຈີ​ເຣຍ ທ່ານ Buhani


ທ່ານ​ ​ໂອ​ບາ​ມາ ພົບປະກັບ ທ່ານ Muhammadu Buhari (ຊ້າຍ) ທີ່ທຳນຽບຂາວ, ວໍຊີງຕັນ 20 ກໍລະກົດ 2015.
ທ່ານ​ ​ໂອ​ບາ​ມາ ພົບປະກັບ ທ່ານ Muhammadu Buhari (ຊ້າຍ) ທີ່ທຳນຽບຂາວ, ວໍຊີງຕັນ 20 ກໍລະກົດ 2015.

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John
Kerry ຕ້ອນຮັບ​ປະທານາ ທິບໍດີ​ໄນ​ເຈີ​ເຣຍ ທ່ານ Muhammadu
Buhani ​ທີ່​ກະຊວງ​ການ​ຕ່າງປະ​ເທດ ໃນ​ວັນ​ອັງ ຄານ​ມື້​ນີ້ ​
ໃນ​ຂະນະ​ທີ່ີທ່ານ​ສືບຕໍ່ການ​ຢ້ຽມຢາມ​ສະຫະລັດ​ເປັນ​ເວລາ 4 ມື້​.

​ໃນ​ວັນ​ຈັນ​ວານ​ນີ້ ຜູ້ນຳ​ຂອງໄນ​ເຈີ​ເຣຍ ​ໄດ້​ພົບ​ປະ​ກັບປະທານາ
ທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ທີ່​ທຳນຽບຂາວ ​ເພື່ອ​ປຶກສາ​ຫາລື​ເລື້ອງ​ໄພ​ຂົ່ມຂູ່​ຈາກກຸ່ມ​ຫົວຮຸນແຮງ Boko Haram ​ແລະ​ບັນຫາ​ສຳຄັນ​ອື່ນໆ​ນຳ.

ທ່ານ​ ​ໂອ​ບາ​ມາ ​ໄດ້​ກ່າວ​ຍ້ອງຍໍ​ສັນລະ​ເສີນ​ການ​ເລືອກ​ຕັ້ງ ຫວ່າງ​ໄວໆ​ມາ​ນີ້ຂອງໄນ​ເຈີ​ເຣຍ ຊຶ່ງ​ເປັນຂີດໝາຍການ​ມອບ​ໂອນ​ອຳນາດ​ແບບ​ປະຊາທິປະໄຕຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່ການ​ປົກ ຄອງ​ໂດຍ​ທະຫານ ສິ້ນສຸດລົງໃນ​ປີ 1999 ​ເປັນ​ຕົ້ນ​ມາ.

ທ່ານ​ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ: “ພວກ​ເຮົາ​ໄດ້​ເຫັນ​ການ​ເລືອກ​ຕັ້ງ ຊຶ່ງ​ມັນເປັນ​ການ​ມອບ​ໂອນ​ອຳນາດ​ຢ່າງ​ສັນຕິ ​ໃຫ້​ແກ່​ທາງ​ລັດຖະບານ​ຊຸດໃໝ່. ມັນ​ເປັນ​ການ​ຢັ້ງຢືນ​ເຖິງ​ການ​ທີ່ໄນ​ຈີ​ເຣຍ ມຸ້ງ​ໝັ້ນ​ຕໍ່ການ​ມີ​ປະຊາທິປະໄຕ.”

ທ່ານໄດ້​ກ່າວ​ເພີ້​ມຕື່ມ​ວ່າ ທ່າ​ນ​ເປັນ​ຫວ່ງ​ເປັນໃຍ​ເຖິງ​ການ​ໂຈມ​ຕີ ຂອງ​ກຸ່ມ Boko Haramພ້ອມ​ນີ້ ທ່ານ​ຍັງ​ເຊື່​ອໝັ້ນ​ວ່າປະທານາທິບໍດີ Buhani ມີ​ແຜນການ​ທີ່ຈະແຈ້ງໃນ​ການ​ເອົາ​ຊະນະ​ກຸ່ມ​ດັ່ງກ່າວ​ນີ້​ ແລະ​ການ​ກຳຈັດ​ການສໍ້​ລາດ​ບັງ​ຫຼວງ ທີ່​ເຮັດ​ໃຫ້​ເສດຖະກິດ​ຂອງ​ປະ​ເທດຖອຍຫຼັງນັ້ນ.

ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ທ່ານ​ຍິນ​ດີ​ທີ່​ຈະ​ປຶກສາ​ຫາລື ​ເລື້ອງ​ທີ່​ສະຫະລັດ​ແລະ​ໄນ​ເຈີ​ເຣຍ
ຈະ​ຮ່ວມ​ມືກັນ​ຢ່າງໃດ ​ໃນ​ການ​ຮັບ​ມື​ກັບ​ພວກ​ກໍ່​ການ​ຮ້າຍນັ້ນ.

ການມາ​ຢ້ຽມຢາມ​ສະຫະລັດ​ເປັນ​ເວລາ 4 ມື້ນີ້ ​ແມ່ນການຢ້ຽມຢາມວໍຊິງຕັນ​ຄັ້ງ​ທຳ​ອິດຂອງ​ທ່ານ Buhari. ນັບ​ຕັ້ງແຕ່ທ່ານ​ເຂົ້າຮັບຕຳແໜ່ງ ໃນ​ເດືອນ​ພຶດສະພາ ຜ່ານ​ມາ​ນີ້ ​ຊຶ່ງເປັນ ​ການ​ມອບ​ໂອນ​ອຳ​ນາດ​ຢ່າງ​ສັນຕິ ທີ່​ບໍ່​ຄ່ອຍໄດ້ເຫັນກັນນັ້ນ.

XS
SM
MD
LG