ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄນຈີເຣຍເລີ່ມຕົ້ນຈົດທະບຽນ ສໍາລັບການເລືອກຕັ້ງປະທານາທິບໍດີ


ປະຊາຊົນຜູ້ມີສິດປ່ອນບັດໄປລຽນແຖວກັນເພື່ອລໍຖ້າລົງທະບຽນ ທີ່ສູນຈົດທະບຽນ ເມືອງ Abuja ຂອງໄນຈີເຣຍ ໃນວັນທີ 15 ມັງກອນ, 2011.
ປະຊາຊົນຜູ້ມີສິດປ່ອນບັດໄປລຽນແຖວກັນເພື່ອລໍຖ້າລົງທະບຽນ ທີ່ສູນຈົດທະບຽນ ເມືອງ Abuja ຂອງໄນຈີເຣຍ ໃນວັນທີ 15 ມັງກອນ, 2011.

ໄນ​ຈີ​ເຣຍ ​ໄດ້​ເລີ້ມ​ດໍາ​ເນີນ​ການ​ລົງທະບຽນ​ຜູ້​ມີ​ສິດປ່ອນ
ບັດ​ປະມານ 70 ລ້ານ​ຄົນ​ ສໍາລັບ​ການ​ເລືອກ​ຕັ້ງ​ປະທາ
ນາທິບໍດີ​ໃນ​ເດືອນ​ເມສາ​ປີ​ນີ້.

ພວກ​ອາສາ​ສະໝັກ​ໄດ້​ເລີມ​ທໍາ​ການ​ຈົດ​ຊື່​ພວກ​ທີ່ມີ​ສິດ​ປ່ອນ
ບັດ​ໃນ​ວັນ​ເສົາ​ວານ​ນີ້ ​ຢູ່​ໜ່ວຍ​ປ່ອນ​ບັດ 120 ພັນ​ແຫ່ງ​ໃນ
ທົ່ວ​ປະ​ເທດ​ທີ່ມີ​ພົນລະ​ເມືອງ​ຫລາຍ​ທີ່​ສຸດ​ໃນ​ທະວີບ​ອະ​ຟຣິ
ກາ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຝ່າຍ​ເລືອກ​ຕັ້ງ​ພາກັນ​ຫວັງ​ວ່າ ການ​ດໍາ​ເນີນ
ການ​ລົງທະບຽນ​ຜູ້ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ນີ້​ ຈະ​ດໍາ​ເນີນ​ໄປ
ຢ່າງ​ລາບລື່ນ​ໃນ​ປະ​ເທດ​ທີ່ມີ​ປະ​ວັດໃນ​ການ​ສໍ້​ໂກງ​ບັດ​ເລືອກ
ຕັ້ງ​ນັ້ນ. ​ແຕ່​ມີ​ລາຍ​ງານ​ຂ່າວໃນ​ວັນ​ເສົາ​ວານ​ນີ້ ກ່ຽວ​ກັບບັນ
ຫານໍາ​ອຸ​ບປະກອນ​ເອ​ເ​ລັກ​ໂຕຣນິກບາງ​ຢ່າງ​ ທີ່​ໃຊ້ໃນ​ການ
ລົງທະບຽນ​ຜູ້​ປ່ອນບັດ​ເລືອກ​ຕັ້ງຮວມທັງ​ເຄື່ອງ​ scanner ​
ແລະ​ເຄື່ອງ​ຄອມ​ພີ​ວ​ເຕີ​ໜ້າ​ຕັກ ຫລື laptop.

ໃນ​ວັນ​ພະຫັດ​ຜ່ານ​ມາ ພັກ​ລັດຖະບານ​ທີ່ປົກຄອງປະ​ເທດ​ໃນ​ປັດຈຸບັນ​ໄດ້​ຄັດ​ເລືອກ​ເອົາ
ປະທານາທິບໍດີ Goodluck Jonathan ​ເປັນ​ຜູ້​ສະ​ມັກ​ຂອງ​ຕົນລົງ​ແຂ່ງໃນ​ການ​ເລືອກ
ຕັ້ງ​ປະທານາທິບໍດີໃນ​ເດືອນ​ເມສາ​ປີ​ນີ້ ຊຶ່ງຄາດ​ວ່າ ປະທານາທິບໍດີ Jonathan ຈະ​ຊະ
ນະ​ການ​ເລືອກ​ຕັ້ງ​ໃນັວນທີ 9 ເມສາ​ນັ້ນ. ພັກ​ຂອງລັດຖະບານ​ໄດ້​ຊະນະ​ການ​ເລືອກ​ຕັ້ງ
ປະທານາທິບໍດີ​ມາທຸກ​ຄັ້ງ ​ນັບ​ແຕ່​ໄນ​ຈີ​ເຣຍ​ໄດ້​ກັບ​ຄືນ​ມາຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​
ພົນລະ​ເຮືອນ ​ໃນ​ປີ 1999 ​ເປັນ​ຕົ້ນ​ມາ.

ທ່ານ Jonathan ​ໄດ້​ຂຶ້ນ​ເປັນ​ປະທານາທິບໍດີ​ໃນ​ເດືອນ​ພຶດສະພາ​ປີ​ແລ້ວ​ນີ້ ​ໃນເວລາທີ່
ທ່ານ Umana Yar’ Uda ປະທານ​ທິບໍດີ​ຄົນ​ກ່ອນ​ໄດ້​ເຖິງແກ່​ອະສັນ​ຍະ​ກໍາ​ໄປ ຫລັງ​ຈາກ
ດໍາ​ລົງ​ຕໍາແໜ່​ງມາ​ໄດ້ ພຽງ​ແຕ່ 3 ປີ ໃນ​ສະ​ໄໝ​ດໍາລົງຕໍາ​ແໜ່​ງ ປະທານາ​ທິບໍດີ 8 ປີ​ນັ້ນ.

XS
SM
MD
LG