ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໄນຈີເຣຍ ເຖິງແກ່ ອະສັນຍະກຳ


ປະທານາທິບໍດີ ໄນຈິເຣຍ ທ່ານ UMARU YAR'ADUA ທີ່ໄດ້ເຖິງແກ່ ອະສັນຍະກຳ
ປະທານາທິບໍດີ ໄນຈິເຣຍ ທ່ານ UMARU YAR'ADUA ທີ່ໄດ້ເຖິງແກ່ ອະສັນຍະກຳ

ທ່ານກູດລັກ ໂຈນາທານ ຮັກສາການຕຳແໜ່ງຜູ້ນຳຂອງ ໄນຈີເຣຍ ໄດ້ສາບານໂຕ ເຂົ້າເປັນປະທານາທິບໍດີ ຂອງ ປະເທດ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກປະທານາທິບໍດີ UMARU YAR’ADUA ທີ່ຖືກເລືອກ ໂດຍປະຊາຊົນນັ້ນ ໄດ້ເຖິງແກ່ ອະສັນຍະກຳ ລຸນຫລັງ ທີ່ໄດ້ມີການປ່ວຍ ມາເປັນເວລາດົນນານ.

ທ່ານໂຈນາທານ ໄດ້ສາບານໂຕ ເຂົ້າຮັບຕຳແໜ່ງ ໃນຕອນ ເຊົ້າຂອງວັນພະຫັດມື້ນີ້ ໃນພິທີ ທີ່ມີການຖ່າຍທອດ ທາງໂທລະພາບ ຢູ່ທີ່ທຳນຽບ ຂອງປະທານາທິບໍດີ.

ໃນຄຳປາໄສສັ້ນໆນັ້ນ ທ່ານໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະປາບປາມ ການສໍ້ລາດບັງຫລວງ ຈະດຳເນີນງານ ເພື່ອໃຫ້ມີ ການເລືອກຕັ້ງ ທີ່ຍຸຕິທຳ ແລະດຳເນີນການ ເພື່ອໃຫ້ມີສັນຕິ ພາບ ໃນເຂດ ປາກແມ່ນຳໄນເຈີ.

ທ່ານ YAR’ADUA ໄດ້ເຖິງແກ່ ອະສັນຍະກຳ ໃນຕອນເດິກ ຂອງຄືນວັນພຸດວານນີ້ ທີ່ບ້ານພັກ ຂອງປະທານາທິບໍດີ ຮວມອາຍຸໄດ້ 58 ປີ.

ທ່ານ YAR’ADUA ໄດ້ລົ້ມປ່ວຍ ບໍ່ສາມາດເຮັດວຽກໄດ້ ມາແຕ່ ທ້າຍເດືອນພະຈິກ ປີກາຍ ແລະໄດ້ໄປຮັບການພະຍາບານໂຕເປັນເວລາ 3 ເດືອນ ທີ່ໂຮງໝໍຂອງຊາອຸດີ ອາຣາເບຍ ຍ້ອນເກີດການອັກເສບ ຢູ່ໃນກ້ອນຊີ້ນ ອ້ອມບໍລິເວນ ໝາກຫົວໃຈ.

ການລົ້ມປ່ວຍຂອງທ່ານ ໄດ້ກໍ່ໃຫ້ເກີດ ວິກິດການ ທາງດ້ານການເມືອງ ທີ່ມີຈຸດສຸດຍອດ ໃນເດືອນກຸມພາປີນີ້ ເວລາສະພາແຫ່ງຊາດ ຂອງໄນຈີເຣຍ ໄດ້ແຕ່ງຕັ້ງໃຫ້ ຮອງປະທາ ນາທິບໍດີ ໂຈນາທານ ຮັກສາການຊົ່ວຄາວ ຕຳແໜ່ງຜູ້ນຳ ຂອງປະເທດ.

ທ່ານ YAR’ADUA ໄດ້ເດີນທາງ ກັບຄືນໄປໄນຈີເຣຍ ໃນທ້າຍເດືອນກຸມພາ ແຕ່ບໍ່ມີໃຜ ເຫັນທ່ານ ປາກົດໂຕ ໃນທີ່ສາທາລະນະ ນັບແຕ່ນັ້ນມາ.

ທຳນຽບປະທານາທິບໍດີ ໄດ້ປະກາດ ໃນວັນພະຫັດມື້ນີ້ ໃຫ້ໄວ້ທຸກ ໃນທົ່ວປະເທດ ເປັນ ເວລາ 7 ມື້ ແລະກ່າວວ່າ ທ່ານ YAR’ADUA ຈະຖືກນຳໄປຝັງ ໃນຕອນແລງ ຂອງມື້ນັ້ນ.

XS
SM
MD
LG