ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກປົກຄອງປະເທດ ໄນຈີເຣຍ ເຮັດສົງຄາມຄາລົມ ກັບພັກ ຝ່າຍຄ້ານ


ປະທານາທິບໍດີ ໄນຈີເຣຍ ທ່ານ ມູຮຳມາດູ ບູຮາຣີ
ປະທານາທິບໍດີ ໄນຈີເຣຍ ທ່ານ ມູຮຳມາດູ ບູຮາຣີ

ເບິ່ງຄືວ່າສົງຄາມຄາລົມລະຫວ່າງ ໂຄສົກຂອງພັກສະພານັກ ປະຕິຮູບທັງໝົດ ຫຼື APC ທີ່ປົກຄອງປະເທດຂອງ ໄນຈີເຣຍ ແລະ ຝ່າຍຄ້ານ ພັກປະຊາທິປະໄຕປະຊາຊົນ ຫຼື PDP ໄດ້ເພີ່ມທະວີ ຄວາມເຄັ່ງຕຶງຂຶ້ນ. ລາຍງານວ່າ ເລຂາທິການສັງຄົມແຫ່ງຊາດຂອງ ພັກ APC ທ່ານ Lai Mohammed ໄດ້ບອກໃຫ້ພັກ PDP ຢຸດ ການຈົ່ມວ່າຕ່າງໆນາໆ.

ສິ່ງດັ່ງກ່າວນີ້ໄດ້ເກີດຂຶ້ນຫຼັງຈາກພັກ PDP ໄດ້ກ່າວຫາປະທານາ ທິບໍດີ Muhammadu Buhari ກ່ຽວກັບການໃຫ້ຄຳເຫັນໃນແງ່ລົບ ຢ່າງຕໍ່ເນື່ອງກ່ຽວກັບ ເສດຖະກິດຂອງ ໄນຈີເຣຍ, ເຊິ່ງພັກ PDP ໄດ້ກ່າວວ່າມັນກຳລັງເຮັດໃຫ້ພວກນັກລົງທຶນທັງຫຼາຍຫັນໜີຈາກ ປະເທດ. ທ່ານ Lai Mohammed ໄດ້ກ່າວວ່າ ພັກ PDP ແມ່ນເປັນຜູ້ປັ້ນແຕ່ງຄວາມຫາຍາ ນະຂອງພວກເຂົາເຈົ້າເອງ.

ແຕ່ທ່ານ Olisa Metuh, ເລຂາທິການ ການປະຊາສຳພັນແຫ່ງຊາດຂອງພັກ PDP ກ່າວວ່າ ປະທານາທິບໍດີ Buhari ຄວນມີໂຄງການຂອງທ່ານເອງ, ເພື່ອຫາວິທີສ້ອມແປງ ສິ່ງທີ່ທ່ານ ປະທານາທິບໍດີໄດ້ກ່າວວ່າ ແມ່ນການລົມລະລາຍຂອງເສດຖະກິດ ໄນຈີິເຣຍ ແທນທີ່ຈະແມ່ນ ການສືບຕໍ່ກ່າວປະນາມ ລັດຖະບານຂອງອະດີດປະທານາທິບໍດີ ທ່ານ Goodluck Jonathan.

ທ່ານໄດ້ກ່າວວ່າ “ພວກເຮົາບໍ່ສາມາດຈົ່ມວ່າໄດ້ ໃນເມື່ອພວກເຮົາໃຫ້ທາງເລືອກອື່ນໆໃຫ້ ກັບລັດຖະບານກາງ. ພວກເຮົາບໍ່ສາມາດຈົ່ມໄດ້ເມື່ອພວກເຮົາຊີ້ບອກລັດຖະບານ ກ່ຽວກັບ ສິ່ງທີ່ພວກເຂົາເຈົ້າກຳລັງເຮັດວ່າມັນບໍ່ເໝາະສົມ. ພວກເຮົາບໍ່ສາມາດຈົ່ມໄດ້ ໃນເມື່ອພວກ ເຮົາບອກໃຫ້ລັດຖະບານວ່າ ພວກເຂົາເຈົ້າບໍ່ເຮັດວຽກຫຍັງເພື່ອເຮັດໃຫ້ ເສດຖະກິດຂອງ ພວກເຮົາເຕີມໂຕ. ພວກເຮົາບໍ່ສາມາດຈົ່ມວ່າ ໃນເມື່ອພວກເຮົາບອກລັດຖະບານວ່າ ພວກເຂົາບໍ່ເຮັດການຕະຫຼາດເສດຖະກິດຂອງປະເທດ ແລະ ເຮັດໃຫ້ພວກນັກລົງທຶນ ຢ້ານໜີກັນອອກໄປ."

ທ່ານ Metuh ໄດ້ກ່າວວ່າ ລັດຖະບານຂອງປະທານາທິບໍດີ Buhari ບໍມີໂຄງການ ແລະ ຄວາມຄິດກ່ຽວກັບວິທີທີ່ຈະພັດທະນາເສດຖະກິດຂອງ ໄນຈີເຣຍ ແລະ ຮັກສາສິ່ງທີ່ໄດ້ມາ ເມື່ອ 15 ປີກ່ອນຂອງພັກ PDP. ໃນອີກດ້ານໜຶ່ງ, ທ່ານ Lai Mohammed ໄດ້ກ່າວວ່າ ການປາບປາມອົງການຕ່າງໆຂອງລັດຖະບານໂດຍພັກ PDP ຢ່າງຕໍ່ບໍ່ສິ້ນສຸດ ແລະ ແບ່ງ ແຍກທຸກໆຄົນ ແຕ່ວ່າຕົນຈະບໍ່ນຳຫຍັງມາໃຫ້ພັກ, ມີພຽງແຕ່ໂສກເສົ້າ.

XS
SM
MD
LG