ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງທັບ ໄນຈີເຣຍ ສັງຫານ ພວກຫົວຮຸນແຮງ 50 ຄົນ


ແຜນທີ່ ໄນຈີເຣຍ
ແຜນທີ່ ໄນຈີເຣຍ
ກອງທັບ​ໄນ​ຈີ​ເຣຍ ກ່າວ​ວ່າ ທະຫານ​ຂອງ​ຕົນ​ໄດ້​ສັງຫານພວກ​
ຫົວ​ຮຸນແຮງອິສລາມ ຢ່າງ​ໜ້ອຍ 50 ຄົນ ​ໃນ​ການ​ປະຕິບັດ​ງານ
ຕາມ​ລ່າຫາ ພວກ​ທີ່ໂຈມຕີ​ຢ່າງ​ຮ້າຍ​ແຮງ ຕໍ່ຄ້າຍ​ທະຫານ​ແຫ່ງ
ນຶ່ງ ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ.

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ນາຍ​ພົນໂທ Chris Olukalade
ກ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ ທະຫານ 15 ຄົນ ​ແລະພົນລະ​ເຮືອນ
​ຫ້າ​ຄົນ ​ໄດ້​ຖືກ​ສັງຫານ​ໃນ​ລະຫວ່າງການໂຈມ​ຕີ​ໃນ​ວັນ​ສຸກ​ແລ້ວ
ທີ່​ເມືອງ Bama

​ເມືອງ​ດັ່ງກ່າວ ຕັ້ງ​ຢູ່ໃນ​ລັດ Borno ຊຶ່ງ​ເປັນ​ນຶ່ງໃນຂົງ​ເຂດ ບ່ອນ​ທີ່
​ລັດ ຖະບານໄນ​ຈີ​ເຣຍ ​ໄດ້​ປະກາດ​ພາວະ​ສຸກ​ເສີນ ​ແລະ​ໄດ້​ສົ່ງ​ທ​ະຫານໄປ ເພີ້​ມ​ເຕີມ​ເພື່ອ​ສູ້​ລົບ​ກັບພວກ​ອິສລາມຫົວ​ຮຸນ​ແຮງ.

ກຸ່ມ​ຫົວ​ຮຸນ​ແຮງ Boko Haram ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ ​ໃນ​ການ​ໂຈມ​ຕີຄ້າຍ​ທະຫານ​
ໄນ​ຈີ​ເຣຍໃນ​ຕົ້ນ​ເດືອນ​ນີ້​ທີ່​ເມືອງ Maiduguri ​ເມືອງ​ຫລວງ​ຂອງລັດ Borno.

ກຸ່ມ Boko Haram ​ເປັນ​ທີ່​ເຊື່ອກັນ​ວ່າ ທຳ​ການ​ສູ້​ລົບເພື່ອ​ສ້າງ​ຕັ້ງ​ລັດ ອິສລາມ​ຂຶ້ນ​ໃນພາ​ກ​
ເໜືອ​ຂອງ​ໄນ​ຈີ​ເຣຍ ​ແລະ​ຖືກຖີ້ມ​ໂທດ​ໃສ່​ວ່າ ​ເປັນ ຜູ້​ຮັບຜິດຊອບ​ກ່ຽວ​ກັບການ​ຕາຍຂອງ
​ຫລາຍ​ພັນ​ຄົນ ນັບ​ຕັ້ງ​ແຕ່​ໄດ້​ເລີ້ມ​ມີ​ການ​ລຸກ​ຮື​ຂື້ນ​ ໃນ​ປີ 2009.

ບັນດາ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດ ​ໄດ້​ກ່າວ​ຫາ​ທະຫານ​ໄນຈີ​ເຣຍວ່າ ນຳ​ໃຊ້​ການ​ປາບ​ປາມ​ແບບຮຸນ​ແຮງ​ບໍ່​ເລືອກ​ໜ້າ ​ແລະໜັກ​ມື​ເກີນ​ໄປ ​ໃນ​ການ​ທັບ​ມ້າງປາບ​ປາມ​ນັ້ນ.
XS
SM
MD
LG