ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງທັບ ໄນຈີເຣຍ ປະຕິຍານ ວ່າ ຈະທຳລາຍ ກຸ່ມໂບໂກ ຮາຣາມ ຂະນະທີ່ ການໂຈມຕີ ຍັງມີຢູ່ຕໍ່ໄປ


ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນເຝົ້າຍາມ ຈຸດເກີດເຫດ ຂອງລະເບີດແຕກ ຢູ່ຕະຫລາດ ຂາຍໂທລະສັບມືຖື ໃນເມືອງ Kano, ປະເທດໄນຈີເຣຍ. ວັນພຸດທີ 18 ພະຈິກ 2015.
ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນເຝົ້າຍາມ ຈຸດເກີດເຫດ ຂອງລະເບີດແຕກ ຢູ່ຕະຫລາດ ຂາຍໂທລະສັບມືຖື ໃນເມືອງ Kano, ປະເທດໄນຈີເຣຍ. ວັນພຸດທີ 18 ພະຈິກ 2015.

ກອງທັບໄນຈີເຣຍ ປະຕິຍານອີກເທື່ອນຶ່ງວ່າ ຈະທຳລາຍ ກຸ່ມ
ໂບໂກຮາຣາມ ພາຍໃນທ້າຍປີນີ້ ເຖິງແມ່ນວ່າ ກຸ່ມກໍ່ການຮ້າຍ
ຈະໄດ້ເປີດສາກໂຈມຕີ ທີ່ຮ້າຍແຮງເຖິງແກ່ຊີວິດ ອີກຄັ້ງນຶ່ງ
ໃນວັນອາທິດວານນີ້ ຢູ່ໃນພາກຕາເວັນອອກສຽງເໜືອຂອງ
ປະເທດ ທີ່ໄດ້ສັງຫານປະມານ 8 ຄົນ ໄປກໍຕາມ.

ມີລາຍງານວ່າ ຜູ້ວາງລະເບີດສະລະຊີບຄົນນຶ່ງ ອາດເປັນແມ່ຍິງ
ອາຍຸ 20 ປີ ໄດ້ບີບຂະນວນລະເບີດຂອງລາວ ໃຫ້ແຕກຂຶ້ນພາຍ
ໃນກຸ່ມຄົນທີ່ຖືກຍົກຍ້າຍຖິ່ນຖານ ພາຍໃນປະເທດນຳກັນ ສ່ວນ
ໃຫຍ່ເປັນພວກແມ່ຍິງ ແລະ ເດັກນ້ອຍ ໃນຂະນະທີ່ພວກເຂົາເຈົ້າ
ເດີນທາງໄປເຖິງໃນເມືອງ Maiduguri.

ພວກຄົນຈຳນວນນຶ່ງ ກວດເບິ່ງ ຄວາມເສຍຫາຍ ວັດມຸສລິມແຫ່ງນຶ່ງ ຫຼັງຈາກລະເບີດແຕກຂຶ້ນ ຢູ່ໃນເມືອງ Maiduguri, ປະເທດໄນຈີເຣຍ, ວັນທີ 23 ຕູລາ 2015. ຄາດກັນວ່າ ກຸ່ມ Boko Haram ແມ່ນຢູ່ເບື້ອງຫຼັງການວາງລະເບີດ.
ພວກຄົນຈຳນວນນຶ່ງ ກວດເບິ່ງ ຄວາມເສຍຫາຍ ວັດມຸສລິມແຫ່ງນຶ່ງ ຫຼັງຈາກລະເບີດແຕກຂຶ້ນ ຢູ່ໃນເມືອງ Maiduguri, ປະເທດໄນຈີເຣຍ, ວັນທີ 23 ຕູລາ 2015. ຄາດກັນວ່າ ກຸ່ມ Boko Haram ແມ່ນຢູ່ເບື້ອງຫຼັງການວາງລະເບີດ.

ໂຄສົກກອງທັບ ພັນເອກ Sani Kukasheka Usman ໄດ້ຊີ້ແຈງວ່າ ການໂຈມຕີ ບໍ່ໄດ້
ເກີດຂຶ້ນຢູ່ໃນເມືອງ Maidugur ແຕ່ເກີດຂຶ້ນຢູ່ນອກຂອງຕົວເມືອງ. ທ່ານກ່າວອີກວ່າ
ກອງທັບໄນຈີເຣຍ ພ້ອມກັບການຊ່ວຍເຫຼືອ ໂດຍພົນລະເມືອງ ພວມທຳງານທຸກມື້ທຸກຄືນ
ແຕ່ລະມື້ ເພື່ອຮັບປະກັນວ່າ ກຸ່ມໂບໂກຮາຣາມ ບໍ່ພຽງແຕ່ຊຸດໂຊມລົງເທົ່ານັ້ນ ແຕ່ຕ້ອງ
ຜາບແພ້ ກ່ອນທ້າຍປີນີ້ ດັ່ງຄຳຮຽກຮ້ອງ ຂອງປະທານາທິບໍດີ ໄນຈີເຣຍ ທ່ານ Muhammadu Buhari.

ພົນເອກ Usman ເວົ້າວ່າ “ມີຜູ້ຍິງວາງລະເບີດສະລະຊີບຄົນດຽວ ທີ່ ຖືກດັກໄວ້ໄດ້
ໂດຍກອງທະຫານ ຂອງພວກເຮົາ ແລະ ແນ່ນອນ ອົງການຄວາມປອດໄພອື່ນນຳດ້ວຍ
ຢູ່ທີ່ດ່ານກວດກາ ນອກຕົວເມືອງ Maiduguri. ສະນັ້ນ ມັນບໍ່ຖືກຕ້ອງ ທີ່ຜູູ້ໃດຜູ້ນຶ່ງ
ກ່າວວ່າ ມັນເກີດຂຶ້ນຢູ່ໃນເມືອງ Maiduguri.”

ພົນເອກ Usman ກ່າວຕໍ່ໄປວ່າ ຜູ້ວາງລະເບີດ ໄດ້ແຊກຊຶມເຂົ້າກັບ IDP ເພື່ອຈຸດປະສົງ
ສັງຫານໃຫ້ຫຼາຍຄົນເທົ່າທີ່ເປັນໄປໄດ້. ແຕ່ທ່ານກ່າວວ່າ ນາງຟ້າວບີບຂະນວນລະເບີດ
ຂອງຕົນ ຫຼັງຈາກທີ່ນາງຖືກກວດພົບ.

XS
SM
MD
LG