ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະ​ນັກ​ງານ ບໍ​ລິ​ສັດ​ Shell 2 ຄົນ ຢູ່ ​ໄນ​ຈີ​ເຣຍ ​ໄດ້​ຖືກ​ລັກ​ພາ​ຕົວໄປ​ ສ່ວນ​ຕຳ​ຫຼວດ​ ໃຫ້​ການອາລັກຂາ ຖື​ກ​ຍິງ​ຕາຍ


ພວກພະນັກງານ ບໍ​ລິ​ສັດ​ນ້ຳມັນ Shell ຂອງ​ໄນ​ຈີ​ເຣຍ ກຳລັງປະຕິບັດໜ້າທີ່ໃນໂຮງການກັ່ນນ້ຳມັນ ໃນເມືອງທ່າ ຮາຣຄອດຣຕ໌ ຂອງລັດຣີເບີສ໌, ປະເທດໄນຈີເຣຍ, ວັນທີ 16 ກັນຍາ 2015.
ພວກພະນັກງານ ບໍ​ລິ​ສັດ​ນ້ຳມັນ Shell ຂອງ​ໄນ​ຈີ​ເຣຍ ກຳລັງປະຕິບັດໜ້າທີ່ໃນໂຮງການກັ່ນນ້ຳມັນ ໃນເມືອງທ່າ ຮາຣຄອດຣຕ໌ ຂອງລັດຣີເບີສ໌, ປະເທດໄນຈີເຣຍ, ວັນທີ 16 ກັນຍາ 2015.

ພວກ​ພະ​ນັກ​ງານບໍ​ລິ​ສັດ​ນ້ຳ​ມັນ Shell 2 ຄົນ ໃນ​ໄນ​ເຈີ​ເຣຍ ​ໄດ້​ຖືກ​ລັກ​ພາ​ຕົວໄປ​.
ສ່ວນພວກ​ຕຳ​ຫຼວດ​ທີ່ໃຫ້ການອາລັກຂາ ​ຂອງ​ພວກ​ພະນັກງານດັ່ງກ່າວ ກໍ​ໄດ້ຖື​ກ​
ຍິງ​ຕາຍ.

ບໍ​ລິ​ສັດ​ນ້ຳ​ມັນ Shell Petroleum Development Company ແຫ່ງໄນ​ເຈີ​ເຣຍ
ຈຳ​ກັດ ກໍໄດ້​ເສຍ​ໃຈ ໃນ​ການ​ຢືນ​ຢັນ​ເຖິງ​ການ​ໂຈມ​ຕີ ຕໍ່​ພວກ​ພະ​ນັກ​ງານ​ຂອງ​ຕົນ
ແລະພວກ​ເຈົ້າ​ໜ້າທີ່​ ໃຫ້ການອາລັກຂາສອງຄົນ ໃນ​ເມືອງ Rumuji, ​ລັດ Rivers
ຢູ່ທາງ​ຫຼວງ East/West ຊຶ່ງໂຄສົກ​ຂອງ ບໍ​ລິ​ສັດ​ນ້ຳ​ມັນ Shell ໄດ້​ກ່າວ​ໄປນັ້ນ.

ແຫຼ່ງ​ຂ່າວ​ທີ່​ບໍ່​ປະ​ສົງ​ອອກ​ນາມ ໄດ້​ບອກ​ກັບສື່​ມວນຊົນຂອງ​ໄນ​ຈີ​ເຣຍ ວ່າ ກຸ່ມ​ດັ່ງ​ກ່າວ
ແມ່ນ​ໄດ້ລອບ​ໂຈມ​ຕີ ຕອນ​ທີ່ “ພວກ​ມື​ປືນ​ໄດ້​ອອກ​ຈາກພຸ່ມ​ຫຍ້າ.”

ກຸ່ມ​ດັ່ງ​ກ່າວ ແມ່ນ​ອອກເດີນ​ທາງໃນວັນພະຫັດຜ່ານມາ ຈາກ​ລັດ Bayelsa ໄປ​ຍັງ​ລັດ
Rivers ຕອນ​ທີ່​ຖືກ​ໂຈມ​ຕີ​ ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Two Shell Oil workers in Nigeria have been kidnapped. Their police escort was shot dead.

"The Shell Petroleum Development Company of Nigeria Limited regrets to confirm the attack on its staff and government security escort at Rumuji, Rivers State, on the East/West road," a Shell spokesman said.

An anonymous source told Nigeria media that the group was ambushed when "gunmen came out from the bush."

The group was traveling from Bayelsa State to Rivers State when attacked Thursday.

XS
SM
MD
LG