ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງໄປເຈຣະຈາທີ່ໄນຈີເຣຍ ເພື່ອຫາທາງປ່ອຍຕົວ ຊາວຝຣັ່ງແປດຄົນ (ວີດິໂອ)


ທ່ານ Laurent Fabius ລັດຖະມົນຕີຕ່າງປະເທດຝຣັ່ງ
ທ່ານ Laurent Fabius ລັດຖະມົນຕີຕ່າງປະເທດຝຣັ່ງ
ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ​ໄດ້​ທໍາ​ການ​ເຈລະຈາ​ໃນ​ປະ​ເທດ​ໄນ​ຈີ​ເຣຍ ​ແລະ​ແຄມ​ມາຣູນ ອັນ​ເປັນ​ພາກສ່ວນ​ຄວາມ​ພະຍາຍາມ​ຂອງ​ທ່ານ ​ເພື່ອໃຫ້​ມີ​ການປ່ອຍ​ຕົວ​ພົນລະ​ເມືອງຝຣັ່ງ​ແປດ​ຄົນ ​ໂຮມ​ທັງ​ຄອບ​ຄົວ​ນຶ່ງ​ທີ່​ມີ​ນໍາ​ກັນ​ເຈັດ​ຄົນ ທີ່ຖືກລັກ​ພາ​ຕົວ​ໄປ​ເມື່ອ​ນຶ່ງ​ເດືອນ​ຜ່ານ​ມາ.

ທ່ານ Laurent Fabius ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ​ເວົ້າ​ວ່າ ວິ​ສະວະ​ກອນ​ຊາວ​ຝຣັ່ງຄົນ​ນຶ່ງ​ ​ໄດ້​ຖືກ​ລັກ​ພາ​ຕົວ​ໄປ​ເຊັ່ນ​ກັນ ຢູ່​ໃນໄນ​ຈີ​ເຣຍ ​ໃນ​ເດືອນ​ທັນວາ​ປີຜ່ານມາ.

ທ່ານ Fabius ​ເວົ້າ​ຕໍ່​ພວກ​ນັກ​ຂ່າວ ລຸນຫຼັງຈາກ​ກອງ​ປະຊຸມ​ເມື່ອ​ວັນ​ເສົາວານ​ນີ້ ທີ່​ເມືອງ Abuja ກັບ​ ທ່ານ Goodluck Jonathan ປະທານາທິບໍດີ ​ໄນຈີ​ເຣຍ ວ່າ:

“​ແນ່ນອນ​ວ່າ ພວກ​ເຮົາ​ໄດ້​ໂອ້​ລົມ​ກັນກ່ຽວ​ກັບ​ບັນຫາ​ຕ່າງໆ​ທີ່​ມີ​ຜົນ​ປະ​ໂຫຍ​ດ
ຮ່ວມ​ກັນ ຍົກ​ຕົວຢ່າງ​ປະ​ເທດ​ມາລີ ​ແລະ​ແນ່​ນອນ​ພວກ​ເຮົາ​ກໍ​ໄດ້​ເວົ້າ​ກ່ຽວ​ກັບ
ພວກ​ຕົວ​ປະກັນ​ ​ເພາະວ່າ ​ດັ່ງ​ທີ່​ພວກ​ທ່ານ​ຮູ້​ດີ​ຫັ້ນຫຼະ ເຮົາ​ມີ​ຕົວ​ປະກັນ​ຊາວ
​ຝຣັ່ງ​ແປ​ດຄົນ​ ຢູ່​ໃນໄນ​ຈີ​ເຣຍ. ຂ້າພະ​ເຈົ້າຈະ​ຍຶດໝັ້ນ​ຢູ່​ໃນແນວທາງເກົ່າ​ທີ່​ໄດ້​
ດໍາ​ເນີນ​ຕະຫລອດ​ມາ ຄື​ແນວທາງ​ແຫ່ງ​ການ​ຕັດສິນໃຈ ​ແລະ​ການ​ໄກ່​ກອງ ​ແຕ່​ຂ້າພະ​ເຈົ້າຂໍ​ປະກາ​ດອີກ​ຄັ້ງ​ນຶ່ງວ່າ ພວກ​ເຮົາ​ຫວັງ​ຢ່າງ​ຍິ່ງວ່າ ​ພວກ​ຕົວ​ປະກັນ
ຊາ​ວຝຣັ່ງຈະ​ໄດ້​ຮັບ​ອິດສະຫຼະພາບ”.


ຝຣັ່ງເຈລະຈາໃນ ໄນຈີເຣຍ
please wait

No media source currently available

0:00 0:01:12 0:00
XS
SM
MD
LG