ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄນ​ເຈີ​ເຣຍ ບໍ່ຍອມ​ແລກ​ປ່ຽນ​ ນັກ​ໂທດ​ Boko Haram ​ກັບ ພວກນັກ​ຮຽນ ທີ່​ຖືກ​ລັກ​ພາ​ໂຕ (ວີດີໂອ)


Nigeria Violence CNPK
please wait
Embed

No media source currently available

0:00 0:02:16 0:00
ປະທານາທິບໍດີໄນ​ເຈີ​ເຣຍ ທ່ານ Goodluck Johnathan ​
ໄດ້​ປະຕິ​ເສດ​ທີ່ຈະປ່ອຍ​ພວກນັກ​ໂທດ​ ຂອງກຸ່ມ Boko Haram
​ເພື່ອ​ແລກປ່ຽນ ​ກັບການປ່ອຍ​ພວກ​ນັກຮຽນ​ຫຼາຍ​ກວ່າ 200 ຄົນ
ທີ່​ຖືກ​ກຸ່ມ​ອີສລາມ​ຫົວ​ຮຸນ​ແຮງ​ລັກ​ພາ​ຕົວ​ໄປ ​ໃນ​ເດືອນ​ແລ້ວ​ນັ້ນ
​ທາງ​ພາກ​ເໜືອ​ຂອງໄນ​ເຈີ​ເຣຍ.

ຫຼັງ​ຈາກໄດ້ພົບ​ປະກັນ​ໃນນະຄອນຫຼວງ Abuja ​ໃນວັນພຸດ​ວານ​ນີ້ ລັດຖະມົນຕີ​ອັງກິດ​ຮັບຜິດຊອບກ່ຽວກັບກິດຈະການ​ອາຟຣິກາ ທ່ານ Mark Simmonds ​ໄດ້​ກ່າວ ທ່ານ Johnathan ​ໄດ້ກ່າວຢ່າງເປັນການຈະແຈ້ງທີ່ສຸດວ່າ “ຈະ​ບໍ່​ມີ​ການ​ເຈລະຈາ​ຕໍ່​ຮອງ​ໃດໆ ກັບ​ກຸ່ມ Boko Haram ທີ່​ພົວພັນ​ກັບ​ ການ​ແລກ​ປ່ຽນ” ພວກ​ນັກຮຽນຍິງທີ່​ຖືກ​ລັກພາ​ຕົວ​ໄປນັ້ນ.
ລັດຖະມົນຕີ​ອັງກິດ​ ທ່ານ Mark Simmonds ກ່າວກັບນັກຂ່າວ ໃນນະຄອນ Abuja, Nigeria, 14 ພຶດສະພາ 2014.
ລັດຖະມົນຕີ​ອັງກິດ​ ທ່ານ Mark Simmonds ກ່າວກັບນັກຂ່າວ ໃນນະຄອນ Abuja, Nigeria, 14 ພຶດສະພາ 2014.

ກ່ອນ​ໜ້າ​ນີ້ ພວກ​ຊາວບ້ານ ​ໃນ​ແຂວງ Borno ຂອງໄນ​ເຈີ​ເຣຍ
ບ່ອນ​ທີ່​ພວກ​ນັກຮຽນ​ໄດ້ ຖືກ​ລັກພາ​ຕົວ​ໄປນັ້ນ ​ມີ​ລາຍ​ງານ​ວ່າ
​ໄດ້​ຕໍ່ສູ້​ກັບການ​ໂຈມ​ຕີ​ທີ່​ສົງໄສວ່າ ເປັນພວກຫົວ​ຮຸນ​ແຮງ Boko
Haram. ໜັງສືພິມ​ລາຍ​ວັນ Daily Trust ຂອງໄນ​ເຈີ​ເຣຍ
​ໄດ້​ອ້າງຄຳ​ເວົ້າ​ຂອງ​ສະມາຊິກ​ສະພາປະຈຳລັດ ​ໂດຍ​ກ່າວ​ວ່າ
ມີ​ພວກຫົວ​ຮຸນ​ແຮງປະມານ 200 ຄົນ ​ໄດ້​ຖືກ​ສັງຫານ​ ແລະ​ຈັບ
​ໄດ້​ອີກຫຼາຍ​ຄົນ.

ກຸ່ມປົກປ້ອງພົນລະເຮືອນ ​ໄດ້​ມີການສ້າງຕັ້ງຂຶ້ນ ​ໃນ​ທົ່ວ​ພາກ​ເໜືອ
​ຂອງໄນ​ເຈີ​ເຣຍ ​ເພື່ອ​ສູ້ລົບ​ກັບ​ກຸ່ມ Boko Haram. ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ​ກອງທັບໄນ​ເຈີ​ເຣຍ ແມ່ນ​ບໍ່ໄດ້ເອົາ​ບາດກ້າວ​ພຽງ​ພໍ ​ໃນ​ການ​ປົກປ້ອງ​ພວກ​ເຂົາ​ເຈົ້າ.

​ນອກນັ້ນ ໃນ​ມື້​ວັນພຸດວານ​ນີ້ ​ທະຫານສະຫະລັດ ​ໄດ້​ກ່າວ​ວ່າ ຕົນ​ຈະ​ໃຊ້​ເຮືອບິນທີ່​ບໍ່​ມີ​ຄົນ​ຂັບ ​ສົມທົບໃສ່​ກັບ​ເຮືອບິນ​ທີ່​ມີ​ຄົນ​ຂັບ ​ໃນ​ການປະຕິບັດງານຂອງນາໆຊາດເພື່ອ
ຊ່ອຍຄົ້ນ​ຫາພວກ​ເດັກນ້ອຍ​ນັກຮຽນ​ແມ່ຍິງ ທີ່ຍັງຫາຍສາບສູນໄປນັ້ນ.
XS
SM
MD
LG