ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄນຈີເຣຍ ຈັບ 3 ຄົນ ທີ່ສົງໄສ ພົວພັນກັບ ພວກກໍ່ການຮ້າຍ


Lagos, Nigeria map
Lagos, Nigeria map
ທາງ​ການ​ໄນ​ຈີ​ເຣຍ ​ໄດ້​ຈັບ​ກຸມ​ສາມ​ຄົນ​ທີ່​ຖືກ​ກ່າວ​ຫາ​ວ່າ​ມີ​ສ່ວນ​ພົວພັນ​ກັບກຸ່ມ​ປະຕິບັດ​ ການ​ກໍ່ການ​ຮ້າຍອິຣ່ານກຸ່ມ​ນຶ່ງ​ທີ່ເປັນ​ຜູ້​ວາງ​ແຜນ​ໂຈມ​ຕີ ທີ່​ຕັ້ງ​ຕ່າງໆ​ຂອງສະຫະລັດ ​ແລະ​ອີສຣາ​ແອລ ​ໃນ​ປະ​ເທດ​ໄນ​ຈີ​ເຣຍ.

ທ່ານ​ນາງ Marilyn Ogar ​ໂຄສົກ​ໜ່ວຍ​ບໍລິການ​ດ້ານ​ຄວາມ​ໝັ້ນຄົງ​ຂອງ ລັດ ​ໄດ້​ປະ ກາດ​ການ​ຈັບ​ກຸມ​ດັ່ງກ່າວ​ເມື່ອ​ວັນ​ພຸດ​ວານ​ນີ້ ຊຶ່ງໂຄສົກ​ເວົ້າ​ອີກ​ວ່າຂະນະ​ນີ້​ເຈົ້າໜ້າ​ທີ່​ກໍາລັງ​ຕິດຕາມ​ຈັບ​ກຸມ​ຜູ້​ຕ້ອງ​ສົງໄສ​ຄົນ​ທີ​ສີ່​ນັ້ນຢູ່​.

​ໂຄສົກ Ogar ​ເ​ວົ້າວ່າ ຫົວ​ໜ້າ​ກຸ່ມ​ຊື່ວ່າ Abdullahi Mustapha Berende ​ເປັນ​ສະ ມາຊິກ​ສາສະໜາ​ອິສລາມນິກາຍ Shi’ite ຜູ້​ທີ່​ບອກ​ເຈົ້າໜ້າ​ທີ່​ວ່າ ​ໃນ​ເບື້ອງ​ຕົ້ນ​ຕົນ​ໄດ້​ເດີນທາງ​ໄປ​ອິຣ່ານ​ໃນ​ປີ 2006 ​ເພື່ອ​ສຶກສາ​ຄໍາ​ສັ່ງສອນສາສະໜາ​ອີສລາມ​ນິກາຍ Shiite ທີ່​ມະຫາ​ວິທະຍາ​ໄລ​ແຫ່ງ​ນຶ່ງ.

​ໂຄ​ສົກ Ogar ​ເວົ້າຕື່ມ​ວ່າ ທ້າວ Berende ໃນ​ເວລາ​ຕໍ່​ມາ​ໄດ້ເກນ​ເອົາ​ຜູ້​ຕ້ອງ​ສົງໄສ​ອີກ​ສາມ​ຄົນມາ​ຮ່ວມ​ງານ ​ແລະ​ເວົ້າ​ວ່າກຸ່ມ​ດັ່ງກ່າວ​ແມ່ນ​ແນ​ເປົ້າໝາຍ​ໃສ່​ສະຖານ​ທີ່​ສໍາຄັນ ຕ່າງໆ​ໃນ​ນະຄອນ​ Lagos ປະ​ເທດ​ໄນ​ຈີ​ເຣຍ ນັ້ນ.

ໂຄສົກ Ogar ​ເວົ້າ​ອີກ​ວ່າ ກຸ່ມ​ກໍ່​ການ​ຮ້າຍ​ດັ່ງ​ກ່າວ​ຍັງໄດ້ວາງ​ແຜນ​ໂຈມ​ຕີ ​ເຈົ້າໜ້າ​ທີ່​ໄນ​ຈີ​ເຣຍອີກຫຼາຍໆ​ຄົນ. ທ້າວ Berende ຖືກ​ຈັບ​ກຸມ​ໃນ​ເດືອນ ທັນວາ​ປີຜ່ານມາ ​ແຕ່​ທາງ​ການ​ໄນຈີ​ເຣຍບໍ່​ໄດ້​ເປີດ​ເຜີຍ​ໃຫ້​ປະຊາຊົນຮູ້ ມາ ຈົນ​ເຖິງ​ວັນ​ພຸດ​ວາ​ນນີ້.
XS
SM
MD
LG