ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄນຈີເຣຍ ສັບປ່ຽນ ຜູ້ບັນຊາການຕຳຫຼວດ ລຸນຫຼັງ ການໂຈມຕີກໍ່ການຮ້າຍ (ເບິ່ງວີດີໂອ)


ເດັກນ້ອຍຄົນນຶ່ງ ນັ່ງຢູ່ເທິງລົດກະບະຕຳຫຼວດທີ່ຖືກໄຟໄໝ້ ລຸນຫຼັງການໂຈມຕີປ້ອມຕຳຫຼວດແຫ່ງນຶ່ງ ທີ່ເມືອງ Kano ທາງພາກເໜືອຂອງໄນຈີເຣຍ (25 ມັງກອນ 2012)
ເດັກນ້ອຍຄົນນຶ່ງ ນັ່ງຢູ່ເທິງລົດກະບະຕຳຫຼວດທີ່ຖືກໄຟໄໝ້ ລຸນຫຼັງການໂຈມຕີປ້ອມຕຳຫຼວດແຫ່ງນຶ່ງ ທີ່ເມືອງ Kano ທາງພາກເໜືອຂອງໄນຈີເຣຍ (25 ມັງກອນ 2012)

ປະທານາທິບໍດີ Goodluck Jonathan ທີ່​ໄດ້​ຮັບ​ຄວາມ​ກົດ​ດັນໃຫ້ຫາ​ທາງ​ຄວບ​ຄຸມ​ການ
ກໍ່​ຄວາມ​ຮຸນ​ແຮງ​ທີ່​ເພີ່ມ​ທະວີ​ຂຶ້ນຂອງ​ກຸ່ມ​ຫົວ​ຮຸນແຮງ​ອິສລາມ​ນັ້ນ ​ໄດ້​ສັບ​ປ່ຽນ​ຜູ້​ບັນຊາ​ການ​
ຕໍາຫ​ລວດ​ຂອງ​ປະ​ເທດ.

ທຳນຽບຂອງທ່ານ Jonathan ​ໄດ້​ປະກາດໃນ​ວັນ​ພຸດວານ​ນີ້​ວ່າຜູ້​ບັນຊາ​ການ​ຕຳຫຼວດທ່ານ
Hariz Ringim ​ໄດ້​ຖືກ​ສັ່ງໃຫ້​ພັກ​ການ ຈົນ​ກວ່າທ່ານ​ຈະ​ໄດ້​ອອກ​ກີ​ນ​ເບ້ຍ​ບໍານານໃນ​ສອງ
ສາມເດືອນຈະ​ມາ​ນີ້. ນອກ​ນັ້ນປະທາ​ນາ​ທິບໍດີ​ຍັງໄດ້ໃຫ້ການອະນຸມັດ​ຕໍ່​ການ​ຂໍ​ອອກ​ກິນ​ເບ້ຍ
ບຳນານ​ຂອງ​ຮອງທ່ານ Ringim ນຳ​ດ້ວຍ.

ທ່ານ​ໄດ້ແຕ່ງ​ຕັ້ງໃຫ້​ຮອງ​ຜູ້​ບັນຊາ​ການ​ຕຳຫຼວດທ່ານ Mohammed Abubakar ​ເປັນ​ຜູ້​ບັນ
ຊາ​ການຕໍາ​ຫລວດ​ຄົນ​ໃໝ່ປະ​ເທດ.

ທຳນຽບປະທານາທບໍດີເອີ້ນການເຄື່ອນໄຫວນີ້​ວ່າ ມັນ​ແມ່ນ​ບາດ​ກ້າວ​ຂັ້ນ​ທໍາ​ອິດ​ໃນ​ການ​ປັບ
ປຸງກໍາລັງ​ຕໍາຫລວດ​ທັງ​ໝົດເພື່ອເຮັດໃຫ້ມີ​ສະມັດຖະພາບ​ດີ​ຂື້ນທີ່ຈະ​ປະ​ເຊີນ​ໜ້າ​ກັບການ​ທ້າ​
ທາຍໃນການ​ຮັກສາ​ຄວາມສ​ະຫງົບ​ພາຍ​ໃນ. ທ່ານ Jonathan ​ໄດ້​ຖືກ​ຕິຕຽນ​ວ່າຍ້ອນ​ບໍ່​ສາ
ມາດສະກັດ​ກັ້ນການ​ໂຈມ​ຕີ​ທີ່​ມີ​ເພີ່ມ​ຂຶ້ນ ຊຶ່ງ​ສ່ວນ​ໃຫຍ່​ໄດ້​ມີ​ການຖິ້ມ​ໂທດ​ໃສ່​ ກຸ່ມກໍ່​ການ​ຮ້າຍ
Boko Haram.

ກຸ່​ມດັ່ງ​ກ່າວ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ຕໍ່​ການ​ວາງ​ລະ​ເບີດ​ຫລາຍໆ​ຄັ້ງໃນເມືອງ Ka-
no ທາງ​ພາກ​ເໜືອ​ຂອງປະ​ເທດ​ໃນ​ວັນ​ສຸກຜ່ານ​ມາທີ່​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ໄປຢ່າງ​ໜ້ອຍ
185 ຄົນ.

ໃນ​ຕອນແລງ​ຂອງ​ວັນ​ອັງ​ຄານຜ່ານ​ມາ ພວກ​ມື​ປືນໄດ້ພາກັນ​ໂຈມ​ຕີປ້ອມຕໍາຫລວດ​ທີ​ເມືອງ
Kano. ​ຜູ້​ທີ່​ເຫັນ​ເຫດການກ່າວ​ວ່າ​ພວກ​ໂຈມ​ຕີ​ພາກັນ​ໂຍນ​ລະ​ເບີດທີ່​ເຮັດ​ເອົາ​ເອງແລະ​ຍິງ​
ປືນ​ສາດ​ເຂົ້າໃສ່ປ້ອມຕໍາຫລວດ ຊຶ່ງຈໍານວນ​ນຶ່ງ​ຮ້ອງ​ຂຶ້ນວ່າ ພ​ະ​ເຈົ້າ​ເປັນ​ຜູ້​ຍິ່ງ​ໃຫ່ຍ.

XS
SM
MD
LG