ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະຫານ ຍິງສັງຫານ 30 ກວ່າຄົນ ໃນພາກເໜືອ ໄນຈີເຣຍ (ວີດີໂອ)


ອາວຸດຈຳນວນນຶ່ງທີ່ທະຫານຢຶດໄດ້ ຫຼັງຈາກບຸກເຂົ້າໄປກວດຄົ້ນ ບ່ອນຫຼົບລີ້ຂອງກຸ່ມມຸສລິມຫົວຮຸນແຮງ Boko Haram ທີ່ເມືອງ Kano ໃນພາກເໜືອຂອງໄນຈີເຣຍ (11 ຕຸລາ 2012)
ອາວຸດຈຳນວນນຶ່ງທີ່ທະຫານຢຶດໄດ້ ຫຼັງຈາກບຸກເຂົ້າໄປກວດຄົ້ນ ບ່ອນຫຼົບລີ້ຂອງກຸ່ມມຸສລິມຫົວຮຸນແຮງ Boko Haram ທີ່ເມືອງ Kano ໃນພາກເໜືອຂອງໄນຈີເຣຍ (11 ຕຸລາ 2012)
ພວກທີ່ເຫັນເຫດການ ກ່າວວ່າ ທະຫານໄນຈີເຣຍໄດ້ຍິງສັງຫານ
30 ກວ່າຄົນທີ່ເມືອງ Maiduguri ຊຶ່ງເປັນຖານປະຕິບັດງານຂອງ
ກຸ່ມຫົວຮຸນແຮງ Bokoharam.

ປະຊາຊົນໃນເມືອງດັ່ງກ່າວ ເວົ້າວ່າ ພວກທະຫານຈາກໜ່ວຍປະ
ຕິບັດງານຮ່ວມຂອງໄນຈີເຣຍເປັນຜູ້ຍິງສັງຫານໃນລະຫວ່າງການ ບຸກເຂົ້າໄປກວດຄົ້ນຢູ່ໃນຫຼາຍໆຄຸ້ມໃນຕອນແລງຂອງວັນພະຫັດ
ຜ່ານມາ.

ແຫຼ່ງຂ່າວນຶ່ງ ຈາກໂຮງເຢັນຂອງເມືອງ Maiduguri ແຈ້ງໃຫ້ວີໂອ
ເອຊາບວ່າ ລາວໄປເຮັດວຽກໃນຕອນເຊົ້າຂອງມື້ວັນສຸກ ກໍໄດ້ພົບ
ເຫັນວ່າ ມີສົບຂອງພວກຊາວໜຸ່ມປະມານ 40 ສົບຖືກສົ່ງໄປທີ່ນັ້ນ.

ທ່ານ Sagir Musa ໂຄສົກຂອງໜ່ວຍປະຕິບັດງານຮ່ວມປະຈຳລັດ Borno ກ່າວຕໍ່ວີໂອ ເອວ່າ ທ່ານຍັງບໍ່ຮູ້ເລື່ອງກ່ຽວກັບເຫດຮ້າຍດັ່ງກ່າວແລະເວລານີ້ກໍບໍ່ໄດ້ຢູ່ທີ່ເມືອງ Maidu-
guri.

ອົງການນິລະໂທດກຳສາກົນແລະກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ ກ່າວຫາໜ່ວຍປະຕິບັດງານຮ່ວມຂອງໄນຈີເຣຍວ່າ ໄດ້ສັງຫານແບບຮວບຮັດຕັດຕອນຂະ ນະທີ່ກອງກຳລັງດັ່ງກ່າວພະຍາຍາມທີ່ຈະທັບມ້າງກຸ່ມຫົວຮຸນແຮງ Boko Haram ມຸ່ນສະ ຫຼາຍ. ແຕ່ໜ່ວຍປະຕິບັດງານຮ່ວມຂອງໄນຈີເຣຍໄດ້ປະຕິເສດຕໍ່ການກ່າວຫາທີ່ວ່ານີ້.

ກຸ່ມ Boko Haram ຊຶ່ງເປັນກຸ່ມຫົວຮຸນແຮງທີ່ລຶກລັບ ຕ້ອງການຢາກໃຫ້ມີການນຳໃຊ້ກົດ ໝາຍ ຂອງສາສະໜາອິສລາມ ຢູ່ໃນທົ່ວພາກເໜືອຂອງໄນຈີເຣຍແລະມີການຖິ້ມໂທດໃສ່ ວ່າ ເປັນຜູ້ຮັບຜິດຊອບໃນການເສຍຊີວິດຂອງ 1,400 ກວ່າຄົນ ນັບແຕ່ປີ 2009 ເປັນຕົ້ນ ມາ.

ກ່ຽວຂ້ອງກັນ

XS
SM
MD
LG