ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

7 ຄົນ ເສຍຊີວິດ ຍ້ອນການວາງລະເບີດ ໂດຍກຸ່ມໂບໂກຮາຣາມ ທີ່ໄນຈີເຣຍ (ເບິ່ງວີດີໂອ)


ຄວັນໄດ້ພຸ້ງຂຶ້ນຈາກສໍານັກງານຕໍາຫລວດຍ້ອນຖືກລະເບີດແຕກໃສ່ຂະໜາດ​ແຮງ ໃນຂະນະທີ່ຜູ້ຄົນພາກັນ
ແລ່ນລົບໜີໄພອັນຕະລາຍ ຢູ່ໃນເມືອງກາໂນທາງພາກເໜືອ ຂອງປະເທດ ໃນວັນທີ 20 ມັງກອນ, 2012
ຄວັນໄດ້ພຸ້ງຂຶ້ນຈາກສໍານັກງານຕໍາຫລວດຍ້ອນຖືກລະເບີດແຕກໃສ່ຂະໜາດ​ແຮງ ໃນຂະນະທີ່ຜູ້ຄົນພາກັນ ແລ່ນລົບໜີໄພອັນຕະລາຍ ຢູ່ໃນເມືອງກາໂນທາງພາກເໜືອ ຂອງປະເທດ ໃນວັນທີ 20 ມັງກອນ, 2012

ຕໍາຫລວດໄນຈີເຣຍເວົ້າວ່າ ຢ່າງໜ້ອຍ 7 ຄົນໄດ້ເສຍຊີວິດ ຍ້ອນການວາງລະເບີດທີ່ໄດ້
ມີ​ມາ​ເປັນ​ລຳດັບ ທີ່ໄດ້ແນເປົ້າໝາຍໃສ່ຫ້ອງການຕໍາຫລວດ ແລະຫ້ອງການລັດຖະບານ
ຢູ່ໃນເມືອງກາໂນທາງພາກເໜືອຂອງປະເທດ.

ເມືອງທີ່ມີຄົນມຸສລີມເປັນສ່ວນໃຫຍ່ແຫ່ງດັ່ງກ່າວ ແມ່ນຢູ່ໃນສະພາບຫ້າມຄົນອອກເຮືອນ
24 ຊົ່ວໂມງ ລຸນຫລັງມີການໂຈມຕີໃນວັນສຸກວານນີ້ ທີ່ກຸ່ມອິສ ລາມ ໂບໂກຮາຣາມ
ຫົວຮຸນແຮງຈັດ ໄດ້ອ້າງເອົາຄວາມຮັບຜິດຊອບນັ້ນ.

ອົງການຂ່າວຝຣັ່ງກ່າວວ່າ ນອກ​ນັ້ນຍັງມີເຫດລະເບີດຢູ່ໃນເມືອງ Yenagoa ທາງພາກ
ໃຕ້ຂອງປະເທດລຸນຫລັງເຫດລະເບີດແຕກຢູ່ໃນເມືອງກາໂນ ແຕ່ວ່າບໍ່ມີໃຜໄດ້ຮັບບາດເຈັບ.

ຜູ້ວາງລະເບີດສະລະຊີບຢູ່ໃນເມືອງກາໂນໄດ້ບີບ​ຄະ​ນວນລະເບີດຂະໜາດ​ແຮງໃຫ້ແຕກຂຶ້ນ
ຢູ່ທີ່ຫ້ອງການຂອງຮອງ​ຜູ້ບັນຊາ​ການຕໍາຫລວດ​ໃນເມືອງດັ່ງກ່າວ. ໃນສອງສາມນາທີຕໍ່ມາ ກໍໄດ້ຍິນສຽງລະເບີດແຕກຂຶ້ນ ຢູ່ບ່ອນອື່ນອີກຢູ່ໃນເມືອງໃຫຍ່ ອັນດັບສອງຂອງໄນຈີ
ເຣຍແຫ່ງນັ້ນ. ຜູ້ວາງລະເບີດສະລະຊີບ ໄດ້ເສຍຊີວິດ ໃນລະຫວ່າງ​ເກີດເຫດລະເບີດນັ້ນ ໃນຂະນະທີ່ຜູ້ໂຈມຕີຄົນອື່ນໆ ໄດ້ຖືກຂ້າຕາຍໃນການຍິງຕໍ່ສູ້ກັນກັບຕໍາຫລວດ.

ຜູ້ສື່ຂ່າວວີໂອເອ ຈາກພະແນກພາສາ Hausa ລາຍງານວ່າ ໃນໄລຍະເວລາ 90 ນາທີ ຜູ້ກ່ຽວໄດ້ຍິນສຽງລະເບີດແຕກຂຶ້ນ ຫຼາຍກວ່າ 24 ເທື່ອ. ທ່ານ Abubakar Jibril ຜູ້ປະສານງານເຫດສຸກເສີນຂອງເມືອງກາໂນ ກໍໄດ້ເວົ້າວ່າ ຕົວເມືອງດັ່ງກ່າວ ຢູ່ໃນສະ
ພາບສັບສົນວຸ້ນວາຍເຊັ່ນກັນ. ທ່ານ Jibril ໄດ້ກ່າວຕໍ່ ວີໂອເອວ່າ ພວກເຈົ້າໜ້າທີ່ໃນ
ອົງການຂອງທ່ານ ບໍ່ສາມາດເຂົ້າໄປ ເຖິງທີ່ເກີດເຫດໄດ້ ຍ້ອນວ່າກອງກໍາລັງຮັກສາ
ຄວາມສະຫງົບ ຫ້າມບໍ່ໃຫ້ພວກເຂົາເຈົ້າເຂົ້າໄປ.

ໂຄສົກປະຈໍາກຸ່ມໂບໂກ ຮາຣາມໄດ້ກ່າວຕໍ່ພວກນັກສື່ຂ່າວວ່າ ການວາງລະເບີດ ດັ່ງກ່າວ ແມ່ນເພື່ອເປັນການແກ້ແຄ້ນຄືນຕໍ່ການຈັບກຸມສະມາຊິກຂອງກຸ່ມໂບໂກ ຮາຣາມ ຫລາຍ
ຄົນຢູ່ໃນເມືອງກາໂນ.

ຢູ່ໄນຈີເຣຍ ຊຶ່ງເປັນປະເທດ ທີ່ມີການແບ່ງເຂດກັນ ໂດຍທີ່ພວກຄຣິສຕຽນກວາມເອົາສ່ວນ
ໃຫຍ່ຢູ່ທາງພາກໃຕ້ ແລະພວກມຸດສະລິມສ່ວນຫລາຍ ແມ່ນ ຢູ່ທາງພາກເໜືອນັ້ນ ໄດ້ມີ ການກໍ່ຄວາມຮຸນແຮງທາງສາສະໜານັບມື້ນັບເພີ້ມທະວີຂຶ້ນ.

XS
SM
MD
LG