ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄນຈີເຣຍ ກ່າວວ່າ ກອງທັບ ໄດ້ຂັບໄລ່ ການໂຈມຕີ ຂອງ ພວກຫົວຮຸນແຮງ


ກຸ່ມ Boko Haram
ກຸ່ມ Boko Haram

ກອງທັບໄນຈີເຣຍກ່າວວ່າ ຕົນໄດ້ຕ້ານຄືນ ການໂຈມຕີຂອງ
ພວກຫົວຮຸນແຮງ Boko Haram ຢູ່ນອກເມືອງຫຼວງຂອງລັດ
Borno ທາງພາກຕາເວັນອອກສຽງເໜືອ ຂອງປະເທດ ແລະ
ກ່າວວ່າ ຕົນໄດ້ສົ່ງກອງໜຸນ ໄປຍັງເມືອງດັ່ງກ່າວແລ້ວ.

ເຈົ້າໜ້າທີ່ທະຫານ ກ່າວວ່າ ພວກຫົວຮຸນແຮງອິສລາມໄດ້ເປີດ
ສາກໂຈມຕີເມືອງ Konduga ປະມານ 35 ຫຼັກກິໂລແມັດຫ່າງ
ຈາກເມືອງ Maiduguri ຊຶ່ງເປັນເມືອງຫຼວງຂອງລັດດັ່ງກ່າວໃນ
ວັນສຸກວານນີ້. ເຈົ້າໜ້າທີ່ເວົ້າວ່າພວກຫົວຮຸນແຮງໄດ້ຮັບບາດ
ເຈັບແລະລົ້ມຕາຍຈຳນວນນຶ່ງໃນລະຫວ່າງການສູ້ລົບຢ່າງໜັກ
ເປັນເວລາຫຼາຍໆຊົ່ວໂມງ.

ໃນເວລານີ້ ຍັງບໍ່ທັນໄດ້ຮັບການຢືນຢັນ ທີ່ເປັນອິດສະຫຼະເທື່ອ ກ່ຽວກັບການໂຈມຕີດັ່ງ ກ່າວນີ້.

ລັດ Borno ຂອງ ໄນຈີເຣຍ
ລັດ Borno ຂອງ ໄນຈີເຣຍ

ລັດຖະບານໄນຈີເຣຍໄດ້ຮັບການຕຳໜິຕິຕຽນ ທີ່ບໍ່ໄດ້ດຳເນີນ
ການຢ່າງພຽງພໍ ໃນການສູ້ລົບກັບພວກຫົວຮຸນແຮງ Bokoha-
ram ຊຶ່ງໄດ້ເຂົ້າຍຶດເອົາຫລາຍໆເມືອງໃນຢູ່ເຂດພາກຕາເວັນ ອອກສຽງເໜືອຂອງປະເທດໃນໄລຍະສອງສາມອາທິດທີ່ຜ່ານ
ມານີ້.

ພົນຕີ Chris Olukalade ໂຄສົກຂອງກອງທັບໄນຈີເຣຍກ່າວ
ຕໍ່ອີໂອເອວ່າ ໄດ້ມີຄຳສັ່ງໃຫ້ພວກທະຫານກອງທັບແຫ່ງຊາດຢູ່
ທີ່ເມືອງ Maiduguri ກຽມພ້ອມໃນລະດັບສູງຫລັງ ຈາກມີລາຍ
ງານວ່າ ພວກຫົວຮຸນແຮງອາດຈະບຸກໂຈມຕີເມືອງດັ່ງກ່າວ.

XS
SM
MD
LG