ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

25 ຄົນເສຍຊີວິດ ໃນການໂຈມຕີ ຮ້ານເບຍ ທີ່ໄນຈີເຣຍ


25 ຄົນເສຍຊີວິດ ໃນການໂຈມຕີ ຮ້ານເບຍ ທີ່ໄນຈີເຣຍ
25 ຄົນເສຍຊີວິດ ໃນການໂຈມຕີ ຮ້ານເບຍ ທີ່ໄນຈີເຣຍ

ທຸງຊາດໄນຈີເຣຍ
ທຸງຊາດໄນຈີເຣຍ






ຄົນ​ຮ້າຍກຸ່ມນຶ່ງທີ່​ສົງ​ໄສ​ວ່າ​ເປັນ​ພວກ​ຫົວ​ຮຸນ​ແຮງ​ມຸສລິ​ມ ໄດ້​ແກ​ວ່ງລະ​ເບີດ​ລູກ​ນຶ່ງ​ເຂົ້າ​ໃສ່​ຮ້າຍ​ຂາຍ​ເຫລົ້າ​ເບຍ​ແຫ່ງ​ນຶ່ງ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ໄນ​ຈີ​ເຣຍ​ໃນ​ວັນ​ອາທິດ​ວານ​ນີ້ ​ເຮັດ​ໃຫ້​ປະຊາຊົນເສຍຊີວິດ​ໄປ 25 ຄົນ​ ແລະ​ບາດ​ເຈັບ​ຕື່ມ​ອີກຢ່າງ​ໜ້ອຍ 12 ຄົນ.

ຕໍາຫລວດ​ແລະ​ພວກ​ທີ່​ເຫັນ​ເຫດການ​ ​ກ່າວ​ວ່າ ພວກ​ຄົນ​ຮ້າຍ​ພາກັນ​ຂີ່​ລົດຈັກ​ມາ​ຍັງ​ຮ້ານ​ຂາຍ​ເບຍ​ກາງ​ແຈ້ງ​ທີ່​ເມືອງ Maiduguri ​ແລ້ວແກວ່ງ​ລະ​ເບີດ​ເຂົ້າ​ໃສ່​ຝູງ​ຊົນ​ ທີ່​ພາກັນ​ນັ່ງດື່ມ​ເບຍຢູ່​ທີ່​ນັ້ນ. ພວກ​ທີ່​ເຫັນ​ເຫດການ​ບາງ​ຄົນ​ກ່າວ​ວ່າ ຄົນ​ຮ້າຍຍັງ​ໄດ້​ຍິງ​ປືນ​ຫລາຍ​ນັດ​ໃສ່​ຝູງຊົນ​ອີກ.

ທາງ​ການ​ໄນ​ຈີ​ເຣຍຖິ້ມ​ໂທດ​ການ​ໂຈມ​ຕີ​ນີ້​ ໃສ່​ກຸ່ມ​ນຶ່ງ​ທີ່ນິຍົມ​ຫລັກການດັ້ງ​ເດີມຂອງສາສະໜາ​ອິສລາມ ທີ່​ມີ​ຊື່ວ່າກຸ່ມ Boko Haram ຊຶ່ງໃນ​ພາສາ Hausa ແປ​ວ່າການ​ສຶກ​ສາ​ຂອງຝ່າຍ​ຕາ​ເວັນ​ຕົກ​ບໍ່​ມີ​ສິນລະ​ທໍາ.

Maiduguri ​ເປັນເມືອງຫລວງ​ຂອງ​ລັດ Borno ທີ່​ຖືສາສະໜາອິສລາມ​ຢ່າງເຄັ່ງ​ຄັດ​. ​ເຊື່ອ​ກັນ​ວ່າ ​ກຸ່ມ Boko Haram ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການວາງ​ລະ​ເບີດ​ ການ​ຍິງຜູ້​ຄົນ​ແລະ​ໂຈມ​ຕີຕໍາຫລວດຫລາຍໆ​ບັ້ນ ​ໃນ​ລັດ Borno ນັ້ນ.

XS
SM
MD
LG