ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄນຈີເຣຍ ຟື້ນຟູ ການບໍລິການ ໂທລະສັບ ມືຖື ໃນສາມລັດ


ໄນ​ຈີ​ເຣຍ ​ຟື້ນຟູ​ການ​ບໍລິການ​ໂທລະ​ສັບມື​ຖື​ຄືນ​ໃໝ່ ຢູ່​ໃນສາມລັດ
​ຫລັງຈາກໄດ້​ຖືກ​ປິດ​ລົງ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ພວກ​ຫົວ​ຮຸນ​ແຮງ ປະສານງານກັນ.
ໄນ​ຈີ​ເຣຍ ​ຟື້ນຟູ​ການ​ບໍລິການ​ໂທລະ​ສັບມື​ຖື​ຄືນ​ໃໝ່ ຢູ່​ໃນສາມລັດ ​ຫລັງຈາກໄດ້​ຖືກ​ປິດ​ລົງ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ພວກ​ຫົວ​ຮຸນ​ແຮງ ປະສານງານກັນ.
ໄນ​ຈີ​ເຣຍ ​ໄດ້ຟື້ນຟູ​ການ​ບໍລິການ​ໂທລະ​ສັບມື​ຖື​ຄືນ​ໃໝ່ຢູ່​ໃນ
​ສາມລັດ ​ທີ່​ໄດ້​ຖືກ​ປິດ​ລົງ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ພວກ​ຫົວ​ຮຸນ​ແຮງ
​ອິສລາມໃຊ້​ປະສານ​ງານໃນການ​ໂຈມຕີ.

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ​ໄນ​ຈີ​ເຣຍ ທ່ານ Chris
Olukolade ກ່າວ​ຕໍ່ ວີ​ໂອ​ເອວ່າ ​ການ​ບໍລິການ​ດ້ານໂທລະສັບ​
ມື​ຖື​ໄດ້​ຮັບ​ການ​ຟື້ນຟູ​ແລ້ວທີ່ລັດ Borno ​ໃນ​ວັນ​ສຸກ​ວານນີ້
ຫລັງ​ຈາກ​ການ​ບໍລິການ​ທີ່ລັດ Yobe ​ແ​ລະລັດ Adamawa
​ໄດ້​ຮັບ​ການ​ຟື້ນຟູ.

ທ່ານ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ ສະຖານະ​ການ​ຢູ່​ໃນ​ສາມລັດ ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ ມີ​ຄວາມ​ທຸ່ນ​ທ່ຽງ​ພຽງພໍ ທີ່ “ຜູ້ຄົນສາມາດ​ກັບ​ຄືນ​ໄປ​ໃຊ້​ຊີວິດ​ປະ​ຈໍາ​ວັນ​ໄດ້​ເປັນ​ປົກກະຕິ.”

ນັກ​ຂ່າວ​ຄົນ​ນຶ່ງ​ທີ່​ລັດ Borno ທ່ານ Abdulkareem Haruna ກ່າວ​ຕໍ່ວີ​ໂອ​ເອ ວ່າ ​ຕາ
ໜ່າງໂທລະສັບ​ມື​ຖື ​ໄດ້​ກັບ​ຄືນ​ມາ​ແລ້ວ​ເປັນ​ເວລາ​ສອງ​ຊົ່ວໂມ​ງ ​ໃນ​ວັນ​ສຸກ ​ແລະ​ຫລັງ​ຈາກ​ນັ້ນ ​ກໍ​ໄດ້​ຢຸດ​ລົງ​ອີກ.

ປະທານາທິບໍດີ Goodluck Jonathan ​ໄດ້​ສົ່ງ​ທະຫານ​ເພີ້​ມ​ເຕີມ​ໄປ​ຍັງສາມ​ລັດ ​ໃນ​ກາງເດືອນ​ພຶດສະພາ ຫລັງ​ຈາກ​ໄດ້​ມີ​ການ​ໂຈມ​ຕີ ​ແລະ​ມີ​ການ​ເຄຶ່ອນ​ໄຫວ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ Boko Haram ທີ່​ມີ​ການຖິ້ມ​ໂທດ​ໃສ່ວ່າ ໄດ້​ສັງຫານ ຫລາຍ​ພັນຄົນ​ໃນຮອບ​ສີ່​ປີ​ທີ່​ຜ່ານມາ.

​ໂທລະສັບ​ມື​ຖື​ໄດ້​ຖືກ​ປິດ​ລົງ ​ເພື່ອ​ບໍ່ໃຫ້​ມີ​ການ​ຕິດ​ຕໍ່ປະສານ​ງານ​ກັນ ລະຫວ່າງ ພວກນັກ​ລົບຂອງ​ກຸ່ມ Boko Haram.

ການ​ປິດ​ໂທລະສັບ​ມື​ຖື​ນັ້ນ ເຮັດ​ໃຫ້ເປັນ​ໄປ​ຍາກ​ທີ່ຈະຢັ້ງຢືນ​ລາຍ​ງານຂອງກອງ ທັບໄນ​ຈີ​ເຣຍ ທີ່ວ່າ ທະຫານ​ໄດ້​ກວດ​ລ້າງ ​ທີ່​ໝັ້ນຂອງ​ກຸ່ມ Boko Haram ​ແລະ​ສັງຫານ ຫລື​ຈັບ​ກຸ​ມ ພວກ​ຫົວ​ຮຸນ​ແຮງຫລາຍ​ສິບ​ຄົນ.
XS
SM
MD
LG