ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄນຈີເຣຍ ລະບຸຕົວ ເດັກນ້ອຍ ນັກຮຽນຍິງ ທີ່ຖືກ ລັກພາໂຕ (ສະ​ໄລ​ດ໌/ວິດີໂອ)


ບັນດານັກຮຽນຍິງ ໄນຈີເຣຍ ທີຖືກລັກພາໂຕ ໄດ້ນຳມາສະແດງ ໃຫ້ເຫັນ ຢູ່ໃນວີດີໂອ ຂອງກຸ່ມ Boko Haram
ບັນດານັກຮຽນຍິງ ໄນຈີເຣຍ ທີຖືກລັກພາໂຕ ໄດ້ນຳມາສະແດງ ໃຫ້ເຫັນ ຢູ່ໃນວີດີໂອ ຂອງກຸ່ມ Boko Haram
ຜູ້ປົກຄອງລັດຄົນນຶ່ງຂອງ​ໄນ​ຈີເຣຍກ່າວວ່າ ເດັກນ້ອຍຜູ້
ຍິງທັງໝົດ ທີ່ເຫັນຢູ່ໃນ ວີດີໂອຊຶ່ງນຳອອກເຜີຍແຜ່ໂດຍ
ກຸ່ມ Boko Haram ນັ້ນ​ແມ່ນ​ເປັນນັກຮຽນຂອງ ​ໂຮງຮຽນ
​ທີ່​ຖືກ​ໂຈມ​ຕີ ​ໂດຍ​ພວກ​ຫົວ​ຮຸນ​ແຮງ.

ຜູ້​ປົກຄອງ​ລັດ Borno ທ່ານ Kashim Shettima ກ່າວ
ວ່າ​ເດັກຍິງ 54 ຄົນ​ຢູ່​ໃນວີ​ດີ​ໂອ ​ໄດ້​ແມ່ນຮູ້ຊື່ແລ້ວ ​ໃນ​ຂະ
ນະສ່ວນ​ທີ່​ເຫລືອ​ນັ້ນ​ໄດ້ຖືກລະບຸວ່າ ​ເປັນ​ເດັກ​ນັກຮຽນ​ຍິງ
ຈາກ​ໂຮ​ງຮຽນ​ມັດທະຍົມແມ່ຍິງຂອງລັດຖະບານ ຢູ່​ທີ່ເມື​ອງ
Chibok. ທ່ານ​ກ່າວ​ໃນ​ວັນ​ອັງຄານວານນີ້ວ່າ ຫລັງ​ຈາກ
​ໄດ້​ຈັດການ​ສາຍວີ​ດີໂອ ​ໃຫ້ແກ່​ປະຊາ​ຄົມ Chibok ເບິ່ງກັນ.
World Demands Action Against Nigerian Kidnappers
please wait

No media source currently available

0:00 0:02:55 0:00

​ກ່ອນໜ້ານີ້ ພໍ່​ຂອງ​ເດັກ​ຜູ້​ນຶ່ງ​ໄດ້​ກ່າວ​ຕໍ່ວີໂອ​ເອ ພະ​ແນ​ກພາສາ Hausa ວ່າ ລາວ​ຈື່​
ລູກສາວ​ຂອງ​ລາວ ອາຍຸ 18 ປີ ​ຢູ່​ໃນວີ​ດີ​ໂອ. ​ແລະ​ຜູ້ຍິງ​ຄົນ​ນຶ່ງ​ກ່າວ​ວ່າ ຜົວ​ຂອງ​ລາວ
​ຈື່ລູກ​ສາວ​ຂອງ​ເຂົາ​ເຈົ້າ​ ອາຍຸ 17 ປີໄດ້ ທີ່​ມີຄວາມປາດຖະໜາ​ຢາກ​ເປັນ​ດອກ​ເຕີນັ້ນ.

ຢູ່​ໃນ​ການ​ສຳພາດເປັນ​ພາສາ​ອັງກິດຂອງ​ພະ​ແນ​ກພາສາອັງກິດໄປຍັງອາ​ຟຣິກາ ຜູ້​
ຊາຍ​ຄົນ​ນຶ່ງແນະນຳ​ໂ​ຕລາວເອງ​ວ່າ ຊື່ “Samuel” ກ່າວ​ວ່າ ລາວ​ຈື່​ຫລານ​ສາວ​ຂອງ​
ລາວ​ສອງ​ຄົນ ​ຢູ່​ໃນວີ​ດີ​ໂອນັ້ນ.

ທ້​າວ Samuel ກ່າວ​ວ່າ : “ຂ້ອຍ​ເຫັນເຂົາ​ເຈົ້າ​ມື້ວານ​ນີ້ ວັນ​ຈັນ ​ແລະ​ຂ້ອຍໄດ້ ຮ້ອງ
ໄຫ້ ແລະ​ໄດ້​ຮ້ອງໄຫ້​ທຸ​ກໆ​ມື້ ​ເວລາ​ຂ້ອຍ​ຄຶດ​ຫາ​ເຂົາ​ເຈົ້າ ​ເພາະວ່າ​ເຂົາ​ເຈົ້າ​ຢູ່​ເຮືອນ​
ດຽວກັນ.”

​ໃນ​ວັນ​ຈັນຜ່ານມາ ກຸ່ມ​ Boko Haram ​ໄດ້ນຳອອກ​ເຜີ​ຍ​ແຜ່ວີ​ດີ​ໂອທີ່ຍາວ 17 ນາ​ທີ
ທີ່​ສະ​ແດງ​ໃຫ້​ເຫັນ​ເດັກນ້ອຍ​ຜູ້ຍິງ 100 ຄົນ ​ພາກັນ​ນຸ່ງ​ເຄື່ອງ hijab ສີ ດຳ ​ແລະ​ສີ​ຂີ້​
ເຖົ່າ ທີ່​ປົກ​ຄຸ​ມຍາວ​ລົງ​ມາ ພາກັນ​ນັ່ງ​ຢູ່ ໃນເຂດຊົນນະບົດທີ່ສອກ ຫລີກຫ່າງໄກແກ່ງ
ນຶ່ງ ທີ່ບໍ່ຮູ້ຈັກວ່າຢູ່ໃສ. ເຂົາ​ເຈົ້າ​ແມ່ນ​ພາກສ່ວນ​ນຶ່ງຂອງພວກ​ເດັກນ້ອຍ​ຜູ້ຍິງປະມານ
300 ຄົນທີ່​ຖືກ​ລັກພາ​ໂຕໂດຍກຸ່ມ​ Boko Haram ​ໃນ​ກາງ​ເດືອນ​ເມສາຜ່ານມາ.

​ເດັກນ້ອຍຜູ້ຍິງຈຳນວນ​ນຶ່ງ ພາກັນຫ​ລົບ​ໜີ​ອອກ​ມາ​ໄດ້ ແຕ່​ວ່າ​ອີກ​ປະມານ 276 ຍັງ
ຫາຍ​ສາບ​ສູນຢູ່.
NIGERIA SCHOOLGIRLS VOSOT
please wait

No media source currently available

0:00 0:01:05 0:00
XS
SM
MD
LG