ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຊ່ວຍເຫຼືອ ໄນຈີເຣຍ ຊອກຫາ ພວກນັກຮຽນຍິງ ທີ່ຖືກ ລັກພາໂຕ (ວີດີໂອ)


ປະຊາຊົນ ໄນຈີເຣຍ ພາກັນເດີນຂະບວນ ຮຽກຮ້ອງໃຫ້ປ່ອຍ ບັນດານັກຮຽນຍິງ ທີ່ຖືກລັກພາໂຕ.
ປະຊາຊົນ ໄນຈີເຣຍ ພາກັນເດີນຂະບວນ ຮຽກຮ້ອງໃຫ້ປ່ອຍ ບັນດານັກຮຽນຍິງ ທີ່ຖືກລັກພາໂຕ.
ສະຫະລັດກຳລັງ​ໃຫ້ການ​ຊ່ວຍ​ເຫລືອ ໃນການຕໍ່ຕ້ານການ
ກໍ່​ການ​ຮ້າຍ ​ແກ່ໄນ​ຈີ​ເຣຍ ​ເພື່ອ​ຊອກ​ຫາ​ເດັກນ້ອຍຜູ້ຍິງ​
ຫລາຍ​ຮ້ອຍຄົນ ທີ່​ຖືກ​ລັກພາ​ໂຕ​ໄປ​ໃນ​ເດືອນ​ແລ້ວ​ນີ້ໂດຍ​
ກຸ່ມຫົວ​ຮຸນ​ແຮງອິສລາມ Boko Haram.

​ໂຄສົກ​ທຳ​ນຽບຂາວ ທ່ານ Jay Carney ກ່າວ​ໃນ​ວັນ​ຈັນ​
ວານ​ນີ້​ວ່າ ການ​ລັກ ພາ​ໂຕ “​ເປັນ​ໂສກ​ນາດຕະກຳ​ທີ່​ຮ້າຍ
ແຮງ" ​ແລະເຈົ້າໜ້າທີ່ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດສະ
ຫະລັດ ​ກຳລັງ​ຕິດ​ຕາມ​ເບິ່ງສະຖານະ​ການ​ຢ່າງ​ໃກ້​ຊິດ.

ທ່ານ Carney ກ່າວ​ວ່າ “ການ​ຊ່ວຍ​ເຫລືອ​ ເພື່ອຕໍ່ຕ້ານ​
ການ​ກໍ່ການ​ຮ້າຍຂອງ ພວກເຮົາ ​ແກ່ໄນ​ຈີ​ເຣຍ ​ແມ່ນແນໃສ່ການແບ່ງປັນຂໍ້ມູນຂ່າວ
ສານ ​ເພື່ອ​ປັບປຸງ​ ສະມັດ​ຖະພາບໃນດ້ານນິຕິເວດແລະການ​ສືບສວນຂອງໄນຈີເຣຍ.
ນອກ​ນັ້ນ​ຍັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ ​ໃນ​ການ​ປົກ​ປ້ອງ​ພົນລະ​ເຮືອນ ​ແລະ​ ໃຫ້ເປັນ
ທີ່ແນ່ ນອນ​ວ່າ ສິດທິມະນຸດໄດ້​ຮັບການ​ປົກ​ປ້ອງແລະມີການເຄົາລົບ​ນັບຖື. ພວກ​ເຮົາ
ກຳລັງ​ປະຕິບັດ​ງານຮ່ວມ​ກັບລັດຖະບານ​ໄນ​ຈີ​ເຣຍ ​ເພື່ອເສີມຂະຫຍາຍລະບົບ​ຍຸຕິ​ທຳ
ໃນດ້ານອາຍາແລະ​ເພີ້​ມຄວາມ​ໝັ້ນ​ໃຈ​ຕໍ່ລັດຖະບານ​ໂດຍ​ການໃຫ້ຄວາມ ສະໜັບ
ສະໜຸນ ​ຕໍ່ການດຳເນີນ​ຄວາມ​ພະຍາຍາມ ເພື່ອນຳເອົາພວກ​ທີ່ກໍ່ຄວາມ ຮຸນແຮງ​ມາ
ລົງໂທດ​.”

ພວກ​ມື​ປືນ ​ໄດ້​ລັກພາໂຕ​ພວກ​ເດັກນ້ອຍ​ຜູ້ຍິງ​ຈາກໂຮງຮຽນແຫ່ງນຶ່ງ ​ໃນ​ເມືອງ
Chibok ລັດ Borno ​ເມື່ອ​ວັນ​ທີ 4 ​ເດືອນ​ເມສາຜ່ານມາ. ພວກ​ເຈົ້າ​ໜ້າ​ທີ່ໄນ ຈີ​ເຣຍ
ກ່າວວ່າ ຈຳນວນ​ນຶ່ງ​ໄດ້​ພາກັນ​ຫລົບໜີ ​ແຕ່​ວ່າ 276 ຄົນ​ຍັງ​ຫາຍ​ສາບ ສູນຢູ່.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ທ່ານ​ນາງ Marie Harf ກ່າວ​ວ່າ ທ່ານ​
ນາງບໍ່ຄ​າດວ່າມີ ຈະມີການນຳໃຊ້ຊັບພະ​ຍາກ​ອນທາງ​ທະຫານຂອງສະຫະ ລັດ ໃນ​
ການ​ຊອກ​ຫາດັ່ງກ່າວນີ້ແຕ່ຢ່າງໃດ. ທ່ານ​ນາງ ຍັງ​ກ່າວ​ເຖິງ​ການ​ຈັບ​ກຸມ​ໃນ​ຕອນ​ແລງ​
ວັນ​ອາທິດຜ່ານມາ ຂອງ​ຜູ້ນຳໃນ​ການ​ປະ​ທ້ວງ​ ເພຶ່ອບັງ​ຄັບ​ໃຫ້ລັດ ຖະບານ ໄນ​ຈີ​ເຣຍ
ຊອກ​ຫາ​ພວກ​ເດັກນ້ອຍ​ຜູ້ຍິງເຫຼົ່ານີ້.

ກຸ່ມ Boko Haram ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບໃນ​ການ​ລັກພາ​ໂຕດັ່ງກ່າວ ຢູ່ໃນ
ວີດີໂອ ທີ່​ໃຊ້​ພາສາ Hausa ຊຶ່ງ​ໄດ້​ຖືກສົ່ງໃຫ້​ອົງການ​ຂ່າວ​ຕ່າງໆ​ໃນ​ວັນ​ຈັນ​ວານ​ນີ້.
ຢູ່​ໃນວີ​ດີ​ໂອນັ້ນ ຜູ້ນຳຂອງກຸ່ມ Boko Haram ທ້າວ Abubakar Shekau ກ່າວ​ວ່າ
“ຂ້າພະ​ເຈົ້າ ​ເປັນ​ຜູ້​ລັກພາ​ໂຕ​ລູກ​ສາວ​ຂອງ​ພວກ​ເຈົ້າ” ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ
“ຈະ​ນຳ​ເອົາພວກເຂົາໄປ​ຂາຍຢູ່ຕະຫລາດ.”
NIGERIA KIDNAPPINGS CNPK
please wait

No media source currently available

0:00 0:02:27 0:00
XS
SM
MD
LG