ລະເບີດທີ່ໄດ້ແຕກຂຶ້ນຕິດຕໍ່ກັນຫລາຍບັ້ນໃນວັນສຸກຜ່ານມານີ້ ຢູ່ໃນເມືອງກາໂນ ທາງ
ພາກເໜືອຂອງໄນຈີເຣຍ ໄດ້ເຮັດໃຫ້ຫລາຍກວ່າ 100 ຄົນເສຍຊີວິດ. ຫລາຍໆຄົນ ໃນຈໍານວນພວກທີ່ໄດ້ຮັບເຄາະຮ້າຍນັ້ນ ແມ່ນຕໍາຫລວດ ຫລືບໍ່ກໍແມ່ນທະຫານ.
ໂຮງໝໍແຫ່ງນຶ່ງໃນ 3 ແຫ່ງທີ່ປິ່ນປົວພວກໄດ້ຮັບເຄາະຮ້າຍຈາກເຫດລະເບີດ ທີ່ເກີດຂຶ້ນໃນ
ວັນສຸກນັ້ນ ລາຍງານວ່າ ຈໍານວນຄົນເສຍຊີວິດໄດ້ເພີ້ມຂຶ້ນເປັນຢ່າງໜ້ອຍ 131 ຄົນແລ້ວ
ແລະລາຍງານອື່ນໆອີກ ຈາກເມືອງດັ່ງກ່າວ ທີ່ມີຄົນມຸສລີມເປັນສ່ວນໃຫຍ່ນັ້ນ ສະແດງໃຫ້
ເຫັນວ່າ ຈໍານວນຄົນເຈັບອາດຈະ ຖີບຕົວສູງຂຶ້ນຫລາຍກວ່ານັ້ນ. ພວກທໍາການໂຈມຕີ
ໄດ້ແນເປົ້າໝາຍ ໃສ່ຫ້ອງການຕໍາຫລວດ ແລະໂຮງການລັດຖະບານ.
ກຸ່ມອິສລາມ ໂບໂກ ຮາຣາມ ຫົວຮຸນແຮງຈັດ ໄດ້ອ້າງເອົາຄວາມຮັບຜິດຊອບ ຕໍ່ການວາງ
ລະເບີດຫລາຍໆບັ້ນ ພ້ອມກັນຄັ້ງນີ້.
ຜູ້ສື່ຂ່າວວີໂອເອ ຈາກພະແນກພາສາ Hausa ລາຍງານວ່າ ໃນໄລຍະເວລາ 90 ນາທີ ລາວໄດ້ຍິນສຽງລະເບີດແຕກຂຶ້ນຫຼາຍກວ່າ 24 ເທື່ອໃນມື້ວັນສຸກນັ້ນ. ແລະຜູ້ປະສານງານ
ເຫດສຸກເສີນຂອງເມືອງກາໂນ ທ່ານ Abubakar Jibril ໄດ້ເວົ້າວ່າ ຕົວເມືອງດັ່ງກ່າວ
ຢູ່ໃນສະພາບສັບສົນ ວຸ້ນວາຍ.
ໂຄສົກປະຈໍາກຸ່ມໂບໂກ ຮາຣາມໄດ້ກ່າວຕໍ່ພວກນັກສື່ຂ່າວວ່າ ການວາງລະເບີດ ດັ່ງກ່າວ ແມ່ນເພື່ອເປັນການແກ້ແຄ້ນຄືນຕໍ່ການຈັບກຸມສະມາຊິກຂອງກຸ່ມໂບໂກ ຮາຣາມ ຫລາຍ
ຄົນຢູ່ໃນເມືອງກາໂນ ຊຶ່ງເປັນເມືອງໃຫຍ່ ອັນດັບສອງຂອງ ໄນຈີເຣຍ ຊຶ່ງເປັນປະເທດທີ່ມີ
ພົນລະເມືອງຫລາຍທີ່ສຸດ ໃນທະວີບອາຟຣິກາ.