ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການວາງລະເບີດຢູ່ໄນຈີເຣຍ


ຄວັນກຸ້ມຂຶ້ນສູ່ທ້ອງຟ້າ ບໍ່ເທົ່າໃດວິນາທີ ຫຼັງຈາກລະເບີດລົດໄດ້ແຕກຂຶ້ນ ທີ່ນະຄອນຫຼວງ Abuja ຂອງໄນຈີເຣຍ (1 ຕຸລາ 2010)
ຄວັນກຸ້ມຂຶ້ນສູ່ທ້ອງຟ້າ ບໍ່ເທົ່າໃດວິນາທີ ຫຼັງຈາກລະເບີດລົດໄດ້ແຕກຂຶ້ນ ທີ່ນະຄອນຫຼວງ Abuja ຂອງໄນຈີເຣຍ (1 ຕຸລາ 2010)

ຕຳຫຼວດໄນຈີເຣຍກ່າວວ່າ ມີຜູ້ເສຍຊີວິດຢ່າງນ້ອຍ 8 ຄົນ ໃນເຫດລະເບີດລົດ 2 ຄັ້ງທີ່ແຕກຂຶ້ນໃກ້ໆກັບບ່ອນຈັດງານ ສະຫຼອງເອກກະລາດ ຂອງໄນຈີເຣຍ.

ເຫດລະເບີດທັງສອງ ໃນມື້ວັນສຸກວານນີ້ ເກີດຫ່າງກັນບໍ່ ເທົ່ານາທີ ຢູ່ນອກກະຊວງຍຸດຕິທຳຂອງໄນຈີເຣຍ ທີ່ໃຊ້ ເວລາຍ່າງປະມານ 10 ນາທີ ຫ່າງຈາກບ່ອນຈັດພິທີສະ ຫຼອງວັນເອກກະລາດ. ເປັນທີ່ປາກົດວ່າລະເບີດລູກທີ 2 ມີເປົ້າໝາຍແນໃສ່ພວກເຈົ້າໜ້າທີ່ກ່ຽວຂ້ອງທີ່ໄປກວດກາ ໃນການແຕກຂຶ້ນຂອງລະເບີດລູກທີ 1.

ຍັງມີລາຍງານຂ່າວທີ່ຂັດແຍ້ງກັນຢູ່ ກ່ຽວກັບລະເບີດແຕກ ລູກທີ 3 ທີ່ບໍລິເວນຈະຕຸລັດນົກອິນຊີ ບ່ອນທີ່ປະທານາທິ ບໍດີ Goodluck Jonathan ແລະປະຊາຊົນ ຈຳນວນ ຫຼາຍສິບພັນຄົນ ພາກັນສະເຫຼີມສະຫຼອງວັນເອກກະລາດ ຄົບຮອບ 50 ປີ ຂອງໄນຈີເຣຍ.

ເຫດລະເບີດທີ່ວ່ານີ້ ໄດ້ເກີດຂຶ້ນຫຼັງຈາກ ມີການຂູ່ວ່າຈະວາງລະເບີດ ໂດຍກຸ່ມຫົວຮຸນແຮງ ຂອງໄນຈີເຣຍ ຄືຂະບວນການປົດປ່ອຍ ເຂດສາມຫຼ່ຽມ ປາກແມ່ນໍ້າໄນເຈີ. ໃນຄຳເຕືອນມື້ ວານນີ້ ກຸ່ມຫົວຮຸນແຮງດັ່ງກ່າວເວົ້າວ່າ ໄນຈີເຣຍບໍ່ມີຫຍັງ ທີ່ມີຄຸນຄ່າພໍ ທີ່ຈະສະເຫຼີມສະ ຫຼອງ. ຄຳເຕືອນນີ້ເວົ້າວ່າ ດິນດອນແລະຊັບພະຍາກອນຂອງປະຊາຊົນ ໃນເຂດທີ່ອຸດົມສົມ ບູນໄປດ້ວຍນໍ້າມັນໃນບໍລິເວນສາມຫຼ່ຽມປາກແມ່ນໍ້າໄນເຈີ ໄດ້ຖືກລັກຂະໂມຍໄປຈາກພວກ ເຂົາເຈົ້າມາໄດ້ 50 ປີແລ້ວ.

ປະທານາທິບໍດີ Jonathan ກ່າວວ່າ ພວກທີ່ຮັບຜິດຊອບຈະຖືກລົງໂທດຢ່າງໜັກ ຍ້ອນ ອາຊະຍາກຳ ທີ່ຮ້າຍກາດຂອງພວກເຂົາ.

XS
SM
MD
LG