ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນຶ່ງຄົນເສຍຊີວິດ ຍ້ອນເຫດລະເບີດ ຢູ່ສາງແຫ່ງນຶ່ງ ໃນໄນຈີເຣຍ (ວີດິໂອກັບສະໄລດ໌)


ຜູ້ຄົນພາກັນໄປຫຸ້ມເບິ່ງບ່ອນເກີດເຫດລະເບີດຢູ່ສາງເກັບບັ້ງໄຟດອກແຫ່ງນຶ່ງ ຢູ່ນະຄອນ Lagos ຂອງໄນຈີເຣຍ ໃນວັນທີ 26 ທັນວາ 2012.
ຜູ້ຄົນພາກັນໄປຫຸ້ມເບິ່ງບ່ອນເກີດເຫດລະເບີດຢູ່ສາງເກັບບັ້ງໄຟດອກແຫ່ງນຶ່ງ ຢູ່ນະຄອນ Lagos ຂອງໄນຈີເຣຍ ໃນວັນທີ 26 ທັນວາ 2012.
ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ນຶ່ງ​ຄົນ ຫຼັງຈາກ​ເກີດ​ເຫດ​ລະ​ເບີດທີ່​
ຮຸນ​ແຮງ​ບັ້ນ​ນຶ່ງ ຢູ່​ສາງ​ເກັບ​ບັ້ງ​ໄຟ​ດອກ​ແຫ່ງ​ນຶ່ງ ຢູ່​ນະຄອນ
Lagos ຂອງ​ໄນ​ຈີ​ເຣຍ.

​ເຫດ​ລ​ະ​ເບີດ​ດັ່ງກ່າວ ທີ່​ເກີດ​ຂຶ້ນ​ໃນ​ວັນ​ພຸດ​ວານ​ນີ້ ​ໄດ້​ທໍາລາຍ​
ສາງ ​ແລະ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້ ທີ່​ສ້າງ​ຄວາມ​ເສຍ​ຫາຍ​ ​ແກ່​ຕຶກ​
ອາຄານຫຼາຍຫຼັງ ​ທີ່ຢູ່​ໃກ້​ຄຽງ​ນັ້ນ.

Nocholas Ibekwe ນັກ​ຂ່າວ​ຄົນ​ນຶ່ງ​ທີ່​ນະຄອນ Lagos ບອກ​
ວີ​ໂອເອ ວ່າ ​ເຈົ້າໜ້າ​ທີ່​ມີ​ບັນຫາ​ຫຍຸ້ງຍາກໃນ​ການ​ພະຍາຍາມ​
ຈະ​ມອດ​ໄຟ ​ແລະ​ຄວບ​ຄຸມ​ສະຖານະ​ການ​.

ເບິ່ງວີດິໂອລາຍງານຢູ່ບ່ອນເກີດເຫດ

Nigeria Warehouse Explosion Sparks Fire
please wait

No media source currently available

0:00 0:00:48 0:00
ລິງໂດຍກົງ

ນັກ​ຂ່າວ Ibekwe ​ເວົ້າ​ວ່າ ລົດ​ດັບ​ເພີງບໍ່​ສາມາດ​ເອົາ​ນໍ້າ​ຢູ່​ບ່ອນ​ເກີດ​ເຫດ​ໄດ້ ​ແລະ​ຕ້ອງ​ຂັບ​ໄປ​ເອົາ​ນໍ້າ​ ໄກ​ເຖິງ 10 ກິໂລ​ແມັດ. ​ໄຟ​ຍັງ​ໄໝ້​ຢູ່​ເປັນ​ເວລາຫຼາຍກວ່າຫ້າຊົ່ວ​ໂມງ ຫຼັງ ຈາກ​ເຫດການ​ລະ​ເບີດດັ່ງກ່າວ.

ທາງ​ການ​ໄນ​ຈີ​ເຣຍ ຢືນຢັນ​ວ່າ​ມີ​ຜູ້ນຶ່ງ​ເສຍ​ຊີວິດ ທີ່​ຖືກໄຟໄໝ້​ຈົນ​ບໍ່ສາມາດ ​ລະບຸ​ໄດ້​ວ່າ​ເປັນໃຜ ​ແລະ​ວ່າ ອີກ 40 ຄົນ​ໄດ້​ຮັບການ​ປິ່ນປົວ​ ແຜ​ໄຟ​ໄໝ້ ກະດູກ​ແຕກ ​ແລະ​ຟົກ​ຊໍ້າ.

ສະໄລດ໌ກ່ຽວກັບເຫດການໄຟໄໝ້ສາງຍ້ອນເກີດເຫດລະເບີດ:

XS
SM
MD
LG