ໄນຈີເຣຍໄດ້ເລີ່ມທໍາການໄວ້ອາໄລເປັນເວລາ 3 ມື້ ໃນວັນຈັນມື້ນີ້ ຫຼັງຈາກທີ່ເຮືອບິນລໍານຶ່ງ
ໄດ້ເກີດອຸບປະຕິເຫດຕົກ ທີ່ Lagos ໃນວັນອາທິດວານນີ້ ຍັງຜົນ.SHທັງໝົດ 153 ຄົນໃນ
ຖ້ຽວບິນນັ້ນ ເສຍຊີວິດ.
ຊາກເຜົາໄໝ້ຂອງເຮືອບິນໂດຍສານລໍານັ້ນ ຍັງມີຄວັນກຸ້ມອອກມາຢູ່ໃນວັນຈັນມື້ນີ້ ໃນຂະນະ
ທີ່ພວກພະນັກງານກູ້ໄພສຸກເສີນຍົກຍ້າຍຊາກສົບຂອງຜູ້ເສຍຊີວິດ ແລະເສດສິ່ງຕ່າງໆ ອອກ
ຈາກບ່ອນເຮືອບິນຕົກໃສ່ ໃນຄຸ້ມຢູ່ອາໄສຂອງປະຊາຊົນ ໃນນະຄອນເລກົສ ເມືອງໃຫຍ່ສຸດ
ຂອງໄນຈີເຣຍນັ້ນ.
ປະທານາທີບໍດີ Goodluck Jonathan ໄດ້ສັ່ງໃຫ້ມີການສືບສວນສອບສວນ ກ່ຽວກັບ
ຄວາມຫາຍະນະຄັ້ງນີ້.
ຈໍານວນຜູ້ທີ່ເສຍຊີວິດຢູ່ພື້ນດິນ ຍ້ອນເຮືອບິນຕົກໃນຄັ້ງນີ້ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ.
ພວກເຈົ້າໜ້າທີ່ການບິນພົນລະເຮືອນຂອງໄນຈີເຣຍ ກ່າວວ່າ ເຮືອບິນຂອງສາຍການບິນ
Dana ຖ້ຽວບິນ ຈາກເມືອງຫລວງ Abuja ໄປຍັງ Lagos ໄດ້ຕົກລົງໃສ່ຕຶກອາຄານ 2 ຊັ້ນ
ໃນຄຸ້ມບ້ານທີ່ມີຜູ້ຢູ່ອາໄສຢ່າງຫຼວງຫຼາຍ ພາໃຫ້ເກີດໄຟໄໝ້ອາຄານຫລັງອື່ນໆໄປນໍາ.
ສື່ລາຍງານວ່າ ໄດ້ເກີດຄວາມວຸ້ນວາຍສົນລະວົນຂຶ້ນ ຫຼັງຈາກທີ່ເຮືອບິນຕົກແລ້ວ. ພວກ
ພະນັກງານຊ່ອຍກູ້ໄພ ໄດ້ປະເຊີນກັບຝູງຊົນກຸ່ມໃຫຍ່ໆແລະພວກທະຫານ ທີ່ບໍ່ໃຫ້ຄວາມ
ຮ່ວມມື ຂະນະທີ່ພວກເຂົາເຈົ້າພະຍາຍາມຈະເຂົ້າໄປຊອກຄົ້ນຫາ ພວກທີ່ອາດຈະລອດ
ຊີວິດໄດ້ນັ້ນ.
ເຈົ້າໜ້າທີ່ການບິນກ່າວວ່າ ນັກບິນໄດ້ສົ່ງສັນຍານໄປຍັງຫໍບັງຄັບການບິນ ທີ່ Lagos ແຈ້ງ
ສະພາວະສຸກເສີນ ພຽງແຕ່ບໍ່ເທົ່າໃດນາທີ ກ່ອນຕົກລົງນັ້ນ.
ຈີນກ່າວວ່າ ມີ ຊາວຈີນ 6 ຄົນຢູ່ໃນຖ້ຽວບິນນີ້.
ສາຍການບິນ Dana ແມ່ນສາຍການບິນພາຍໃນປະເທດ ທີ່ໃຊ້ເຮືອບິນ Boeing MD-83
ສໍາລັບຖ້ຽວບິນ ທີ່ໃຊ້ເວລາປະມານນຶ່ງຊົ່ວໂມງ ຈາກ Abuja ຫາ Lagos ນັ້ນ.