ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ໄນຈີເຣຍ ຮູ້ບ່ອນກັກຂັງ ພວກເດັກ​ຍິງ ທີ່ຖືກ ລັກພາຕົວ ແລ້ວ (ວີດີໂອ)


Nigeria Schoolgirls SOTVO
please wait

No media source currently available

0:00 0:00:48 0:00
ນາຍທະຫານ​ຊັ້ນ​ສູງຄົນນຶ່ງຂອງ​ໄນ​ເຈີ​ເຣຍ ກ່າວ​ວ່າ ທາງ​ກອງ
ທັບ​ຮູ້​ດີກ່ຽວກັບສະຖານ​ທີ່ ທີ່ພວກອິສລາມຫົວຮຸນແຮງ ກັກ​ຂັງ
​ພວກ​ນັກຮຽນເດັກນ້ອຍ​ແມ່​ຍິງ​ ຫຼາຍ​ກວ່າ 200 ຄົນ ທີ່ຖືກລັກ
ພາໂຕໄປນັ້ນ ຢູ່ໃສ ​ແຕ່​ກໍ​ກ່າວ​ວ່າ ມັນ​ຈະ​ເປັນ​ການ​ຍາກ ໃນ
​ການທີ່​ໃຊ້ກຳລັງ ບຸກເຂົ້າໄປ​ຊ່ອຍ ​ພວກ​ເຂົາ​ເຈົ້າໄດ້.

ຜູ້ບັນຊາການກອງທັບໄນຈີເຣຍ ພົນອາກາດໂທ Alex Badeh
​ໄດ້​ບອກ​ກັບນັກ​ຂ່າວ​ໃນ​ນະຄອນຫຼວງ Abuja ​ໃນ​ວັນ​ຈັນ​ວານ
​ນີ້​ວ່າ ການ​ປະຕິບັດງານທາງ​ທະຫານ​ອາດ​ຈະ​ເປັນ​ອັນຕະລາຍ
​ຕໍ່​ພວກເດັກນ້ອຍ​ນັກຮຽນ​ຍິງເຫຼົ່າ​ນີ້ “ພວກ​ເຮົາ​ບໍ່​ສາມາດ​ສັງຫານ​
ເດັກນ້ອຍ​ແມ່​ຍິງພວກ​ນີ້​ໄດ້​ດອກ ​ໃນ​ນາມ​ຂອງ​ການ​ທີ່​ຈະ​ຊ່ອຍ​ກູ້​ເອົາ​ພວກ​ເຂົາ​ເຈົ້າ​ຄືນ​ມາ.”


ນາຍພົນ Badeh ​ໄດ້​ກ່າວ​ວ່າ “ຂ່າວ​ດີ​ສຳລັບພວກ​ພໍ່​ແມ່​ເດັກນ້ອຍ​ເຫຼົ່ານີ້ ກໍ​ແມ່ນວ່າ
ພວກ​ເຮົາ​ຮູ້​ເຖິງ​ສະຖານ​ທີ່​ຂອງ​ພວກ​ເຂົາ​ເຈົ້າ​ແລ້ວ ​ແຕ່​ພວກ​ເຮົາ​ບອກ​ພວກ​ທ່ານ
​ບໍ່​ໄດ້.”


ນາຍພົນ Badeh ກ່າວ​ຕື່ມວ່າ “ພວກ​ເຮົາ​ແມ່ນ​ບໍ່​ສາມາດ​ບອກ​ພວກ​ທ່ານ​ໄດ້ ກ່ຽວ
ກັບຄວາມ​ລັບ​ທາງ​ທະຫານ ​ປ່ອຍໃຫ້​ພວກ​ເຮົາ​ປະຕິບັດ​ງານ​ຕາມ​ລຳພັງ​ເສຍ
ຄື​ພວກເຮົາກຳລັງ​ປະຕິບັດ​ງານ ​ແລະ​ກໍ​ຈະ​ຊ່ອຍ​ເອົາ​ພວກ​ເດັກນ້ອຍ​ແມ່ຍິງ
ເຫຼົ່ານີ້​ກັບ​ຄືນມາ.”


ນາຍພົນ Badeh ​ໃຫ້ຄວາມເຫັນດັ່ງກ່າວ ໃນຂະນະທີ່ພວກປະ​ທ້ວງ​ ພາກັນເດີນ
ຂະບວນ ໄປຍັງ​ກະຊວງປ້ອງ​ກັນ​ປະ​ເທດ​.

ພວກ​ເດັກນ້ອຍນັກຮຽນ​ແມ່​ຍິງ​ເຫຼົ່າ​ນີ້ ໄດ້​ຖືກ​ລັກ​ພາ​ຕົວ​ໄປ ​ໃນ​ກາງ​ເດືອນເມສາ ​ໃນ
ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ກຳລັງ​ສອບ​ເສັງ​ທີ່ໂຮງຮຽນ​ມັດ​ທະ​ຍົມ​ແຫ່ງນຶ່ງ ​ໃນ​ບ້ານ Chibok
ທີ່​ຫ່າງ​ໄກ​ສອກຫຼີກ​ນັ້ນ.

ກຸ່ມຫົວ​ຮຸນ​ແຮງອິສລາມ Boko Haram ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການລັກພາ​ຕົວ ຄັ້ງນີ້ ​ແລະ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຕ້ອງການ​ທີ່​ຈະ​ແລກປ່ຽນ​ພວກເດັກນ້​ອຍ​ແມ່ຍິງ​ເຫຼົ່ານີ້ ກັບ​ພວກ​ສະມາຊິກ​ຂອງ​ກຸ່ມຫົວຮຸນແຮງ ທີ່​ພວມ​ຕິດ​ຄຸກ​ຢູ່​ນັ້ນ.
XS
SM
MD
LG