ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ Jonathan ສາບານຕົວເຂົ້າຮັບຕໍາແໜ່ງ


ທ່ານ Goodluck Jonathan ປະທານາທິບໍດີຄົນໃໝ່ຂອງ ໄນຈີເຣຍ
ທ່ານ Goodluck Jonathan ປະທານາທິບໍດີຄົນໃໝ່ຂອງ ໄນຈີເຣຍ

ທ່ານ Goodluck Jonatha ປະທານາທິບໍດີຄົນໃໝ່ຂອງໄນຈີເຣຍ ໄດ້ສາບານຕົວເຂົ້າຮັບ
ຕໍາແໜ່ງ​ເຕັມ​ກໍາໜົດ ສະ​ໄໝທໍາອິດຂອງທ່ານແລ້ວ

ທ່ານໂຈນາທານ ໄດ້ເຂົ້າພິທີຮັບຕໍາແໜ່ງທີ່ນະຄອນຫລວງ Abuja ​ໃນວັນອາທິດມື້ນີ້ ຊ້ອງ ໜ້າບຸກຄົນສໍາຄັນຫລາຍພັນຄົນ ໂຮມທັງພວກຜູ້ນໍາຫລາຍໆປະເທດຈາກຂົງເຂດອາຟຣິກາ

ພາລະກິດທ້າທາຍຂອງທ່ານໂຈນາທານ ກໍຄືການທ້ອນໂຮມຊາດ​ໃຫ້ເປັນອັນນຶ່ງອັນດຽວກັນ ທີ່​ໄດ້​ຖືກແຕກແຍກຍ້ອນການກໍ່ຈະລາຈົນຫລັງການເລືອກຕັ້ງເມື່ອເດືອນຜ່ານມາ ທີ່ຍັງຜົນໃຫ້ ມີຜູ້ເສຍຊີວິດຫລາຍກວ່າ 800 ຄົນ ທ່ານໂຈນາທານ ໄດ້ຖືກເລືອກຕັ້ງໃນເດືອນເມສາ ຜ່ານມາ ​ໃນ​ການ​ປ່ອນ​ບັດທີ່ຝ່າຍຄ້ານທ້າທາຍວ່າ ມີການໂກງບັດເລືອກຕັ້ງນັ້ນ.

ທ່ານໂຈນາທານ ໄດ້ເຂົ້າມາກໍາອໍານາດເປັນເທື່ອທໍາອິດເມື່ອເດືອນພຶດສະພາປີຜ່ານມາ ຫລັງ ຈາກການເສຍຊີວິດຂອງປະທານາທິບໍດີ Umaru Yar’ Adua ຊຶ່ງເປັນຊາວມູສລິມ ຈາກ ພາກເໜືອຂອງປະເທດ ທີ່ເສຍຊີວິດຫລັງ​ໄດ້​ເຂົ້າ​ຮັບ​ຕໍາແໜ່​ງບໍ່​ຮອດສາມປີຊໍ້າ.

ການໂຄສະນາຫາສຽງເລືອກຕັ້ງຂອງທ່ານໂຈນາທານ ແມ່ນຖືກຄັດຄ້ານໂດຍພວກຊາວ ມູສລິມ ຈາກພາກເໜືອຂອງປະເທດ ທີ່ພາກັນຄິດວ່າຜູ້​ທີ່ຈະຂື້ນມາຮັບຕໍາແໜ່ງສືບແທນ ທ່ານ Yar’Adua ນັ້ນ ຄວນຈະເປັນຊາວມູສລິມເຊັ່ນກັນ.

XS
SM
MD
LG