ພວກໄວ້ອາໄລໃນເຂດຕາເວັນອອກສຽງເໜືອຂອງໄນຈີເຣຍກໍາລັງພາກັນຕຽມຈັດຊາປະ
ນະກິດສົບ ສໍາລັບພວກທີ່ຖືກສັງຫານຈໍານວນຫລາຍສິບຄົນ ຈາກເຫດການລະເບີດແລະ
ການຍິງສູ້ລົບກັນຫລາຍໆບັ້ນ ໂດຍພວກຫົວຮຸນແຮງນິກາຍນຶ່ງຂອງສາສະໜາອິສລາມ.
ພວກເຈົ້າໜ້າທີ່ບັນເທົາທຸກກ່າວວ່າ ຢ່າງໜ້ອຍມີຜູ້ເສຍຊີວິດ 65 ຄົນ ຈາກເຫດການກໍ່
ຄວາມຮຸນແຮງຂອງວັນສຸກຜ່ານມານີ້ ທີ່ແນເປົ້າໝາຍໃສ່ສະຖານີຕໍາຫລວດແຫ່ງຕ່າງໆ
ພ້ອມທັງພວກໂບດ ແລະທະນາຄານແຫ່ງນຶ່ງ ໃນເມືອງ Damaturu ເມືອງ Potiskum
ແລະເມືອງ Maiduguri.
ສາສະໝາອິສລາມນິກາຍ Boko Haram ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມ
ຕີເຫລົ່ານີ້ ແລະພ້ອມກັບໂຄສົກຂອງພວກເຂົາໄດ້ປະກາດເຕືອນວ່າ ຈະທໍາການໂຈມຕີ
ເພີ່ມອີກ.
ໂຄສົກຂອງປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan ໄດ້ອອກຄໍາປະນາມ
ຂອງທ່ານອອກມາ ໂດຍກ່າວວ່າ ການໂຈມຕີຕ່າງໆແມ່ນບັງຄັບໃຫ້ປະທານາທິບໍດີຕ້ອງ
ໄດ້ເລື່ອນພິທີການແຕ່ງງານຂອງນ້ອງຊາຍຕົນໃນລັດ Bayelsa ທາງພາກໃຕ້ຂອງປະເທດ.
ໃນຖະແຫລງການສະບັບນຶ່ງນັ້ນ ສະພາຄວາມໝັ້ນຄົງອົງການສະຫະປະ ຊາຊາດໄດ້ປະ
ນາມການກໍ່ຄວາມຮຸນແຮງຄັ້ງນີ້ ແລະສະແດງຄວາມເຫັນອົກເຫັນໃຈແລະຄວາມເສົ້າສະ
ລົດໃຈຕໍ່ພວກເສຍຊີວິດ ແລະຄອບຄົວຂອງພວກເຂົາເຈົ້າ ສະພາຄວາມໝັ້ນຄົງໄດ້ຮຽກ
ຮ້ອງໃຫ້ປະເທດສະມາຊິກຕ່າງໆຈົ່ງໃຫ້ການຄໍ້າປະກັນໂດຍການເອົາມາດຕະການ
ຕ່າງໆເພື່ອປາບປາມການກໍ່ການຮ້າຍໄປຕາມກົດໝາຍວ່າດ້ວຍສິດທິມະນຸດ ອົບພະຍົບ
ແລະມະນຸດສະທໍາຂອງນາໆຊາດນັ້ນ.