ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີຄົນໃໝ່ ຂອງໄນຈີເຣຍ ສາບານໂຕ ​ເຂົ້າຮັບ ຕຳແໜ່ງ


ປະທານາທິບໍດີຄົນໃໝ່ ຂອງໄນຈີເຣຍ ກວດແຖວທະຫານ ກອງກຽດຕິຍົດ ທີ່ນະຄອນຫລວງ Abuja (29 ພຶດສະພາ 2015)
ປະທານາທິບໍດີຄົນໃໝ່ ຂອງໄນຈີເຣຍ ກວດແຖວທະຫານ ກອງກຽດຕິຍົດ ທີ່ນະຄອນຫລວງ Abuja (29 ພຶດສະພາ 2015)

ປະທານາທິບໍດີຄົນໃໝ່ຂອງ ​ໄນ​ຈີ​ເຣຍ ທ່ານ Muhammadu
Buhari ​ເປັນ​ປະທານາທິບໍດີຄົນ​ທຳ​ອິດ ​ທີ່​ໄດ້​ເອົາຊະ​ນະ ປະ
ທານາທິບໍດີ​ທີ່​ຍັງ​ຢູ່​ໃນ​ຕຳ​ແໜ່​ງ ດ້ວຍການປ່ອນບັດ​ເລືອກ​ຕັ້ງ
​ໄດ້​ສາບານ​ໂຕ​ເຂົ້າຮັບຕຳ​ແໜ່​ງ ຢູ່​ໃນ​ພິທີ​ສະເຫຼີມ ສະຫຼອງ
ຢ່າງຍິ່ງໃຫຍ່ ທີ່ນະຄອນຫຼວງ Abuja.

ທ່ານ Buhari ​ໄດ້​ສາບານ​ໂຕ​ເຂົ້າຮັບຕຳແໜ່ງໃນ​ວັນ​ສຸກ​ມື້​ນີ້
ອ້ອມ​ລ້ອມ​ໄປ​ດ້ວຍ​ປ້າຍຄຳຂວັນ​ສີ​ຂຽວແລະ​ຂາວ​ ອັນ​ເປັນສີ​
ທຸງ​ຂອງໄນ​ຈີ​ເຣຍ. ພິທີນີ້​ໄດ້​ມີ​ປະມຸກຂອງຫລາຍ​ສິບ​ປະ​ເທດ
ເຂົ້າຮ່ວມ ແລະ ລັດຖະມົນ​ຕີ​ຕ່າງປະ​ເທດສະຫະ​ລັດ ທ່ານ
John Kerry ​ໄດ້​ນຳພາ​ຄະນະ​ຜູ້ຕາງໜ້າ​ຈາກສະຫະລັດໄປ
ຮ່ວມ.

ປະທານາທິບໍດີ ທີ່ພົ້ນຈາກຕຳແໜ່ງ ທ່ານ Goodluck Jonathan ກໍ​ໄດ້​ເຂົ້າ​ຮ່ວມໃນພິທີ
ໂດຍຫົວຍິ້ມ ​ແລະ​ນຸ່ງໃສ່ໝວກທີ່ເປັນສັນຍາ​ລັກ​ຂອງ​ທ່ານ ​ໃນ​ຂະ ນະ​ທີ່​ທ່ານ​ຢືນຢູ່​ຄຽງຂ້າງ
ຜູ້​ເຂົ້າຮັບ​ໜ້າ​ທີ່ແທນ​ທ່ານ ຫລັງ​ຈາກ​ສາບານ​ໂຕແລ້ວ.

​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Jonathan ​ໄດ້​ມອບເອກ​ກະສາ​ນ ປະທານາທິບໍດີ​ໃຫ້​ແກ່່ທ່ານ
Buhari ​ແລະພາທ່ານເລາະເບິ່ງບ້ານພັກປະ​ທາ​ນາ​ທິບໍດີ ເພື່ອເປັນ ​ສະ​ແດງ​ໃຫ້​ເຫັນເຖິງ
​ການ​ມອບໂອນ​ອຳນາດຢ່າງ​ສັນຕິ.

ທ່ານ Buhari ປະ​ເຊີນ​ໜ້າ​ກັບ​ບັນ​ຫາ​ທີ່​ສຳ​ຄັນ​ຕ່າງໆ ​ເຊັ່ນ​ວ່າ ອັດຕາຄົນ​ຫວ່າງ​ງານ​ສູງ
ການສໍ້ລາດ​ບັງ​ຫລວງ​ ​ແລະ​ການກໍ່ຄວາມ​ຮຸນ​ແຮງ​ຂອງກຸ່ມ Boko Haram ຢູ່​ໃນເຂດ​ພາກ
​ເໜືອ​ຂອງໄນ​ຈີ​ເຣຍ ຊຶ່ງ​ເປັນ​ບັນຫາທີ່ປະທານາທິບໍດີ Jonathan ບໍ່ສາມາດ​ແກ້​ໄຂ​ໄດ້ນັ້ນ.

Nigeria Inauguration
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG