ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄນຈີເຣຍ ສືບຕໍ່ ຊອກຫາ ຄົນອາເມຣິກັນ ທີ່ຖືກ ໂຈນທະເລ ຈັບໄປ


ແຜນທີ່ໄນຈີເຣຍ
ແຜນທີ່ໄນຈີເຣຍ
ເຈົ້າໜ້າທີ່ໄນຈີເຣຍ ຍັງສືບຕໍ່ພາກັນຊອກຄົ້ນຫາຜູ້ຊາຍຊາວອາ
ເມຣິກັນ 2 ຄົນທີ່ຖືກລັກພາໂຕໂດຍໂຈນທະເລ ຢູ່ນອກແຄມຝັ່ງ
ຂອງອ່າວກີເນຍ.

ນາຍທ້າຍຫຼືກັບຕັນ ແລະຫົວໜ້າຄວບຄຸມເຄື່ອງຈັກຂອງກຳປັ່ນ
ຂົນສົ່ງທີ່ປັກທຸງສະຫະລັດໄດ້ຖືກຈັບໂຕໄປໃນວັນພຸດຜ່ານມານີ້
ລະຫວ່າງການໂຈມຕີຢູ່ໃນເຂດນ່ານນໍ້າສາກົນນອກແຄມຝັ່ງທະ
ເລຂອງໄນຈີເຣຍ.

ກຳປັ່ນ C-Retriever ທີ່ຍາວ 68 ແມັດແມ່ນບໍລິສັດໃຫ້ບໍລິການ
ກ່ຽວກັບການຂຸດນໍ້າມັນ ຂອງສະຫະລັດ Edison Chouest
Offshore ເປັນເຈົ້າຂອງ ຊຶ່ງໃນເວລານີ້ ຍັງບໍ່ທັນໃຫ້ຄວາມເຫັນໃດໆ ກ່ຽວກັບສະຖານະ
ການເທື່ອ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ກຳປັ່ນລຳດ້ວຍພ້ອມດ້ວຍພວກລູກເຮືອທັງໝົດໄດ້ຖືກປ່ອຍ ໂດຍພວກໂຈນທະເລ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າພວກຜູ້ຊາຍອາເມຣິກັນທັງສອງຍັງ
ຖືກກັກໂຕໄວ້ຢູ່ໃນທະເລຫລືຖືກນຳໂຕຂຶ້ນຝັ່ງແລ້ວ.

ກອງທັບໄນຈີເຣຍໄດ້ສັ່ງໃຫ້ທຳການຊອກຄົ້ນຫາແລະປ່ອຍຊາວອາເມຣິກັນທັງ 2. ພວກ
ເຈົ້າໜ້າທີ່ບໍ່ຍອມໃຫ້ຄວາມເຫັນໃດໆ ກ່ຽວກັບວ່າ ກອງທັບສະຫະລັດ ມີສ່ວນພົວພັນນຳ
ຫລືບໍ່.

ເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດກ່າວວ່າ ຕົນພວມຕິດຕາມເບິ່ງສະຖານະການ
ຢູ່ ໂດຍໃຫ້ຂໍ້ສັງເກດວ່າ ກຳລັງທະຫານສະຫະລັດທີ່ຢູ່ໃກ້ທີ່ສຸດ ກໍແມ່ນ ທະຫານມາຣີນທີ່ ພວມໃຫ້ການຝຶກແອບ ຢູ່ໃນບໍລິເວນອ່າວກີເນຍ.
XS
SM
MD
LG