ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ປ. ໄນຈີເຣຍ ທ. Buhari ຢ້ຽມຢາມຝຣັ່ງ ໃນວັນຈັນມື້ນີ້


ປະທານາທິບໍດີ ໄນຈີເຣຍ ທ່ານ Muhammadu Buhari ໃຫ້ການສຳພາດຕໍ່ອົງການຂ່າວຝຣັ່ງ ຢູ່ທີ່ໂຮງແຮມທີ່ທ່ານພັກ ໃນລະຫວ່າງກອງປະຊຸມໃຫຍ່ ອາຟຣິກ ຄັ້ງທີ 25.

ປະທານາທິບໍດີ ​ໄນ​ຈີ​ເຣຍ ທ່ານ Muhammadu Buhari ​ໄດ້​ເລີ່​ມ ການ​ຢ້ຽມຢາມ​ປ​ະ​ເທດ ຝຣັ່ງ ເປັນເວລາສາ​ມມື້​ໃນ​ວັນ​ຈັນ​ມື້​ນີ້.

ທ່ານ Femi Adesina, ທີ່​ປຶກສາ​ພິ​ເສດສຳລັບທ່ານ Buhari ​ໄດ້​ກ່າວ​ຕໍ່ຜູ້​ສື່​ຂ່າວ ແລະ ​ໂຄສະນາ​ຜ່ານ ວີ​ໂອ​ເອວ່າ ການ​ຢ້ຽ​ມຢາມ​ຂອງ​ທ່ານ​ແມ່ນເປັນການເຊື້ອເຊີນ​ຂອງ​ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ​ແລະ ຈະປຶກສາ​ຫາລື​ໃນ​ການ​ຂະຫຍາຍ​ການ​ຮ່ວມ​ມື​ສອງ​ຝ່າ​ຍ ລະຫວ່າງ ​ໄນ​ຈີ​ເຣຍ ​ແລະ ຝຣັ່ງ ​ໃນເລື້ອງ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ປອດ​ໄພ, ການ​ຄ້າ ​ແລະ ການ​ລົງທຶນ.

ທ່ານ​ Adesa ກ່າວ​ວ່າ “ທ່ານ​ປະທານາທິ​ບໍດີ​ແມ່ນ​ໄດ້​ຕອບ​ຮັບ​ຕໍ່​ການເຊື້ອ​ເຊີນໂດຍ​ປະທານາທິບໍດີ Hollande ​ແຫ່ງ​ປະ​ເທດ ຝຣັ່ງ. ​ໄນ​ຈີ​ເຣຍ ​ແລະ ຝຣັ່ງ​ ໄດ້​ເປັນ​
ພັນທະ​ມິດ​ຕໍ່​ກັນ​ມາ​ໄດ້​ໄລ​ຍ​ະ​ເວລາໜຶ່ງແລ້ວ. ທ່ານ​ມີ​ບໍ​ລິດ​ສັດ ຝຣັ່ງ ຫຼາຍ​ແຫ່ງ​ດຳ​ເນີນ​ທຸລະ​ກິດ​ຢູ່​ໃນ ໄນ​ຈີ​ເຣຍ ຫຼາຍແຫ່ງ ​ແລະ ບໍລິສັດຂອງ ໄນ​ຈີ​ເຣຍ ຢູ່ໃນ ຝຣັ່ງ ກໍ​ເຊັ່ນ​ກັນ. ດັ່ງ​ນັ້ນ, ມັນ​ຈິ່ງ​ເປັນ​ໂອກາດ​ທີ່​ດີ ທີ່​ຈະ​ຂະຫຍາຍສາຍ​ພົວ​ພັນ​ແຫ່ງ​ຄວາມ​ເປັນ​ມິດຕະພາບຕໍ່​ກັນ.”

ການ​ຢ້ຽມຢາມ​ເກີດ​ຂຶ້ນ​ໃນ​ເວລາ​ທີ່ ​ໄນ​ຈີ​ເຣຍ ​ແລະ ປະ​ເທດ​ພັນທະ​ມິດ​ທີ່​ເວົ້າ​ພາສາ​ ຝຣັ່ງ ຫຼາຍ​ທີ່​ສຸດ​ໃນ​ພາກ​ພື້ນ​ ກຳລັງ​ທຳ​ການ​ຕໍ່ສູ້​ທີ່​ດຸ​ເດືອດ​ຕໍ່ພວກ​ຫົວ​ຮຸນ​ແຮງ ອິສລາ​ມ
ກຸ່ມ ໂບ​ໂກ ຮາຣາມ.

ທ່ານ Adesina ​ໄດ້​ກ່າວ​ວ່າ ປະທານາທິບໍດີ Buhari ຈະ​ຂໍຮ້ອງ​ໃຫ້ ຝຣັ່ງ ສະໜັບສະໜູນ​ໃນ​ເລື້ອງການ​ປ້ອງ​ກັນ​ປະ​ເທດ ​ແລະ ຄວາມ​ປອດ​ໄພ.

ທ່ານ Adenisa ​ໄດ້​ກ່າວ​ວ່າ “ທ່ານ​ປະທ​ານາ​ທິບໍດີ ຈະ​ຮ້ອງ​ຂໍ​ໂດຍ​ສະ​ເພາະເຈາະ​ຈົງ​ຕໍ່ ລັດ​ຖະບານ ຝຣັ່ງ ​ເພື່ອ​ຊ່ວຍ​ເຫຼືອ ​ໄນ​ຈີ​ເຣຍ ​ໃນ​ຂົງ​ເຂດ​ຂອງ​ການ​ສືບລັດຖະການລັບ ​ແລະ ອຸປະກອນ, ​ການ​ສືບ​ລັບເພື່ອ​ໃຊ້​ໃນ​ການ​ກອບ​ກູ້​ເອົາເດັກ​ຍິງ Chibok ທີ່​ໄດ້​ຖືກ​ລັກ​ພາ​ຕົວ ​ແລະ ​ເພື່ອ​ເອົາ​ຊະນະ​ສົງຄາມ​ຕໍ່​ພວກ​ຕໍ່ຕ້ານ​ລັດຖະບານ.”

ທ່ານ​ໄດ້​ກ່າວ​ວ່າ ​ເຖິງແມ່ນ​ວ່າ ​ໄນ​ຈີ​ເຣຍ ຈະ​ບໍ່​ແມ່ນ​ປະ​ເທດ​ທີ່​ເວົ້າ​ພາສາ ຝຣັ່ງ, ລັດຖະບານ ຝຣັ່ງ​ ​ແມ່ນມີ​ຄວາມ​ຍິນ​ດີ​ທີ່​ຈະ​ຊ່ວຍ​ເຫຼືອ ​ໄນ​ຈີ​ເຣຍ ​ເພາະວ່າ ຝຣັ່ງ ຮູ້​ວ່າຖ້າ ​ໄນ​ຈີ​ເຣຍ ມີ​ຄວາມ​ສະຫງົບ​ສຸກ, ທັງ​ໝົດ​ໃນ​ທະວີບ ​ອາ​ຟຣິກາ ກໍ​ຈະ​ມີ​ຄວາມ​ສະຫງົບ​ເຊັ່ນ​ກັນ, ລວມທັງ​ປະ​ເທດ ອາ​ຟຣິກາ ທີ່​ເວົ້າ​ພາສາ ຝຣັ່ງ.

ພວກ​ຫົວ​ຮຸນ​ແຮງ ອິສລາມ ກຸ່ມ ​ໂບ​ໂກ ຮາ​ຣາມ ​ໄດ້ລັກພາ​ໂຕ​ເດັກ​ຍິງ​ຫຼາຍ​ກວ່າ 270 ຄົນ​ຈາກ​ໂຮງຮຽນ​ກິນນອນ Chibok ​ໃນ​ພາກ​ເໜືອ​ຂອງ ​ໄນ​ຈີ​ເຣຍ ​ໃນ​ເດືອນ ​ເມສາ 2014.

XS
SM
MD
LG