ປະທານາທິບໍດີໄນຈີເຣຍ ໃນທີ່ສຸດໄດ້ເວົ້າອອກມາຈາກຄວາມມິດງຽບ ກ່ຽວກັບການ
ຕາຍຂອງທະຫານຫຼາຍສິບຄົນ ທີ່ຖືກສັງຫານໂດຍພວກຫົວຮຸນແຮງລັດອິສລາມເມື່ອ
ອາທິດແລ້ວນີ້ ຢູ່ທາງພາກຕາເວັນອອກສຽງເໜືອຂອງລັດບອກໂນ.
ຫ້ອງການຂອງປະທານາທິບໍດີມູຮຳມາດູ ບູຮາຣີ ໄດ້ອອກຖະແຫຼງການໃນວັນເສົາວານ
ນີ້ ກ່າວວ່າ ທ່ານໄດ້ “ສະແດງຄວາມເສົ້າສະຫລົດໃຈຢ່າງເລິກເຊີ້ງກ່ຽວກັບການເສຍຊີ
ວິດຂອງທະຫານ.”
“ມາດຕະການອັນກະທັນຫັນກຳລັງເອົາບາດກ້າວເພື່ອສ້າງຄວາມແນໃຈວ່າສ່ອງຫວ່າງ
ນຳໄປສູ່ຄວາມສະດວກດັ່ງກ່າວໄດ້ຖືກກີດກັ້ນໂດຍຕະຫຼອດ ອີງຕາມຖະແຫຼງການທີ່
ວ່ານັ້ນ.
ໄດ້ມີລາຍງານວ່າຢ່າງໜ້ອຍທະຫານຢ່າງໜ້ອຍ 40 ຄົນໄດ້ລາຍງານວ່າເສຍຊີວິດໃນ
ວັນທີ 18 ເດືອນພະຈິກ ຢູ່ຄ້າຍທະຫານໃນໜູ່ບ້ານເມເຕລີ. ເຖິງຢ່າງໃດກໍດີ ແຫຼ່ງຂ່າວ
ດ້ານຄວາມປອດໄພໄດ້ບອກຂ່າວສານຮອຍເຕີວ່າ ທະຫານໄນຈີເຣຍ 100 ຄົນໄດ້ຖືກ
ຂ້າຕາຍໃນການໂຈມຕີທີ່ເຂົາເຈົ້າເວົ້າວ່າແມ່ນລັດິສລາມໃນພາກຕາເວັນຕົກຂອງ
ອາຟຣິກາ.