ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທະຫານ ປະເທດຊາດ ແລະໄນເຈີ ຊ່ວຍໄນ​ຈີ​ເຣຍ ປາບພວກໂບ​ໂກ ຮາຣຳ


ພວກທະຫານຂອງປະເທດຊາດ ຂີ່ລົດຈັກ ລາດຕະເວນ ໃນໝູ່ບ້ານ N'Gouboua ຢູ່ຕາມແຄມທະເລສາບ ຊາດ, ວັນພະຫັດທີ 5 ມີນາ 2015.
ພວກທະຫານຂອງປະເທດຊາດ ຂີ່ລົດຈັກ ລາດຕະເວນ ໃນໝູ່ບ້ານ N'Gouboua ຢູ່ຕາມແຄມທະເລສາບ ຊາດ, ວັນພະຫັດທີ 5 ມີນາ 2015.

ເຈົ້າໜ້າ​ທີ່ທະຫານ​ອາວຸ​ໂສຄົນ​ໜຶ່ງຂອງ​ໄນ​ຈີ​ເຣຍ ກ່າວໃນວັນ​ຈັນ
​ມື້​ນີ້ວ່າ ການ​ບຸກ​ໂຈມ​ຕີ​ຮ່ວມກັນ​ ລະຫວ່າງປະ​ເທດ​ເພື່ອນ​ບ້ານ
ຊາດ ​ແລະ ​ໄນ​ເຈີ ທີ່​ແນ​ໃສ່​ພວກ​ຫົວ​ຮຸນ​ແຮງ ໂບ​ໂກ ຮາຣຳ ຢູ່​ທາງ
​ຕາ​ເວັນ​ອອກສຽງ​ເໜືອ ຂອງ​ໄນ​ຈີ​ເຣຍນັ້ນ ​ແມ່ນ “ສອດຄ່ອງ​ກັບ
​ຄວາມ​ເຂົ້າ​ໃຈທີ່​ວ່າ ບໍ່ຄວນ​ຈະປ່ອຍ​ໃຫ້ມີ​ແຫ່ງ​ຫົນ​ໃດ ເປັນ​
ບ່ອນ​ຫລົບ​ລີ້​ຂອງ​ພວກ​ກໍ່​ການ​ຮ້າຍ.”

ພົນ​ຕີ Chris Olukolade ​ກ່າວ​ຕໍ່​ວີ​ໂອ​ເອວ່າ “ພວກ​ເຮົາ​ເຊື່ອ​ວ່າ
ສິ່ງ​ໃດ​ກໍ​ຕາມ​ທີ່​ກຳລັງ​ດຳ​ເນີນ​ໄປ​ຢູ່​ໃນ​ເຂດ​ນັ້ນ ແມ່ນເປັນ
ການ​ປະສານ​ສົມ ທົບ​ກັນ ​ແລະສອດຄ່ອງ​ກັບ​ສິ່ງທີ່​ພວກ​ເຮົາ​
ກຳລັງເຮັດ​ຢູ່ທີ່​ນີ້ ​ເພື່ອ​ຂັບ​ໄລ່​ພວກ​ກໍ່​ການ​ຮ້າຍ ອອກ​ໄປ​
ໃຫ້​ໝົດນັ້ນ.”

ກອງ​ທະຫານ​ຈາກ​ປະ​ເທດຊາດ ​ແລະ ​ໄນ​ເຈີ ​ໄດ້​ເປີດ​ສາກ​ບຸກ​ໂຈມ​ຕີ ​ໃນ​ຕອນ​ເຊົ້າວັນ​ອາທິດ​ວານ​ນີ້ ​ໃນ​ລັດ Borno ຂອງ​ໄນ​ຈີ​ເຣຍ ບ່ອນ​ທີ່​ພວກ​ໂບ​ໂກ ຮາຣຳ ​ໄດ້​ຍຶດ​ເອົາ​ເນື້ອທີ່​ອັນ​ກ້ວາງ​ຂວາງ ​ເຖິງ​ແມ່ນ​ວ່າ​ລັດຖະບານ​ປະກາດ​ພາວະ​ສຸກ​ເສີນ​ໃນ​ລັດ​ດັ່ງກ່າວ​ ​ເພື່ອ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ກໍ​ຕາມ.

ການ​ກົດ​ດັນ​ບັ້ນ​ໃໝ່​ໄດ້​ເລີ້ມ​ຕົ້ນຂຶ້ນໜຶ່ງມື້ ຫຼັງຈາກ​ທີ່​ຜູ້ນຳ​ໂບ​ໂກ ຮາຣຳ ນາຍ Abubakar Shekau ປະກາດມອບ​ຄວາມ​ຈົງ​ຮັກ​ພັກດີຕໍ່ພວກ​ລັດ​ອິສລາມ ຊຶ່ງ​ເປັນ​ອີກ​ກຸ່ມ​ໜຶ່ງ​ທີ່​ປະຕິບັດ​ການຕາມ ການຕີ​ຄວາມ​ໝາຍຂອງຄຳ​ພີ ຄໍຣານ ຢ່າງເຂັ້ມ​ງວດ​ທີ່​ສຸດ.

ທ່ານ Olukolade ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວນັ້ນ ຈະບໍ່​ສົ່ງ​ຜົນ​ກະທົບຕໍ່​ຄວາມ​ພະຍາ
ຍາມຂອງ​ກອງທັບ​ໄນ​ຈີ​ເຣຍ ​ໃນ​ການ​ຕໍ່ຕ້ານ​ພວກ ​ໂບ​ໂກ ຮາຣຳ.

ກອງ​ທັບ​ໄນ​ຈີ​ເຣຍກຳລັງ​ພະຍາຍາມ​ເຂົ້າ​ຕີ​ເອົາ ​ເນື້ອທີ່​ໆພວກໂບ​ໂກ ຮາຣຳ ຄວບ​ຄຸມ​ຢູ່​ນັ້ນ
ຄືນ​ມາ ​ເພື່ອອຳນວຍ​ໃຫ້​ລັດຖະບານສາມາດ ຈັດການ​ເລືອກ​ຕັ້ງປະທານາທິບໍດີ ​ແລະ
ສະພາ​ແຫ່ງ​ຊາດ ຊຶ່ງໃນ​ຂັ້ນຕົ້ນ ​ໄດ້​ກຳນົດ​ໃຫ້​ມີ​ຂຶ້ນ​ເມື່ອ​ເດືອນ​ແລ້ວ​ນີ້ ແຕ່ໄດ້​ຖືກ​ເລື່ອນ​
ອອກ​ໄປ ຈົນ​ຮອດ​ວັນ​ທີ 28 ມີນາ ຈະ​ມາ​ເຖິງນີ້.

ພວກ​ໂບ​ໂກ ຮາຣຳ ​ໄດ້ຖືກ​ຖິ້ມ​ໂທດ​ໃສ່ ວ່າ​ເປັນ​ຜູ້​ກໍ່ການ​ສູນ​ເສຍ​ຊີວິດ ຂອງຫຼາຍພັນ​ຄົນ
ຢູ່​ໄນ​ຈີ​ເຣຍ ນັບ​ຕັ້ງ​ແຕ່ ພວກ​ເຂົາໄດ້​ເປີດ​ສາກການກໍ່​ກະບົດ ໃນ​ປີ 2009 ​ເປັນຕົ້ນມາ​.

XS
SM
MD
LG