ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຮອງປະທານາທິບໍດີ ໄນຈີເຣຍ ພົບປະກັບ ພວກເດັກຍິງ Chibok 21 ທີ່ຖືກປ່ອຍຕົວ


ພວກດັກຍິງ ໂຮງຮຽນ Chibok 21 ຄົນທີ່ຖືກປ່ອຍຕົວ ພົບປະກັບ ຮອງປະທານາທິບໍດີ ທ່ານ Yemi Osinbajo ໃນນະຄອນຫຼວງ Abuja, ໄນຈີເຣຍ. 13 ຕຸລາ, 2016.
ພວກດັກຍິງ ໂຮງຮຽນ Chibok 21 ຄົນທີ່ຖືກປ່ອຍຕົວ ພົບປະກັບ ຮອງປະທານາທິບໍດີ ທ່ານ Yemi Osinbajo ໃນນະຄອນຫຼວງ Abuja, ໄນຈີເຣຍ. 13 ຕຸລາ, 2016.

ເດັກຍິງ Chibok ທີ່ຫາກໍຖືກປ່ອຍຕົວໃໝ່ໆ, ເຊິ່ງພວກເຂົາເຈົ້າຖືກລັກພາຕົວໄປໂດຍ ພວກ Boko Haram ໃນປີ 2014, ໄດ້ພົບປະກັບຮອງປະທານາທິບໍດີ ໄນຈີເຣຍ ທ່ານ Yemi Osinbajo ໃນນະຄອນ ຫຼວງ Abuja ວັນພະຫັດວານນີ້.

ທ່ານໄດ້ກ່າວວ່າ “ມັນເປັນຂ່າວທີ່ມີຄວາມຕື່ນເຕັ້ນຫຼາຍສຳລັບທົ່ວປະເທດ.”

ທ່ານ Osinbajo ໄດ້ປະຕິເສດການລາຍງານຂອງສື່ມວນຊົນວ່າ ພວກເດັກຍິງໄດ້ຖືກ ແລກປ່ຽນກັບພວກຫົວຮຸນແຮງ Boko Haram 4 ຄົນທີ່ໄດ້ຖືກຈັບກຸມນັ້ນ.

ລັດຖະມົນຕີກະຊວງຖະແຫຼງຂ່າວທ່ານ Alhaji Lai Mohammed ໄດ້ເອີ້ນການປ່ອຍຕົວ ຂອງພວກເຂົາເຈົ້າວ່າ “ເປັນຜົນງານຂອງຄວາມພະຍາຍາມໃນການເຈລະຈາ ແລະ ການເຊື່ອຖືກັນຂອງທັງສອງຝ່າຍ.”

ອົງການກາແດງ ແລະ ລັດຖະບານ ສວິດເຊີແລນ ໄດ້ນຳໜ້າໃນການເຈລະຈາທີ່ນຳ ໄປສູ່ອິດສະຫຼະພາບຂອງເດັກຍິງ 21 ຄົນ. ບັນດາເຈົ້າໜ້າທີ່ ໄນຈີເຣຍ ກ່າວວ່າ ການເຈ ລະຈາກັບພວກ Boko Haram ສຳລັບເດັກຍິງທີ່ຍັງເຫຼືອຢູ່ຈະດຳເນີນຕໍ່ໄປ.

ຊື່ຂອງເດັກຍິງທັງໝົດ 21 ຄົນຈະຖືກເປີດເຜີຍທັນທີທີ່ຄອບຄົວຂອງພວກເຂົາເຈົ້າໄດ້ຖືກ ຕິດຕໍ່ຫາ. ຂໍ້ມູນກ່ຽວກັບ ສຸຂະພາບຂອງພວກເຂົາເຈົ້າກໍຍັງບໍໄດ້ຖືກເປີດເຜີຍເຊັ່ນກັນ, ແຕ່ເດັກຍິງຄົນໜຶ່ງໃນນັ້ນແມ່ນກຳລັງຖືພາ.

ທ່ານ Mohammed ໄດ້ກ່າວຂອບໃຈຕໍ່ປະຊາຊົນ ໄນຈີເຣຍ ໝົດທຸກຄົນສຳລັບການສະ ໜັບສະໜູນຂອງພວກເຂົາເຈົ້າ ແລະ ສຳລັບ “ການບໍ່ເຄີຍສູນເສຍຄວາມໝັ້ນໃຈໃນ ຄວາມສຳມາດຂອງທ່ານປະທານາທິບໍດີ Muhammadu Buhari ເພື່ອຮັບປະກັນ ການປ່ອຍຕົວຢ່າງປອດໄພຂອງເດັກຍິງ Chibok ຂອງພວກເຮົາ.”

ທ່ານ Buhari ຜູ້ທີ່ກຳລັງຢ້ຽມຢາມປະເທດ ເຢຍລະມັນ ໄດ້ກ່າວໃນ Twitter ວ່າທ່ານໄດ້ ຖືກເລົ່າໃຫ້ຟັງ ກ່ຽວກັບ ການປ່ອຍຕົວຂອງພວກເດັກຍິງໜ້ອຍໜຶ່ງ ກ່ອນເດີນທາງໄປ ເຢຍລະມັນ ສຳລັບວຽກງານທາງການ. ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຍິນດີກັບການປ່ອຍ ຕົວຂອງເດັກຍິງ Chibok 21 ຄົນຂອງພວກເຮົາ, ຫຼັງຈາກການເຈລະຈາທີ່ປະສົບ ຄວາມສຳເລັດ.”

ນາງ Martha Mark, ແມ່ຂອງນັກຮຽນຍິງ ນາງ Monica Mark ທີ່ຖືກລັກພາຕົວ, ຮ້ອງໄຫ້ໃນຂະ ນະທີ່ລາວສະແດງຮູບພາບຂອງລູກສາວ ໃນບ້ານຂອງຄອບຄົວຕົນໃນເມືອງ Chibok, ໄນຈີເຣຍ. 18 ພຶດສະພາ 2014.
ນາງ Martha Mark, ແມ່ຂອງນັກຮຽນຍິງ ນາງ Monica Mark ທີ່ຖືກລັກພາຕົວ, ຮ້ອງໄຫ້ໃນຂະ ນະທີ່ລາວສະແດງຮູບພາບຂອງລູກສາວ ໃນບ້ານຂອງຄອບຄົວຕົນໃນເມືອງ Chibok, ໄນຈີເຣຍ. 18 ພຶດສະພາ 2014.

ພວກ Boko Haram ໄດ້ລັກພາຕົວພວກເດັກຍິງເກືອບ 300 ຄົນຈາກໂຮງຮຽນມັດທະ ຍົມໃນເມືອງ Chibok ລັດ Borno ໃນເດືອນເມສາ ປີ 2014. ເດັກຍິງຫຼາຍສິບຄົນຫຼົບໜີ ອອກມາໄດ້, ແຕ່ 218 ຍັງຄົມຖືກຈັບຢູ່.

ເດັກຍິງ Chibok ພວກນີ້ແມ່ນກຸ່ມທຳອິດທີ່ໄດ້ຖືກຊ່ວຍເຫຼືອ ຈາກຜົນຂອງການປະຕິບັດ ການຂອງລັດຖະບານ.

ທ່ານ Buhari ໄດ້ປະຕິຍານຢ່າງຊ້ຳແລ້ວຊ້ຳອີກ ທີ່ຈະຊ່ວຍເຫຼືອພວກເດັກຍິງ ແລະ ບົດ ແຫຼກພວກ Boko Haram, ເຊິ່ງພວກເຂົາໄດ້ໂຈມຕີໂຮງຮຽນຫຼາຍແຫ່ງ ໃນສ່ວນໜຶ່ງຂອງ ການຕໍ່ຕ້ານລັດຖະບານທີ່ມີມາ 7 ປີຂອງພວກເຂົາເຈົ້າ ໃນພາກຕາເວັນອອກສຽງເໜືອ ຂອງ ໄນຈີເຣຍ. ກຸ່ມດັ່ງກ່າວ, ຊື່ຂອງພວກເຂົາເຈົ້າໄດ້ຖືກແປຄວາມໝາຍປະມານດັ່ງກັບ ວ່າ “ການສຶກສາຂອງປະເທດຕາເວັນຕົກ ແມ່ນສິ່ງຕ້ອງຫ້າມ.” ເຊິ່ງໄດ້ພວກເຂົາໄດ້ຖືກ ກ່າວຫາສຳລັບການຕາຍຂອງປະຊາຊົນປະມານ 20,000 ຄົນຢູ່ໃນພາກພື້ນນັບຕັ້ງແຕ່ປີ 2009 ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG