ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໂຈນ​ສະຫ​ລັດ ຈັບ​ລູກ​ເຮືອ ຂອງ​ບໍ​ລິ​ສັດ ຂົນ​ສົ່ງທາງ​ເຮືອ ສະ​ວິດ​ ເຊີ​ແລນ 12 ຄົນ​ໄປ ເປັນ​ໂຕ​ປະ​ກັນ


ພາບ​ຖ່າຍ​ທາງ​ອາ​ກາດ​ ສະ​ແດງ​ໃຫ້​ເຫັນ​ເມືອງ​ທ່າ​ເຮືອ ຫາດ​ຄອດ ທີ່​ເປັນ​ສູນ​ກາງ​ຂອງ​ນ້ຳ​ມັນ ໃນ​ເຂດ​ທົ່ງ​ພຽງ​ໄນ​ຈີ​ເຣຍ
ພາບ​ຖ່າຍ​ທາງ​ອາ​ກາດ​ ສະ​ແດງ​ໃຫ້​ເຫັນ​ເມືອງ​ທ່າ​ເຮືອ ຫາດ​ຄອດ ທີ່​ເປັນ​ສູນ​ກາງ​ຂອງ​ນ້ຳ​ມັນ ໃນ​ເຂດ​ທົ່ງ​ພຽງ​ໄນ​ຈີ​ເຣຍ


ພະນັກງານຢູ່ໃນກໍ່າປັ່ນການຄ້າຂອງປະເທດສະວິດເຊີແລນ 12 ຄົນ ໄດ້ຖືກຈັບໄປ
ເປັນຕົວປະກັນ ໂດຍພວກໂຈນສະຫລັດທີ່ໂຈມຕີເຮືອດັ່ງກ່າວ ໃນຂະນະທີ່ມັນແລ່ນ
ອອກຈາກຊາຍຝັ່ງທະເລຂອງໄນຈີເຣຍ.

ໃນຖະແຫລງການສະບັບນຶ່ງ ໃນວັນອາທິດວານນີ້ວ່າ ກໍ່າປັ່ນເອັມວີ ກລາຣັສ (MV
Glarus
) ທີ່ມີລູກເຮືອ 19 ຄົນ ຢູ່ໃນນັ້ນ ຖືກໂຈມຕີໃນຂະນະທີ່ມັນບັນທຸກເຂົ້າເບລ
ຈາກນະຄອນລາໂກສ (Lagos) ຊຶ່ງເປັນນະຄອນຫລວງດ້ານການຄ້າຂອງໄນຈີເຣຍ
ໄປຫາທ່າເຮືອຫາດຄອດ (Harcourt).

ສໍານັກຂ່າວ ຣອຍເຕີ ລາຍງານໃນຕອນບ່າຍໆຂອງວັນອາທິດວານນີ້ວ່າ ອົງການຄຸ້ມຄອງ
ແລະຄວາມປອດໄພທາງທະເລ ຫລື NIMASA ລະບຸສັນຊາດຂອງພວກທີ່ຖືກລັກພາຕົວ
ໄປໄດ້ແລ້ວ. ອົງການດ່ັງກ່າວເວົ້າວ່າ ສະມາຊິກເຮືອ 7 ຄົນ ແມ່ນໄປຈາກຟີລິບປິນ ແລະ
ສ່ວນທີ່ເຫລືອແມ່ນໄປຈາກ ສະໂລເວເນຍ, ຢູເຄຣນ, ໂຣເມເນຍ, ໂຄຣເຊຍ, ແລະ
ບອສເນຍ.

ພວກເຈົ້າໜ້າທີ່ໄນຈີເຣຍເວົ້າວ່າ ຍັງບໍ່ທັນຮູ້ວ່າ ອີກ 12 ຄົນນັ້ນ ຢູ່ບ່ອນໃດເທື່ອ.

ບໍລິສັດກໍ່າປັ່ນ ມາສໂຊແອລ (Massoel) ກ່າວອີກວ່າ ກໍ່າປັ່ນດັ່ງກ່າວ ຖືກໂຈມຕີ ຢູ່ໃນ
ຈຸດທີ່ຫ່າງຈາກ ເກາະບອນນີໄປທາງຕາເວັນຕົກສຽງໃຕ້ ປະມານ 45 ໄມລ໌ ຢູ່ໃນທະເລ
ໃນຕອນເດິກໆຂອງວັນເສົາຜ່ານມາ.

ບໍລິສັດນັ້ນກ່າວອີກວ່າ "ເປັນທີ່ຮູ້ກັນວ່າ ພວກແກ້ງໂຈນສະລັດໄດ້ຂຶ້ນໄປເທິງກໍ່າປັ່ນ
ກລາຣັສ (Glarus) ໂດຍໃຊ້ຂັ້ນໃດທີ່ສູງໆ ແລະໃຊ້ມີດແຖຕັດເຊືອກ ຢູ່ລານທາງນອກ
ຂອງກໍ່າປັ່ນເພື່ອໃຫ້ເຂົ້າໄປຂ້າງໃນຂອງກໍ່າປັ່ນນັ້ນໄດ້ ແລະໃນທີ່ສຸດກໍເຂົ້າໄປເຖິງ
ຫ້ອງບັນຊາເຄື່ອງຈັກກໍ່າປັ່ນ. ໂດຍໄດ້ທໍາລາຍເຄື່ອງສື່ສານສ່ວນໃຫຍ່ຂອງກໍ່າປັ່ນດັ່ງ
ກ່າວແລ້ວ ຄົນຮ້າຍດັ່ງກ່າວກໍໄດ້ໜີໄປ ໂດຍຈັບເອົາສະມາຊິກເຮືອ 12 ຄົນ ໃນຈໍານວນ
ທັງໝົດ 19 ຄົນຂອງທີມເຮືອດັ່ງກ່າວໄປເປັນຕົວປະກັນ."

ການປຸ້ນສະດົມຢູ່ໃນທະເລໄດ້ເພີ້ມທະວີຂຶ້ນ ຢູ່ໃນເຂດພາກໃຕ້ຂອງທົ່ງພຽງ ໄນເຈີຢູ່ໃນ
ສອງ ສາມປີຜ່ານມານີ້, ລວມທັງພວກເດີນເຮືອທີ່ຖືກຈັບໄປຮຽກຄ່າໄຖ່ຈໍານວນນຶ່ງ.

ອີງຕາມການຄົ້ນຄວ້າ ທີ່ພິມເຜີຍແຜ່ອອກມາໂດຍກຸ່ມສ່ຽງໄພອີໂອແອັສ (EOS Risk
Group) ໃນເດືອນກໍລະກົດຜ່ານມາເວົ້າວ່າ ຈໍານວນຄົນທີ່ຖືກລັກພາຕົວຢູ່ໃນຂົງເຂດ
ດັ່ງກ່າວ ແມ່ນເພີ້ມຂຶ້ນຈາກ 52 ຄົນ ໃນປີ 2016 ເປັນ 75 ຄົນ ໃນປີກາຍນີ້. ກຸ່ມດັ່ງກ່າວ
ເວົ້າອີກວ່າ ຢູ່ໃນ 6 ເດືອນຕົ້ນປີນີ້ ມີພວກນັກເດີນເຮືອຖືກລັກພາຕົວໄປ 35 ຄົນແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG