ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

36 ຄົນເສຍຊີວິດ ໃນການກໍ່ຄວາມຮຸນແຮງ ທີ່ໄນຈີເຣຍ


 ສົບຂອງຜູ້ເຄາະຮ້າຍຄົນນຶ່ງໃນບ່ອນການວາງລະເບີດໂຈມຕີໃນ
ເມືອງ Kaduna, ໄນຈີເຣຍ.
ວັນທີ 9 ເມສາ 2012.
ສົບຂອງຜູ້ເຄາະຮ້າຍຄົນນຶ່ງໃນບ່ອນການວາງລະເບີດໂຈມຕີໃນ ເມືອງ Kaduna, ໄນຈີເຣຍ. ວັນທີ 9 ເມສາ 2012.

ຕໍາຫຼວດ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ໄນ​ຈີ​ເຣຍກ່າວ​ວ່າ ພວກທີ່​ຖືກ​ສົງ​ໄສ​ວ່າ​ເປັນ​ສະມາຊິກ​ຂອງ​ກຸ່ມ​ມຸສລິ​ມຫົວ​ຮຸນ​ແຮງ Boko Haram ​ໄດ້​ຍິງ​ເດັກນ້ອຍ​ແມ່ຍິງ ​ໄວ 6 ປີ​ຄົນ​ນຶ່ງ​ຕາຍ ​ແລະ​ເຮັດໃຫ້​ເດັກ​ທາລົກ​ອີກ 2 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ອາທິດ​ວານ​ນີ້ ຫຼັງ​ຈາກມີການວາງ​ລະ​ເບີດ​ສະລະ​ຊີບ​ໃນ​ລົດຄັນ​ນຶ່ງ​ໃນ​ຕອນ​ເຊົ້າ ຊຶ່ງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 36 ຄົນເສຍ​ຊີວິດນັ້ນ.

ໂຄສົກຕໍາຫຼວດ​ປະ​ຈໍາ​ລັດ Yobe ກ່າວ​ຕໍ່​ວີ​ໂອ​ເອວ່າ ​ມື​ປືນ​ຈຸ​ນຶ່ງໄດ້ບຸກ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ສິບ​ໂທ​ຕໍາຫຼວດ​ຄົນ​ນຶ່ງ​ໃນ​ເມືອງ Potiskum ແລ້ວ​ຍິງ​ລູກ 3 ຄົນ​ຂອງ​ຜູ້ກ່ຽວ. ​ໂຄສົກກ່າວ​ວ່າ ​ຕໍາຫຼວດ​ຄົນ​ນີ້​ໄດ້​ເອົາ​ໂຕ​ລອດຈາກການ​ໂຈມ​ຕີ​ໄປ​ຢ່າງ​ຫວຸດ​ຫວິດ.

ການວາງ​ລະ​ເບີດ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ Easter ຄື​ວັນ​ອາ ທິດວານ​ນີ້​ໃນ​ເມືອງ Kaduna ບ່ອນ​ທີ່ພວກເຫັນ​ເຫດການເວົ້​າ​ວ່າ ​ບັນດາເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຂັ​ດຂວາງຄົນ​ຮ້າຍບໍ່​ໃຫ້ເຂົ້າໄປ​ເຖິງ​ພວກ​ຜູ້​ຄົນຈໍານວນ​ຫຼາຍ​ໃນໂບດ​ແຫ່ງນຶ່ງ.

ທ່ານ Saidu Adamu ຫົວໜ້າ​ຖະ​ແຫຼ​ງຂ່າວ​ປະ​ຈໍາ​ລັດ Kaduna ກ່າວ​ຕໍ່​ວີ​ໂອ​ເອວ່າ ​ເຫດລະ​ເບີດ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕຶກອາຄານຫຼາຍ​ຫຼັງເລາະ​ຕາມ​ຖະໜົນຫຼວງ​ຂອງ​ເມືອງ ​ແລະເກີດ​ຂຶ້ນ​ຢູ່​ໃນເຂດທີ່ມີ​ການ​ໃຊ້​ລົດຈັກ​ເປັນ​ລົດແທັກ​ຊີ​ຂົນ​ສົ່ງ​ຜູ້​ໂດຍສານ. ທ່ານ Adamu ກ່າວ​ຕື່ມ​ວ່າ ປາກົດ​ວ່າລູກ​ລະ​ເບີດໄດ້​ແຕກ​ຂຶ້ນ​ກ່ອນ​ກໍາ​ນົດ​ເວລາ ແລະ​ວ່າ ​ການ​ໂຈມ​ຕີດັ່ງກ່າວອາດໄດ້​ສ້າງ​ຄວາມ​ເສຍ​ຫາຍ​ແລະ​ເຮັດ​ໃຫ້​ມີ​ຄົນ​ຕາຍຫລາຍກວ່າ​ນີ້​.

ຕໍ່​ມາ ລະ​ເບີດ​ລູກ​ທີ​ສອງ​ໄດ້​ແຕກ​ຂຶ້ນ​ໃນ​ແລງ​ວັນ​ອາທິດ​ວານ​ນີ້​ໃນ​ໃຈກາງ​ເມືອງ Jos ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ຫຼາຍ​ຄົນ. ​ເຫດລະ​ເບີດ​ເຫຼົ່າ​ນີ້​ມີ​ຂຶ້ນລຸນຫຼັງ​ ມີ​ການ​ຕັກເຕືອນຈາກພວກ​ນັກ​ການ​ທູດ​ຕ່າງປະ​ເທດ​ວ່າ​ ມີ​ທາງ​ເປັນ​ໄປ​ໄດ້​ວ່າ ອາດ​ມີການ​ໂຈມ​ຕີ​ເກີດຂຶ້ນໃນ​ວັນພັກ​ບຸນ​ເທດສະການ Easter ທີ່ສໍາຄັນ​ຂອງຊາວຊາວ​ຄຣິສຕຽນ​ນັ້ນ.

XS
SM
MD
LG