ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ໄນ​ຈີ​ເຣຍ ໃຫ້​ຄຳ​ໝັ້ນ ສັນ​ຍາ​ວ່າ ຈະ​ມີ​ການ​ປ່ອນ​ບັດ ຢ່າງ​ປອດ​ໄພ


ຄົນ​ຂີ່​ລົດ​ຖີບ​ຜູ້​ນຶ່ງ ພວມ​ຖີບ​ຜ່ານ​ໂປ​ສ​ເຕີ້ ໂຄ​ສະ​ນາ​ຫາ​ສຽງ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ມູ​ຮຳ​ມາ​ດູ ບູ​ຮາ​ຣີ ບໍ່​ເທົ່າ​ໃດ​ມື້ ​ຫຼັງ​ຈາກ​ມີ​ການ​ເລື່ອນ​ເວ​ລາ ໃນກ່ອນ​ການ​ເລືອກ​ຕັ້ງ ອອກ​ໄປ​ນຶ່ງ​ອາ​ທິດ (17 ກຸມ​ພາ 2019)
ຄົນ​ຂີ່​ລົດ​ຖີບ​ຜູ້​ນຶ່ງ ພວມ​ຖີບ​ຜ່ານ​ໂປ​ສ​ເຕີ້ ໂຄ​ສະ​ນາ​ຫາ​ສຽງ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ມູ​ຮຳ​ມາ​ດູ ບູ​ຮາ​ຣີ ບໍ່​ເທົ່າ​ໃດ​ມື້ ​ຫຼັງ​ຈາກ​ມີ​ການ​ເລື່ອນ​ເວ​ລາ ໃນກ່ອນ​ການ​ເລືອກ​ຕັ້ງ ອອກ​ໄປ​ນຶ່ງ​ອາ​ທິດ (17 ກຸມ​ພາ 2019)

ປະ​ທາ​ນາ​ທິ​ບໍ​ດີ​ໄນ​ຈີ​ເຣຍ ທ່ານ​ມູ​ຮຳ​ມາ​ດູ ບູ​ຮາ​ຣີ ແມ່ນ​ຮວມ​ຢູ່​ໃນ​ຜູ້​ຄົນ​ຈຸ​ທຳ​ອິດທີ່​ໄປ​ປ່ອນ​ບັດທີ່​ເມືອງ​ດາວ​ຣາ ບ້ານ​ເກີດ​ຂອງ​ທ່ານເວ​ລາ​ໜ່ວຍ​ປ່ອນ​ບັດ ​ໄຂ​ຂຶ້ນ​ໃນ​ວັນ​ເສົາ​ມື້ນີ້ ໃນ​ການ​ເລືອກ​ຕັ້ງ​ຂອງ​ປະ​ເທດ ທີ່​ມີ​ການ​ຊັກ​ຊ້າ​ມາແລ້ວນັ້ນ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງກ່ອນ​ການ​ປ່ອນ​ບັດ​ເລີ້ມ​ຂຶ້ນ ກໍ​ໄດ້​ຍິນ​ສຽງ​ລະ​ເບີດ​ແຕກ​ທີ່​ເມືອງໄມ​ດູ​ກູ​ຣີ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ໄນ​ຈີ​ເຣຍ. ແຫຼ່ງຂ່າວ​ແຈ້ງວ່າ ສຽງ​ລະ​ເບີດ​ດັ່ງ​ກ່າວ ແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ ແຕ່​ພວກ​ກະ​ບົດ​ໂບ​ໂກຮາ​ຣາມ​ ເຄີຍທຳ​ການ​ໂຈມ​ຕີ​ເມືອງ​ໄມ​ດູ​ກູ​ຣີ ຊ້ຳ​ແລ້ວ​ຊ້ຳ​ອີກ.

ທີ່​ເມືອງ​ເກດຳ ຊຶ່ງ​ເປັນ​ເມືອງ​ນຶ່ງ​ອີກ​ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ໄນ​ຈີ​ເຣຍ ອົງ​ການ​ຂ່າວ​ຣອຍ​ເຕີ້​ລາຍ​ງານ​ວ່າ ພວກ​ຫົວ​ຮຸນ​ແຮງ​ອິ​ສ​ລາມ ​ໄດ້​ທຳ​ການໂຈມ​ຕີ​ໃນ​ວັນ​ເສົາ​ມື້ນີ້ ຊຶ່ງ​ໄດ້​ບັງ​ຄັບ​ໃຫ້​ປະ​ຊາ​ຊົນ​ ຕ້ອງ​ໄດ້ຫຼົບ​ໜີ​ໄ​ປຈາກ​ເຮືອນຊານ​ບ້ານ​ຊ່ອງ​ຂອງ​ພວກ​ເຂົາ​ເຈົ້າ. ປະ​ຊາ​ຊົນ​ຜູ້​ນຶ່ງ ທີ່​ໄດ້​ລົມ​ໂທ​ລະ​ສັບ​ກັບ​ອົງການ​ຂ່າວ​ຣອຍ​ເຕີ້ ກ່າວ​ວ່າ “ພວກ​ເຮົາ​ໄດ້​ພາ​ກັນ​ຫຼົບ​ໜີ ພ້ອມ​ດ້ວຍ​ພັນ​ລະ​ຍາແລະ​ພວກ​ລູກໆ ແລະ​ບຸກ​ຄົນ​ອື່ນໆ​ອີກ ຫຼາຍ​ຮ້ອຍ​ຄົນ.” ລາວ​ກ່າວ​ຕື່ມ​ວ່າ “ເວ
ລານີ້ ພວກ​ເຮົາ​ກຳ​ລັງ​ພາ​ກັນ​ຫຼົບ​ລີ້​ຢູ່​ຕາມ​ປ່າ​ດົງ.”

ປະ​ທາ​ນາ​ທິ​ບໍ​ດີບູ​ຮາ​ຣີກ່າວ​ໃນ​ວັນ​ສຸກວານນີ້​ວ່າ ໜ່ວຍ​ປ່ອນ​ບັດ​ຕ່າງໆ​ຈະ​ປອດ​ໄພ ໃນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຄັ້ງ​ນີ້ຫຼັງ​ຈາກ​ໄດ້​ມີ​ການ​ເລື່ອນ​ເວ​ລາ​ນຶ່ງ​ອາ​ທິດ.

ປ້າຍ​ໂຄ​ສະ​ນາ​ຫາ​ສຽງ ທີ່​ມີ​ຮູບ​ຜູ້​ນຳ​ພັກ​ຝ່າຍ​ຄ້ານ ຄື​ພັກ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ທ່ານ​ອາ​ຕີ​ກູ ອາ​ບູ​ບາ​ກາ ແລະ​ຜູ້​ສະ​ໝັກ​ຮ່ວມ ທ່ານ​ພີ​ເຕີ້ ໂອ​ບີ ທີ່​ລົງ​ສະ​ໝັກ​ແຂ່ງ​ຂັນ ຢູ່ຖະ​ໜົນ​ສາຍ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ອາ​ບູ​ຈາ. (19 ກຸມ​ພາ 2019)
ປ້າຍ​ໂຄ​ສະ​ນາ​ຫາ​ສຽງ ທີ່​ມີ​ຮູບ​ຜູ້​ນຳ​ພັກ​ຝ່າຍ​ຄ້ານ ຄື​ພັກ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ທ່ານ​ອາ​ຕີ​ກູ ອາ​ບູ​ບາ​ກາ ແລະ​ຜູ້​ສະ​ໝັກ​ຮ່ວມ ທ່ານ​ພີ​ເຕີ້ ໂອ​ບີ ທີ່​ລົງ​ສະ​ໝັກ​ແຂ່ງ​ຂັນ ຢູ່ຖະ​ໜົນ​ສາຍ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ອາ​ບູ​ຈາ. (19 ກຸມ​ພາ 2019)

ໃນ​ການ​ກ່າວ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ຕໍ່​ປະ​ຊາດນັ້ນ ທ່ານ​ບູ​ຮາ​ຣີ ເວົ້າ​ວ່າ ໄດ້ມີ​ການ​ເພີ້ມ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ທົ່ວ​ປະ​ເທດ ສຳ​ລັບ​ການ​ປ່ອນ​ບັດ​ໃນຄັ້ງ​ນີ້ ແລະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ປະ​ຊາ​ຊົນ​ຈະ​ສາ​ມາດ​ໄປ​ປ່ອນ​ບັດ​ໂດຍ​ປາ​ສະຈາກ​ການ​ຂົ່ມ​ຂູ່​ຫຼື​ຄວາມ​ຢ້ານ​ກົວ​ໃດໆ.

ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງ​ໄດ້​ເພີ້ມ​ຂຶ້ນ ຂະ​ນະ​ທີ່ໄນ​ຈີ​ເຣຍ​ພວມ​ກະ​ກຽມຈະ​ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ແລະ​ສະ​ພາ​ແຫ່ງ​ຊາດ. ໃນ​ລະ​ຫວ່າງ​ການໂຄ​ສະ​ນາ​ຫາ​ສຽງ​ນັ້ນ ພັກ​ລັດ​ຖະ​ສະ​ພາ​ກ້າວ​ໜ້າ​ທັງ​ມວນ ແລະ​ພັກ​ຝ່າຍ​ຄ້ານ​ທີ່ສຳ​ຄັນ​ສຸດ ຄື​ພັກ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ຕ່າງ​ກໍ​ໄດ້​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ​ວ່າພະ​ຍາ​ຍາມ​ທີ່​ຈະ​ສໍ້​ໂກງ​ຄະ​ແນນ​ສຽງ.

ໃນ​ຕົ້ນ​ອາ​ທິດນີ້ ປະ​ທາ​ນາ​ທິ​ບໍ​ດີ​ບູ​ຮາ​ຣີ ໄດ້​ຮຽກ​ຮ້ອງ​ໃຫ້​ພວກ​ທະ​ຫານ ໃຊ້​ກຳ​ລັງແບບ​ເດັດ​ຂາດ ກັບ​ບຸກ​ຄົນ​ໃດ​ກໍ​ຕາມທີ່​ພະ​ຍາ​ຍາມ​ຈະ​ແຊກ​ແຊງເຂົ້າໃນ​ຂັ້ນ​ຕອນ​ການ​ປ່ອນ​ບັດ.

​ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ ໄດ້​ຖືກ​ຕ້ອງ​ຕິ​ຢ່າງ​ແຮງ ຈາກ​ຜູ້​ສະ​ໝັກ​ຄົນ​ສຳ​ຄັນຂອງ​ຝ່​າຍ​ຄ້ານ ທ່ານ​ອາ​ຕີ​ກູ ອາ​ບູ​ບາ​ກາທີ່​ກ່າວ​ວ່າ ພວກ​ທະ​ຫານ “ບໍ່​ມີ​ບົດ​ບາດໃດໆ” ຢູ່​ໃນ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG