ຄະນະກຳມາທິການ ໄນຈີເຣຍ ໄດ້ພົບເຫັນວ່າທະຫານບົກໄດ້ຂ້າປະຊາຊົນ 348 ຄົນ ຈາກຊົນເຜົ່າກຸ່ມນ້ອຍທີ່ເປັນຊາວມຸສລິມນິກາຍ Shi’ite ໃນເດືອນທັນວ່າທີ່ຜ່ານມາ ແລະ ໄດ້ຮຽກຮ້ອງໃຫ້ມີການດຳເນີນຄະດີຕໍ່ຜູ້ທີ່ມີສ່ວນຮ່ວມນັ້ນ.
ການສອບສວນໃນບົດລາຍງານຂອງຕຸລາການ ທີ່ໄດ້ຖືກຕີພິມລົງໃນວັນຈັນວານນີ້ໄດ້ ກ່າວ ວ່າ “ທະຫານ ໄນຈີເຣຍ ໄດ້ໃຊ້ກຳລັງເກີນຂອບເຂດ.” ພວກເຂົາເຈົ້າກ່າວວ່າ ກອງທະຫານທີ່ໄດ້ເຂົ້າຮ່ວມໃນການໂຈມຕີທາງທະຫານ 3 ວັນໃນພາກເໜືອຂອງ ເມືອງ Zaria ຄວນຖືກລະບຸ “ດ້ວຍຂໍ້ຄິດເຫັນ ເພື່ອດຳເນີນຄະດີກັບພວກເຂົາ.”
ທະຫານ ໄນຈີເຣຍ ໄດ້ໂຈມຕີສຳນັກງານໃຫຍ່ຂອງຫົວໜ້າຊາວມຸສລິມນິກາຍ Shi’ite ທ່ານ Ibraheem Zakzaky ໃນເດືອນທັນວາທີ່ຜ່ານມາ, ເຊິ່ງກະຕຸ້ນໃຫ້ມີການປະທະກັນ 3 ວັນໃນຂົງເຂດດັ່ງກ່າວ. ນອກນັ້ນ ທະຫານຄົນໜຶ່ງຍັງຖືກຂ້າຕາຍເຊັ່ນກັນໃນຄວາມ ຮຸນແຮງນັ້ນ. ທ່ານ Zaksaky ແມ່ນໄດ້ຮັບບາດເຈັບໃນການບຸກໂຈມຕີດັ່ງກ່າວ ແລະ ໄດ້ຖືກກັກຂັງນັບຕັ້ງແຕ່ນັ້ນມາ.
ພວກທະຫານໄດ້ກ່າວຫາການເຄື່ອນໄຫວຂອງທ່ານ Zaksaky ກ່ຽວກັບ ການພະຍາຍາມ ຂ້າຫົວໜ້າທະຫານບົກຂອງ ໄນຈີເຣຍ.
ກຸ່ມຂອງທ່ານ Zaksaky ໄດ້ຮັບແຮງດົນໃຈມາຈາກການປະຕິວັດອິສລາມປີ 1979 ໃນ ປະເທດ ອີຣ່ານ. ບົດລາຍງານຂອງຄະນະກຳມາທິການ ໄດ້ສະແດງຄວາມເປັນຫ່ວງວ່າ ກຸ່ມຂອງທ່ານ Zaksaky ອາດໄດ້ຮັບການສະໜັບສະໜູນຈາກ ອີຣ່ານ ພ້ອມກັບກຸ່ມຫົວ ຮຸນແຮງ Hezbollah ຂອງປະເທດ ເລບານອນ.