ປະທານາທິບໍດີ ທີ່ຖືກເລືອກໃໝ່ ຂອງໄນຈີເຣຍ ທ່ານ
Muhammadu Buhari ກ່າວວ່າ ທ່ານບໍ່ສາມາດໃຫ້ຄຳໝັ້ນ
ສັນຍາວ່າ ບັນດາເຈົ້າໜ້າທີ່ຈະຊອກຫາ ພວກນັກຮຽນຍິງ
ຈຳນວນ 219 ຄົນ ທີ່ຖືກລັກພາໂຕໄປ ນຶ່ງປີຜ່ານມານັ້ນ ໂດຍ
ພວກຫົວຮຸນແຮງ Boko Haram ທີ່ບ້ານ Chibok ຢູ່ທາງພາກ
ຕາເວັນອອກສຽງເໜືອຂອງປະເທດ ໄດ້.
ໃນຖະແຫລງການສະບັບນຶ່ງ ໃນວັນອັງຄານມື້ນີ້ ທ່ານ Buhari
ກ່າວວ່າ “ພວກເຮົາບໍ່ຮູ້ວ່າ ຈະສາມາດຊ່ອຍນຳເອົາ ພວກ
ເດັກຍິງຈາກບ້ານ Chibok ຄືນມາໄດ້ຫຼືບໍ່” ໃນຂະນະທີ່
ປະເທດກຳລັງທຳພິທີຂີດໝາຍ ການລັກພາໂຕໝູ່ ພວກນັກຮຽນຍິງ ຄົບຮອບນຶ່ງປີ.
ທ່ານ Buhari ໄດ້ຕຳໜິຕິຕຽນ ຄວາມພະຍາຍາມ ໃນການຊອກຫາພວກເດັກຍິງ ຂອງ
ລັດຖະບານປັດຈຸບັນ ໂດຍກ່າວວ່າ ລັດຖະບານຂອງທ່ານ “ຈະປະຕິບັດແບບແຕກຕ່າງ
ກັນກັບ ລັດຖະບານທີ່ພວກເຮົາຈະມາແທນນັ້ນ.”
ອົງການນິລະໂທດກຳສາກົນ ກ່າວວ່າ ພວກຫົວຮຸນແຮງ ໄດ້ລັກພາໂຕ ພວກແມ່ຍິງ
ຢ່າງນ້ອຍ 2,000 ຄົນ ຢູ່ ໄນຈີເຣຍ ນັບຕັ້ງແຕ່ຕົ້ນປີ 2014 ເປັນຕົ້ນມາ ແລະ ໄດ້ບັງຄັບ
ໃຫ້ພວກເຂົາເຈົ້າຫຼາຍຄົນ ເປັນຂ້າທາດທາງເພດ ແລະ ເປັນນັກລົບ.
ພວກປະທ້ວງ ທີ່ປິດປາກດ້ວຍເທັປສີແດງ ພາກັນເດີນຂະບວນ ຜ່ານນະຄອນຫລວງ Abuja ເພື່ອເປັນຂີດໝາຍ ນຶ່ງປີແລ້ວ ນັບຕັ້ງແຕ່ນັກຮຽນຍິງຫຼາຍຮ້ອຍຄົນ ໄດ້ຖືກລັກພາໂຕໄປ ໂດຍພວກຫົວຮຸນແຮງຈັດອິສລາມ.
ພວກນັກຮຽນ ຈຳນວນ 273 ຄົນ ຖືກລັກພາໂຕໄປ ໂດຍພວກ Boko Haram ເມື່ອວັນທີ
14 ເມສາ 2014 ຈາກ ໂຮງຮຽນມັດທະຍົມແຫ່ງນຶ່ງໃນລັດ Borno ທີ່ບໍລິຫານງານໂດຍ
ລັດຖະບານ.
ພວກນັກຮຽນຍິງຈຳນວນນຶ່ງ ສາມາດຫລົບໜີອອກມາໄດ້ ແຕ່ອີກ ຫຼາຍກວ່າ 200 ຄົນ
ຍັງ ຫາຍສາບສູນຢູ່.