ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານໄນຈີເຣຍ ສັງຫານ ພວກຫົວຕໍ່ສູ້ ຂອງກຸ່ມ Boko Haram 14 ຄົນ (ວີດິໂອ)


ຜູ້ຍິງຄົນນຶ່ງພະຍາຍາມຊອກເອົາ ສັນຍານໂທລະສັບລາວ ທີ່ເມືອງ Maiduguri ລຸນຫລັງທີ່ທະຫານປະກາດ ຫ້າມອອກເຮືອນ 24- ຊົ່ວໂມງ ຢູ່ສ່ວນໃຫຍ່ຂອງລັດ Borno ໃນວັນທີ 19 ພຶດສະພາ 2013.
ຜູ້ຍິງຄົນນຶ່ງພະຍາຍາມຊອກເອົາ ສັນຍານໂທລະສັບລາວ ທີ່ເມືອງ Maiduguri ລຸນຫລັງທີ່ທະຫານປະກາດ ຫ້າມອອກເຮືອນ 24- ຊົ່ວໂມງ ຢູ່ສ່ວນໃຫຍ່ຂອງລັດ Borno ໃນວັນທີ 19 ພຶດສະພາ 2013.
ກອງທັບໄນຈີເຣຍເວົ້າວ່າ ພວກເຂົາເຈົ້າໄດ້ສັງຫານສະມາ
ຊິກກຸ່ມຫົວຕໍ່ສູ້ຮຸນແຮງ Boko Haram 14 ຄົນ ແລະກໍໄດ້
ຈັບອີກ 20 ຄົນໃນວັນອາທິດວານນີ້ ໃນຂະນະທີ່ສືບ​ຕໍ່​ດໍາ
​ເນີນການ​ໂຈມ​ຕີ ​ເພື່ອປາບປາມຕໍ່ກຸ່ມດັ່ງກ່າວ ທີ່ມີການພົວ
ພັນກັບເຄືອຂ່າຍກໍ່ການຮ້າຍ al-Qaida ຢູ່ໃນເຂດພາກຕາ
ເວັນອອກສຽງເໜືອ ທີ່​ບໍ່​ສະຫງົບຂອງປະເທດ.

ໂຄສົກປະຈໍາກອງທັບ, ທ່ານາຍພົນ Chris Olukolade ເວົ້າວ່າ ທະຫານຂອງລັດຖະບານ 3 ຄົນ ກໍຖືກສັງຫານເຊັ່ນກັນ ໃນລະ
ຫວ່າງການສູ້ລົບກັນນັ້ນ. ການກໍ່ຄວາມຮຸນແຮງໄດ້ເພີ້ມທະວີຂຶ້ນ
ໃນອາທິດແລ້ວນີ້ ພ້ອມ​ກັບ​ອັນທີ່ທາງ​ກອງທັບເອີ້ນວ່າ ເປັນການ
ບຸກ​ໂຈມ​ຕີຄັ້ງໃຫຍ່ສຸດ ຕ້ານພວກຫົວຮຸນແຮງ ນັບແຕ່ເລີ້ມມີການກໍ່​ກະບົດ​ຂອງພວກ​ເຂົາ
ຂຶ້ນ ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ໃນປີ 2009 ເປັນຕົ້ນມາ.

ໂຄສົກບໍ່ໄດ້ເວົ້າໃຫ້ຮູ້ຢ່າງຈະແຈ້ງເຖິງບ່ອນທີ່ມີການຕໍ່ສູ້ກັນ ແຕ່ເວົ້າວ່າ ທະຫານລັດ
ຖະບານ ໄດ້ທໍາການສູ້ລົບກັບພວກຫົວຮຸນແຮງກຸ່ມໃຫຍ່ໆກຸ່ມນຶ່ງ ທີ່ປະກອບອາວຸດ
ຢ່າງໜັກ ຢູ່ໃນຂົງເຂດໃນໄລຍະສອງປີຜ່ານມາ.

ກຸ່ມຫົວຕໍ່ສູ້ຮຸນແຮງ Boko Haram ທີ່ຫາຊ່ອງທາງຈັດ​ຕັ້ງລັດອິສລາມຂຶ້ນ ໃນພາກ
ເໜືອຂອງໄນຈີເຣຍນັ້ນ ໄດ້ຖືກ​ກ່າວ​ຫາ​ວ່າມີສ່ວນພົວພັນກັບເຫດລະເບີດແລະການ
ສູ້ລົບກັນທີ່ຮ້າຍແຮງ ຢູ່ໃນເຂດພາກເໜືອ ຊຶ່ງລວມທັງການບຸກລຸກທີ່ຮ້າຍແຮງສອງ
ຄັ້ງ ຢູ່ສອງເມືອງ ໃນ ພາກເໜືອຂອງປະເທດ ໃນແປດອາທິດທີ່ຜ່ານມາ. ພວກເຈົ້າ
ໜ້າທີ່ ເວົ້າວ່າ ເກືອບຮອດ 250 ຄົນ ຖືກສັງຫານໃນການໂຈມຕີຕໍ່ເມືອງ Baga ແລະ Bama.

ວິດິໂອກ່ຽວກັບສະຖານນະການ ຢູ່ໄນຈີເຣຍ:

Nigeria Launches Jets and Helicopter Gunships Against Militants
please wait

No media source currently available

0:00 0:03:03 0:00
ລິງໂດຍກົງ
XS
SM
MD
LG