ບັນດາເຈົ້າໜ້າທີ່ກ່າວວ່າ ປະຊາຊົນ 11 ຄົນເສຍຊີວິດຍ້ອນການແຕກຕື່ນຢຽບກັນຕາຍ ໃນການໂຮມຊຸມນຸມໂຄສະນາຫາສຽງເລືອກຕັ້ງ ໃຫ້ປະທານາທິບໍດີ Good-luck Jonathan ໃນເຂດສາມຫລ່ຽມແມ່ນໍ້າ Niger ທາງພາກໃຕ້ຂອງປະເທດ.
ຕໍາຫລວດກ່າວວ່າ ພວກສະໜັບສະໜຸນປະທານາທິບໍດີ Goodluck Jonathan ຫລາຍພັນຄົນໄດ້ໄປໂຮມຊຸມນຸມ ຢ່າງອັດແອແຫຍ້ກັນ ຢູ່ໃນແລະອ້ອມແອ້ມເດິ່ນກີລາແຫ່ງນຶ່ງໃນເມືອງທ່າກໍາປັ່ນ Port Harcourt ໃນວັນເສົາວານນີ້ເພື່ອຟັງຄໍາໂຄສະນາຫາສຽງຂອງທ່ານ Jonathan ຊຶ່ງເປັນຄົນມາຈາກເຂດນັ້ນ. ຕໍາຫລວດກ່າວວ່າ ມີອີກຫລາຍສິບຄົນໄດ້ຮັບບາດເຈັບໃນເຫດແຕກຕື່ນແລ່ນຢຽບກັນນັ້ນ.
ພວກເຫັນເຫດການກ່າວວ່າ ການແຕກຕື່ນເກີດຂຶ້ນຫລັງຈາກຕໍາຫລວດຍິງປືນຂຶ້ນຟ້າ ໃນອັນທີ່ປາກົດວ່າ ເປັນຄວາມພະຍາຍາມເພື່ອຄວບຄຸມຝູງຊົນທີ່ພາກັນຟ້າວແລ່ນອອກຈາກເດີ່ນກິ ລາໄປ. ປະທານາທິບໍດີ Jonathan ກ່າວວ່າ ທ່ານມີຄວາມຕື່ນຕົກໃຈແລະເສົ້າເສຍໃຈ ທີ່ໄດ້ຍິນຂ່າວນີ້.
ໄນຈີເຣຍກໍາລັງກະກຽມການເລືອກຕັ້ງສໍາລັບເດືອນເມສາໜ້ານີ້. ມີການຄາດໝາຍກັນຢ່າງກວ້າງຂວາງວ່າ ປະທານາທິບໍດີ Jonathan ຊຶ່ງເປັນຜູ້ສະໝັກແຂ່ງຂັນໃນນາມພັກລັດຖະ ບານປົກຄອງປະເທດໃນປັດຈຸບັນ ຈະຊະນະການເລືອກຕັ້ງຄັ້ງນີ້.