ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄນຈີເຣຍ ຕັ້ງລາງວັນ ຈັບຜູ້ຕ້ອງຫາ ໃນການໂຈມຕີໂບດ


ໄຟກຳລັງໄໝ້ລົດຄັນນຶ່ງ ໃນການໂຈມຕີໂບດ St. Theresa ໃກ້ໆນະຄອນຫຼວງ Abuja ຂອງໄນຈີເຣຍໃນວັນຄຣິສຕ໌ມາສ
ໄຟກຳລັງໄໝ້ລົດຄັນນຶ່ງ ໃນການໂຈມຕີໂບດ St. Theresa ໃກ້ໆນະຄອນຫຼວງ Abuja ຂອງໄນຈີເຣຍໃນວັນຄຣິສຕ໌ມາສ

ຕຳຫຼວດ​ໄນ​ຈີ​ເຣຍ​ສະ​ເໜີ​ໃຫ້​ເງິນ​ລາງວັນ​ຫຼາຍກວ່າ 300,000 ​ໂດ​ລາສຳລັບ​ຂໍ້ມູນ​ທີ່​ນຳພາ​
ໄປ​ສູ່​ການ​ຈັບ​ໂຕ​ກຸມ​ໂຕຄືນ​ໃໝ່​ ຜູ້​ທີ່ຖືກ​ກ່າວ​ຫາ​ວ່າ ເປັນ​ຜູ້​ວາງ​ແຜນ ໃນ​ການ​ໂຈມ​ຕີ​ຮ້າຍ
ແຮງ​ທີ່​ໂບດ​ແຫ່ງ​ນຶ່ງ​ເນື່ອງ​ໃນ​ໂອກາດ​ວັນ​ບຸນຄຣິສຕ໌ມາສ.

ເຈົ້າໜ້າ​ທີ່​ກ່າວ​ວ່າ ນາຍ Kabiru Sokoto ​ໄດ້​ຫຼົບໜີ​ຈາກ​ການ​ຄວບ​ຄຸມ​ຂອງຕຳຫຼວດໃນ
ມື້ວັນພຸດແລ້ວ ເວລາ​ສະມາຊິກ​ຂອງ​ກຸ່ມ​ອັນທະ​ພານ​ຈຸ​ນຶ່ງ ​ໂຈມ​ຕີ​ລົດ​ຕຳຫຼວດ ຂະນະ​ທີ່ຜູ້
ກ່ຽວ​ຖືກຄຸມ​ໂຕ​ໄປ​ຍັງປ້ອມ​ຕຳຫຼວດອີກ​ແຫ່ງ​ນຶ່ງ.

ປະທານາທິບໍດີ Goodluck Jonathan ​ໄດ້​ຂູ່​ວ່າ​ຈະ​ປົດ​ທ່ານ Hafiz Ringhim ຫົວໜ້າ
ສືບສວນ​ຂອງ​ຕຳຫຼວດ ນອກຈາກ​ວ່າເຈົ້າໜ້າ​ທີ່​ຈະ​ສາມາດ​ຈັບ​ນາຍ Sokoto ​ໄດ້​ພາຍ​ໃນ​
ວັນ​ສຸກ​ມື້ນີ້. ຜູ້​ກວດກາ​ຕຳຫຼວດ ທີ່​ໄດ້​ສັ່ງ​ໃຫ້​ຍົກຍ້າຍນາຍ Sokoto ​ນັ້ນ ຖືກ​ສັ່ງ​ໃຫ້​ພັກ​
ການ​ຊົ່ວຄາວ.

ຄະດີ​ນີ້​ໄດ້​ພາ​ໃຫ້​ປະຊາຊົນ​ຈຳນວນ​ນຶ່ງ​ໃນ​ໄນ​ຈີ​ເຣຍຈົ່ມ​ທຸກ​ວ່າ​ຕຳຫຼວດບໍ່​ໄດ້​ດຳເນີນ​ການ
ພຽງພໍ​ເພື່ອ​ໃຫ້ການ​ປົກປ້ອງ​ຄຸ້ມ​ຄອງ​ພົນລະ​ເຮືອນ​ຈາກ​ການ​ໂຈມ​ຕີຂອງ​ຜູ້​ກໍ່​ການ​ຮ້າຍ.

ໂຄສົກ​ຂອງ​ຕຳຫຼວດ ທ່ານ Olusola Amore ກ່າວ​ວ່າ ຕຳຫຼວດ​ໄດ້​ເຮັດ​ໜ້າ​ທີ່ເປັນຢ່າງ​
ດີ​ທີ່​ສຸດ​ເພື່ອຈະ​ຈັບ​ໂຕ​ນາຍ Sokoto ​ໃຫ້​ໄດ້ຄືນ​ອີກ. ທ່ານ​ເວົ້າວ່າ ຕຳຫຼວດສາກົນ​ແລະ​
ລັດຖະບານ​ຂອງ​ປະ​ເທດ​ອື່ນໆ​ໃນ​ພູມີພາກພວມ​ໃຫ້ການ​ຊ່ອຍ​ເຫຼືອໃນ​ການ​ຕາມ​ລ່າ​ຫາ​
ໂຕ​ຄົນ​ຮ້າຍ​ໃນ​ຄັ້ງນີ້.

XS
SM
MD
LG