ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລະເບີດ ສະຫຼະຊີບ ສັງຫານ 13 ຄົນໃນປະເທດ ໄນຈີເຣຍ


ມືລະເບີດສະຫຼະຊີບຄົນນຶ່ງໄດ້ສັງຫານປະຊາຊົນ 13 ຄົນໃນເມືອງ ໄມດູກູຣີ ຕັ້ງຢູ່ພາກ
ຕາເວັນອອກສຽງເໜືອຂອງປະເທດ ໄນຈີເຣຍ ໃນວັນອາທິດວານນີ້.

ນອກນັ້ນ ການໂຈມຕີໃນຕອນແລງຂອງວັນອາທິດວານນີ້ ຍັງໄດ້ເຮັດໃຫ້ປະຊາຊົນ 5
ຄົນໄດ້ຮັບບາດເຈັບນຳ. ລະເບີດສະຫຼະຊີບທີ່ເກີດຂຶ້ນອີກສອງຄັ້ງຕໍ່ມາ ໄດ້ເຮັດໃຫ້ອິກ
ຫຼາຍກວ່າສິບຄົນບາດເຈັບ.

ບໍ່ມີຝ່າຍໃດອ້າງເອົາຄວາມຮັບຜິດຊອບໃນທັນທີທັນ ໃດສຳລັບການໂຈມຕີດັ່ງກ່າວ,
ແຕ່ບັນດາເຈົ້າໜ້າທີ່ສົງໄສວ່າ ກຸ່ມຫົວຮຸນແຮງ ໂບໂກ ຮາຣາມ ແມ່ນຢູ່ເບື້ອງຂອງຄວາມ
ຮຸນແຮງດັ່ງກ່າວ.

ພວກ ໂບໂກ ຮາຣາມ ໄດ້ຂ້າປະຊາຊົນຫຼາຍກວ່າ 20,000 ຄົນໃນລະຫວ່າງການປະ
ຕິບັດການຕໍ່ຕ້ານລັດຖະບານ ໄນຈີເຣຍ 8 ປີ, ໃນຄວາມພະຍາຍາມທີ່ຈະສ້າງລັດອິສ
ລາມທີ່ເຄັ່ງຄັດຂຶ້ນມາ ໃນພາກເໜືອຂອງປະເທດ ທີ່ມີຄົນມຸສລິມອາໄສຢູ່ສ່ວນໃຫຍ່.
ເມືອງ ໄມດູກູຣີ ແມ່ນເມືອງຫຼວງຂອງລັດ ບໍໂນ, ເປັນແຫຼ່ງກຳເໜີດຂອງກຸ່ມ ໂບໂກ
ຮາຣາມ.

ລາຍງານສະບັບນຶ່ງ ທີ່ຖືກເປີດເຜີຍໂດຍກຸ່ມສະໜັບສະໜູນສິດທິມະນຸດ ອົງການ ນິລະ
ໂທດກຳສາກົນ ໄດ້ກ່າວວ່າ ພົນລະເຮືອນຢ່າງໜ້ອຍ 223 ຄົນໄດ້ຖືກຂ້າຕາຍ ດ້ວຍນໍ້າ
ມືຂອງພວກ ໂບໂກ ຮາຣາມ ນັບຕັ້ງແຕ່ເດືອນເມສາເປັນຕົ້ນມາ, ລວມທັງພົນລະ
ເຮືອນທີ່ຖືກຂ້າຕາຍ 100 ຄົນໃນເດືອນສິງຫາ ເດືອນດຽວ. ການໂຈມຕີທີ່ຮຸນແຮງທີ່
ສຸດໄດ້ເກີດຂຶ້ນໃນວັນທີ 25 ກໍລະກົດທີ່ຜ່ານມາ, ເມື່ອປະຊາຊົນ 41 ຄົນໄດ້ຖືກຍິງຕາຍ
ໃນການດັກໂຈມຕີກຸ່ມຂຸດຄົ້ນນໍ້າມັນໃນລັດ Borno. ອົງການນິລະໂທດກຳ ກ່າວວ່າ
“ຕົວເລກທີ່ແທ້ຈິງອາດຈະມີຈຳນວນສູງກວ່ານັ້ນ, ໃນຂະນະທີ່ການໂຈມຕີບາງຄັ້ງອາດ
ຈະບໍ່ໄດ້ຖືກລາຍງານ.”

ເຂົາເຈົ້າກ່າວວ່າ ຄວາມຮຸນແຮງຈາກພວກ ໂບໂກ ຮາຣາມ ໄດ້ເຮັດໃຫ້ພົນລະເຮືອນ
ຫຼາຍລ້ານຄົນ ເດີນທາງຂ້າມພາກພື້ນທະເລສາບ ແຊັດ ຍ້ອນຄວາມຕ້ອງການ ການ
ຊ່ວຍເຫຼືອດ້ານມະນຸດສະທຳ. ປະຊາຊົນທັງໝົດ 2 ລ້ານ 3 ແສນຄົນແມ່ນບໍ່ມີທີ່ຢູ່ອາ
ໄສໃນປະເທດ ໄນຈີເຣຍ, ກຳມາຣູນ, ແຊັດ ແລະ ໄນເຈີ, ແລະ ຫຼາຍກວ່າ 7 ລ້ານຄົນ
ໄດ້ປະເຊີນໜ້າກັບການຂາດອາຫານຂັ້ນຮ້າຍແຮງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG