ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄນຈີເຣຍ ເລື່ອນເວລາ ໃນການເລືອກຕັ້ງ ເອົາປະທານາທິບໍດີ ອອກໄປ 6 ອາທິດ


ປະທານ ຄະນະ​ກຳມະການ ​ເລືອກ​ຕັ້ງອິດສະຫລະ​​ແຫ່ງ​ຊາດ​
ທ່ານ Attahiru Jega ກ່າວ​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ນັກ​ຂ່າວ ຢູ່ທີ່ ນະຄອນຫລວງ Abuja ປະເທດໄນຈີເຣຍ, ວັນທີ 7 ກຸມພາ 2015.
ປະທານ ຄະນະ​ກຳມະການ ​ເລືອກ​ຕັ້ງອິດສະຫລະ​​ແຫ່ງ​ຊາດ​ ທ່ານ Attahiru Jega ກ່າວ​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ນັກ​ຂ່າວ ຢູ່ທີ່ ນະຄອນຫລວງ Abuja ປະເທດໄນຈີເຣຍ, ວັນທີ 7 ກຸມພາ 2015.

ໄນ​ຈີ​ເຣຍ ​ໄດ້​ປະກາດ​ເລື່ອນ​ ການ​ເລືອກ​ຕັ້ງ​ເອົາປະທາ​ນາ​ທິບໍດີ
ອອກ​ໄປ​ 6 ອາທິດ ຈາກວັນ​ທີ 14 ກຸມພາ ໄປເປັນວັນທີ 28 ມີນາ
ຍ້ອນຄວາມ​ກັງ​ວົນ​ເລື້ອງຄວາມ​ປອດ​ໄພ ​ແລະການ​ກະບົດ​ຂອງ
ພວກຫົວ​ຮຸນ​ແຮງ​ Boko Haram.

ຫົວໜ້າ​ຄະນະ​ກຳມະການ ​ເລືອກ​ຕັ້ງອິດສະຫລະແຫ່ງ​ຊາດ​
ທ່ານ Attahiru Jega ກ່າວ​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ນັກ​ຂ່າວ​
ໃນວັນ​ເສົາ​ວານ​ນີ້​ວ່າ “ຖ້າ​ຫາກຄວາມ​ປອດ​ໄພ ຂອງ​ບັນດາ
ພະນັກງານ​ ບັນດາ​ຜູ້​ປ່ອນ​ບັດ ບັນດາ​ຜູ້​ສັງ​ເກດ​ການ
ເລືອກ​ຕັ້ງ ​ແລະວັດຖຸເລືອກ​ຕັ້ງຕ່າງ​ໆ ບໍ່​ສາມາດ​ຮັບປະ
ກັນ​ໄດ້​ແລ້ວ​ ​ຊີວິດ​ຂອງ​ພວກ​ຊາຍໜຸ່ມ ​ແລະ​ຍິງ​ສາວ
ຜູ້​ບໍລິສຸດ ​ແລະ​ໂອກາດ​ທີ່​ຈະ​ມີ​ການ​ເລືອກ​ຕັ້ງ ທີ່ເສລີ ຍຸດຕິ​ທຳ ​ແລະ ​ເຊື່ອ​ຖື​ໄດ້​
​ກໍແມ່ນຈະຕົກ​ຢູ່​ໃນສະພາບ​ ທີ່ອັນຕະລາຍຢ່າງ​ໃຫຍ່​ຫລວງ.”

ພວກ​ຫົວ​ຮຸນ​ແຮງ Boko Haram ຄວບ​ຄຸມ​ເນື້ອ​ທີ່​ສ່ວນ​ໃຫຍ່ ​ໃນ​ພາກຕາ​ເວັນ​ອອກສຽງ​
ເໜືອ ຂອງ​ໄນ​ຈີ​ເຣຍ. ບັນດາ​ນັກ​ຊ່ຽວຊານ ກ່າວ​ວ່າ ການ​ດຳ​ເນີນ​ການປ່ອນ​ບັດ​ເລືອກ​ຕັ້ງ
ຢ່າງ​ສັນຕິ ​ໃນ​ເຂດ​ດັ່ງກ່າວ​ນັ້ນ ​ແມ່ນຈະ​ເປັນ​ໄປ​ໄດ້​ຍາກ​.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ກ່າວ​ໃນ​ຄຳ​
ຖະ​ແຫລ​ງສະບັບ​ນຶ່ງວ່າ​ ​ວໍ​ຊິງ​ຕັນ ​ແມ່ນ “​ຜິດ​ຫວັງຢ່າງ​ເລິກ​ເຊິ່ງ” ນຳ​ການ​ຕັດສິນ​ໃຈ​ຂອງ
​ໄນ​ຈີ​ເຣຍ ທີ່​ເລື່ອນ​ການ​ເລືອກ​ຕັ້ງອອກ​ໄປນັ້ນ. ທ່ານ Kerry ກ່າວອີກ​ວ່າ “ການ​ແຊກ​
ແຊງ​ທາງ​ການ​ເມືອງ​ ຕໍ່​ຄະນະ​ກຳມະການ​ເລືອກ​ຕັ້ງອິດສະຫລະ​ແຫ່ງ​ຊາດ​ ແມ່ນ​
ຮັບ​ເອົາ​ບໍ່​ໄດ້. ມັນ​ມີ​ຄວາມ​ສຳຄັນ​ສູງ​ ທີ່​ລັດຖະບານຕ້ອງບໍ່​ໃຊ້ເລື້ອງ​ຄວາມ​ກັງວົນ
ນຳ​ຄວາມ​ປອດ​ໄພ ມາ​ເປັນ​ຂໍ້​ອ້າງ ​ໃນການ​ຂັດ​ຂວາງຂັ້ນ​ຕອນ ຂອງ​ປະຊາທິປະ​ໄຕ.”

NIGERIA BOKO HARAM VIDEO
please wait

No media source currently available

0:00 0:01:39 0:00

XS
SM
MD
LG