ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນໍ້າມັນຮົ່ວ ກວມບໍລິເວນ 900 ກິໂລແມັດມົນທົນ ນອກຝັ່ງ ໄນຈີເຣຍ


ຮູບຖ່າຍທາງອາກາດຂອງເຮືອເຈາະນໍ້າມັນທີ່ບໍ່ນໍ້າມັນ Bonga ປະມານ 120 ຫຼັກກິໂລແມັດຫ່າງຈາກນະຄອນ Lagos ໄປທາງທິດໃຕ້.
ຮູບຖ່າຍທາງອາກາດຂອງເຮືອເຈາະນໍ້າມັນທີ່ບໍ່ນໍ້າມັນ Bonga ປະມານ 120 ຫຼັກກິໂລແມັດຫ່າງຈາກນະຄອນ Lagos ໄປທາງທິດໃຕ້.

ກຸ່ມ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ​ກຸ່ມ​ນຶ່ງ​ກ່າວ​ວ່ານໍ້າມັນ​ຮົ່ວ​ຢູ່​ນອກ​ແຄມ​ຝັ່ງ​ທະ​ເລຂອງ​ໄນ​ຈີ​ເຣຍ
ໃນ​ສັບປະດາ​ແລ້ວອາດ​ຈະໄຫຼປົກ​ຄຸມໜ້າ​ນໍ້າ​ໃນ​ມະຫາ​ສະມຸດໃນພື້ນທີ່ຫຼາຍກວ່າ 900 ກິ​ໂລ​
ແມັດ​ມົນທົນ.

ກຸ່ມ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ SkyTruth ທີ່​ມີ​ສຳນັກງານ​ໃນ​ສະຫະລັດ​ກ່າວ​ວ່າ ​ໃນ​ການ​
ກະ​ປະມານ​ຈາກ​ຮູບ​ຖ່າຍ​ທາງ​ດາວ​ທຽມ​ ທີ່​ຕົນ​ໄດ້​ຮັບນັ້ນ​ແລ້ວ ການຮົ່ວ​ໄຫຼຂອງ​ນໍ້າມັນ​ທີ່​ວ່າ
ນີ້ມີ​ລວງ​ຍາວ​ເຖິງ 70 ຫຼັກກິ​ໂລ​ແມັດ​ແລະ​ບ່ອນ​ທີ່​ກວ້າງທີ່​ສຸດ​ແມ່ນ 17 ຫຼັກກິ​ໂລ​ແມັດ.

ບໍລິສັດ​ນໍ້າມັນ Shell ຂອງ​ໂຮ​ນລັງ​ໄດ້​ຄົ້ນພົບ​ການ​ຮົ່ວ​ໄຫຼຂອງ​ນໍ້າມັນ​ໃນ​ມື້ວັນ​ອັງຄານ​ຜ່ານ
ມາປະມານ 120 ຫຼັກກິ​ໂລ​ແມັດ​ຫ່າງ​ຈາກ​ແຄມ​ຝັ່ງ​ທະ​ເລ​ດ້ານ​ໃຕ້ຂອງ​ໄນ​ຈີ​ເຣຍ.

ບໍລິສັດ Shell ກະ​ປະມານ​ວ່າ ປະລິມານ​ນໍ້າມັນ​ທີ່​ຮົ່ວ ​ແມ່ນ​ມີ​ບໍ່​ຕໍ່າ​ກວ່າ 40000 ຖັງ​ແລະ
ກ່າວ​ວ່າ ການ​ຮົ່ວ​ໄຫຼທີ່​ວ່າ​ນີ້​ໄດ້​ຢຸດ​ເຊົາ​ແລ້ວ.

ອົງການ​ຕິດ​ຕາມ​ແລະຮັບ​ມື​ກັບ​ການ​ຮົ່ວໄຫຼຂອງ​ນໍ້າມັນ​ແຫ່ງ​ຊາດ​ໄນ​ຈີ​ເຣຍກ່າວ​ວ່າ ປະລິມານ
ນໍ້າມັນ​ທີ່​ທີ່​ໄຫຼລົງ​ໃສ່​ທະ​ເລນັ້ນແມ່ນ​ຄ້າຍຄື​ກັນ​ກັບ​ການ​ຮົ່ວ​ໄຫຼຄັ້ງ​ໃຫຍ່​ເທື່ອ​ແລ້ວ ທີ່​ບໍ່​ນໍ້າມັນ
ຂອງ​ບໍລິສັດ Mobil ​ໃນ​ປີ 1998.

ບໍລິສັດ Shell ກ່າ​ວວ່າ ການ​ຮົ່ວ​ໄຫຼ​ເກີດ​ຂຶ້ນ​ໃນ​ທໍ່​ສົ່ງ​ນໍ້າມັນ​ດິບ​ຈາກ​ເຮືອ​ທີ່​ຜະລິດ​ໄປ​ຍັງ​ເຮືອ
ບັນທຸກ​ນໍ້າມັນທີ່​ບໍ່​ນໍ້າມັນ Bonga.

ບໍ​ລິ​ສັດ Shell ​ເວົ້າວ່າ ຕົນ​ໄດ້​ສົ່ງ​ເຮືອບິ​ນ​ແລະ​ເຮືອ​ຫຼາຍໆ​ລຳ​ເພື່ອຕິດຕາມ​ແລະສີດ​ສານ​ເຄ
ມີ​ໃຫ້​ນໍ້າມັນ​ທີ່​ເປັນ​ແຜ່ນ​ແຕກ​ອອກ​ຈາກ​ກັນຊຶ່ງ​ໃນ​ເວລາ​ນີ້ກຳລັງ​ໄຫຼ​ເຂົ້າສູ່​ແຄມ​ຝັ່ງ​ນັ້ນ.

XS
SM
MD
LG