ກອງທັບໄນຈີເຣຍກ່າວວ່າ ຫລາຍກວ່າ 700 ຄົນທີ່ຖືກລັກພາໂຕໄປໂດຍ ກຸ່ມຫົວຮຸນ
ແຮງໂບໂກຮາຣາມ ໄດ້ພາກັນຫລົບໜີຈາກບ່ອນກັກຂັງຢູ່ໃນພາກຕາເວັນອອກສຽງ
ເໜືອຂອງປະເທດ. ໂຄສົກທະຫານ ພັນເອກ ທິໂມທີ ອັນຕິກາ ກ່າວວ່າ ຜູ້ທີ່ຖືກລັກພາໂຕໄປທີ່ໄດ້ຫຼົບໜີ ໄດ້ໃຫ້ບ່ອນຢູ່ອາໄສຢູ່ໃນຄ້າຍທະຫານ ຢູ່ທາງພາກຕາເວັນ
ອອກ ສຽງເໜືອຂອງເມືອງມັງກູໂນ ລັດບອກໂນ. ທ່ານອັນຕິກາ ບໍ່ໄດ້ກ່າວເຖິງໄລຍະ
ເວລາທີ່ພວກກັກຂັງໄດ້ຫລົບໜີ ຫລືຢູ່ບ່ອນໃດ ຫລືວ່າຍັງຢູ່ໃນຄ້າຍທະຫານຫຼືບໍ່. ບໍ່
ໄດ້ມີການຢັ້ງຢືນອ້າງອີງຂອງທະຫານແຕ່ຢ່າງໃດ.
ຢູ່ໃນຖະແຫລງການ ທ່ານອັນຕິກາ ກ່າວວ່າ ພວກຖືກລັກພາໂຕໄປ ຮວມທັງພວກຜູ້
ຊາຍ ແມ່ຍິງ ແລະເດັກນ້ອຍ ແລະທ່ານກ່າວວ່າ ສ່ວນໃຫຍ່ຖືກບັງຄັບໃຫ້ເຮັດວຽກ
ອອກແຮງງານຢູ່ສວນປູກຝັງ ໂດຍພວກກະບົດ ຢູ່ຕາມເກາະຕ່າງໆໃນເກາະ ດອນ ທີ່
ພວກຫົວຮຸນແຮງພາກັນລີ້ຊ່ອນຂອງເຂົາ.
ໂຄສົກກ່າວວ່າການຫລົບໜີຂອງພວກຖືກກັກຂັງ ໄດ້ພົວພັນກັບການປະຕິບັດງານທາງ
ທະຫານຫວ່າງມໍ໋ໆມານີ້ ຕ້ານພວກຫົວຮຸນແຮງ ມີຊື່ວ່າ ດິບ ພັນຈ໌ ສອງ. ທ່ານກ່າວວ່າ
ການປະຕິບັດງານໄດ້ແນໃສ່ “ການທຳລາຍທີ່ຢູ່ ແລະຈຸດຕ່າງໆຂອງ ໂບໂກ ຮາຣໍາ ເຊັ່ນ
ວ່າບັນດາສູນກາງສື່ສານ ບ່ອນຕົວະຍົວະ ອຸບປະກອນເຮັດລະເບີດ ຍານພາຫານະ ແລະຈຸດປະສົງໃຊ້ສອຍອື່ນໆ.” ຢູ່ໃນຖະແຫລງການປີໃໝ່ ປະທານາທິບໍດີໄນຈີເຣຍ ທ່ານມູຮໍາ
ມາດູ ບູຮາຣີ ກ່າວວ່າ ໂບໂກຮາຣາມ ໄດ້ຖືກທຳລາຍ.
ໂບໂກຣາຣາມ ໄດ້ສັງຫານປະມານ 20,000 ຄົນໃນໄລນະຍາວແປດປີຂອງການ ເປັນ
ກະບົດ ທີ່ໄດ້ແນໃສ່ພາກສ່ວນຂອງໄນຈີເຣຍເຂົ້າສູ່ຄວາມຈົງຮັກພັກດີຂອງລັດອິສລາມ.
ຕຳຫລວດ ພົນລະເຮືອນ ໂບດຕ່າງໆ ແລະວັດມຸສລິິມ ໄດ້ຮວມຢູ່ເປົ້າໝາຍການໂຈມຕີ.
ວັນຈັນແລ້ວນີ້ ໃນວັນຄຣິສມັສ ພວກທະຫານໄນຈີເຣຍກ່າວວ່າເຂົາເຈົ້າໄດ້ຂັບໄລ່ຄວາມ
ພະຍາຍາມໂຈມຕີກໍ່ການຮ້າຍ ທີ່ສົງໄສວ່າເປັນພວກຫວົຮຸນແຮງໂບໂກຮາຣໍາຢູ່ໃນເມືອງ
ແມດູກູຣີ.
ພວກເຈົ້າໜ້າທີ່ທະຫານບໍ່ໄດ້ໃຫ້ລາຍລະອຽດວ່າມີຫຍັງເກີດຂຶຶ້ນ.
ແຕ່ຜູ້ນຳທະຫານບ້ານຄົນນຶ່ງກ່າວຕໍ່ອົງການຂ່າວຝຣັ່ງວ່າ ພວກຫົວຮຸນແຮງໄດ້ໃຊ້ການ
ຄູ້ມກັນຂອງຂະບວນລົດພົນລະເຮືອນ ເພື່ອເຂົ້າໄປຫາດ່ານກວດທະຫານ ຢູ່ນອກເມືອງ
ແລະໄດ້ເລີ້ມຍິງ.
ພວກທະຫານໄດ້ຕອບໂຕ້ດ້ວຍອາວຸດປືນຂອງເຂົາເຈົ້າ. ກຳລັງໜູນຫລັງຢູ່ໃນເມືອງແມດູ
ກູຣີ ໄດ້ຮີບຮ້ອນມາບ່ອນເກີດເຫດ ຂັບໄລ່ພວກກໍ່ການຮ້າຍ.