ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄນຈີເຣຍປະກາດ ພາວະສຸກເສີນ


ເຫດການລະເບີດບັ້ນນຶ່ງ ໄກ້ເມືອງຫລວງ Abuja ຂອງໄນຈີເຣຍ ທີ່ຖິ້ມ ໂທດໃສ່ກຸ່ມຫົວຮຸນແຮງອີສລາມນິກາຍ Boko Haram
ເຫດການລະເບີດບັ້ນນຶ່ງ ໄກ້ເມືອງຫລວງ Abuja ຂອງໄນຈີເຣຍ ທີ່ຖິ້ມ ໂທດໃສ່ກຸ່ມຫົວຮຸນແຮງອີສລາມນິກາຍ Boko Haram

ທ່ານ Goodluck Jonathan ປະທານາທິບໍດີ​ໄນ​ຈີ​ເຣຍ ​ໄດ້​ປະກາດ​ພາວະ​ສຸກ​ເສີນ​ໃນ​ຂົງ
ເຂດ​ທີ່​ເກີດ​ຄວາມ​ຮຸນ​ແຮງ​ຫລາຍ​ທີ່​ສຸດ​ ທີ່​ຖິ້ມ​ໂທດ​ໃສ່​ກຸ່ມ​ແບ່ງ​ແຍກ​ສາສະໜາ​ອີສລາມ
ຫົວ​ຮຸນ​ແຮງນິກາຍ Boko Haram.

ໃນ​ຖະ​ແຫລ​ງການບັ້ນ​ນຶ່ງ​ຜ່ານ​ໂທລະທັດ​ແຫ່ງ​ຊາດ​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ ​ໂຈ​ນາ​ທານ
ກ່າວ​ວ່າ ​ໄດ້​ໃຊ້​ມາດ​ຕະການບັງຄັບ​ໃນ​ເຂດຕ່າງໆ​ຂອງ ລັດ Yobe ​ແລະ Borno ກໍ້າ​ຕາ
ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ ພ້ອມ​ດ້ວຍລັດ Plateau ພາກ​ກາງຂອງ​ໄນຈີ​ເຣຍ ​ແລະ
ລັດ​ໄນ​ເຈີ ທາງ​ພາກ​ຕາ​ເວັນ ອອກ.

ທ່ານ​ໂຈ​ນາ​ທານ​ກ່າວ​ອີກ​ວ່າ ​ເຫດການ​ຮຸນ​ແຮງ​ດັ່ງກ່າວ​ຍັງ​ຜົນ​ຕ້ອງ​ໄດ້​ປິດ​ຊາຍ​ແດນ​ຊົ່ວ
ຄາວ ​ເພື່ອ​ແກ້​ໄຂ​ບັນຫາ​ດ້ານ​ຄວາມ​ໝັ້ນຄົງ ​ແລະ​ນໍາ​ພາ​ປະ ​ເທດ​ເຂົ້າສູ່​ສະພາບ​ປົກກະຕິ.

XS
SM
MD
LG