ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄນຈີເຣຍ ສັງຫານ ພວກຕ້ອງສົງໄສ ກໍ່ຄວາມຮຸນແຮງ ຊາວອິສລາມ 14 ຄົນ


ຕໍາຫລວດໄນຈີເຣຍຢູ່ເມືອງ Kano ວາງສະແດງອາວຸດ ທີ່ຢຶດມາໄດ້ ຈາກພວກກໍ່ຄວາມຮຸນແຮງ ໃນລະຫວ່າງ ທໍາການບຸກລຸກເຂົ້າ ກວດຄົ້ນເຮືອນຫລັງນຶ່ງ ຢູ່ເມືອງ Kano ທາງພາກເໜືອຂອງປະເທດ.
ຕໍາຫລວດໄນຈີເຣຍຢູ່ເມືອງ Kano ວາງສະແດງອາວຸດ ທີ່ຢຶດມາໄດ້ ຈາກພວກກໍ່ຄວາມຮຸນແຮງ ໃນລະຫວ່າງ ທໍາການບຸກລຸກເຂົ້າ ກວດຄົ້ນເຮືອນຫລັງນຶ່ງ ຢູ່ເມືອງ Kano ທາງພາກເໜືອຂອງປະເທດ.
ກອງທັບໄນຈີເຣຍເວົ້າວ່າ ທະຫານຂອງຕົນໄດ້ສັງຫານຜູ້ຕ້ອງ
ສົງໄສວ່າເປັນ ພວກກໍ່ຄວາມຮຸນແຮງຊາວອິສລາມ 14 ຄົນ
ໃນວັນອາທິດວານນີ້ ໃນລະຫວ່າງ ການບຸກລຸກເຂົ້າກວດຄົ້ນ
ເຮືອນຫລັງນຶ່ງ ໃນຕອນເຊົ້າວານນີ້ຢູ່ເມືອງ Kano ທາງພາກ
ເໜືອຂອງປະເທດ.

ເຈົ້ນໜ້າທີ່ທະຫານເວົ້າວ່າ ທະຫານຜູ້ນຶ່ງເສຍຊີວິດໄປ ແລະອີກ
ຜູ້ນຶ່ງໄດ້ຮັບບາດເຈັບສາຫັດ ໃນການບຸກເຂົ້າກວດຄົ້ນດັ່ງກ່າວ.
ແຕ່ຕົວເລກຄົນເຈັບ ແລະເສຍຊີວິດຂອງຝ່າຍທະຫານ ບໍ່ໄດ້ຮັບ
ການຢືນຢັນຈາກຝ່າຍທີສາມທີ່ເປັນເອກະລາດເທື່ອ.

ຜູ້ທີ່ຢູ່ໃນເປົ້າໝາຍການກວດຄົ້ນ ປະກົດວ່າ ແມ່ນສະມາຊິກຂອງກຸ່ມ Boko Haram ທີ່
ເປັນພວກອິສລາມຫົວຮຸນແຮງຈັດ ແລະເປັນກຸ່ມທີ່ຖືກຖິ້ມໂທດໃສ່ເລື້ອຍໆວ່າ ທໍາການ
ໂຈມຕີ ໃນວັນບຸນຂອງຊາວຄຣິສ.

ກຸ່ມ Boko Haram ໄດ້ເລີ້ມຕົ້ນດໍາເນີນການກໍ່ຄວາມຮຸນແຮງ ໃນປີ 2009 ແລະໄດ້ສັງ
ຫານປະມານ 3 ພັນຄົນ ໃນການໂຈມຕີໂບດ, ໂຮງຮຽນ, ຫ້ອງການລັດຖະບານ ແລະ ຫ້ອງການໜັງສືພິມ ຕະຫລອດທັງທໍາການໂຈມຕີກໍາລັງຮັກສາຄວາມປອດໄພ, ຕະຫລາດ
ແລະໂຄງລ່າງພື້ນຖານດ້ານການ ສື່ສານຂອງປະເທດອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກຸ່ມປົກປ້ອງສິດທິມະນຸດ ໄດ້ກ່າວຫາກໍາລັງຮັກສາຄວາມສະຫງົບຂອງ
ໄນຈີເຣຍ ເຊ່ນກັນວ່າ ໄດ້ສັງຫານຜູ້ຄົນໃນຈໍານວນຫລາຍກ່ວານັ້ນອີກ ຫລາຍຮ້ອຍຄົນ ໃນການດໍາເນີນງານເພື່ອປາບປາມກຸ່ມຫົວຮຸນແຮງດັ່ງກ່າວ ໃຫ້ອ່ອນກໍາລັງລົງ. ການກໍ່
ຄວາມຮຸນແຮງສ່ວນໃຫຍ່ ແມ່ນຢູ່ໃນເຂດພາກເໜືອຂອງໄນຈີເຣຍ.
XS
SM
MD
LG