ເຈົ້າໜ້າທີ່ໄນຈິເຣຍກ່າວວ່າ ລະເບີດລູກນຶ່ງທີ່ແຕກຂຶ້ນໃນເມືອງ Kaduna ທາງພາກເໜືອ
ຂອງປະເທດ ໃນວັນອາທິດມື້ນີ້ ໄດ້ເຮັດໃຫ້ປະຊາຊົນຫຼາຍຄົນເສຍຊີວິດ.
ຜູ້ທີ່ເຫັນເຫດການເກີດຂຶ້ນຄົນນຶ່ງກ່າວວ່າ ລະເບີດໄດ້ແຕກຂຶ້ນໃນເຂດທຸລະກິດແຫ່ງນຶ່ງ
ໃກ້ໆກັບໂບດແຫ່ງນຶ່ງໃນຂະນະທີ່ປະຊາຊົນຫຼາຍຄົນພາກັນມຸ່ງໜ້າໄປທີ່ນັ້ນ ເພື່ອຮ່ວມ
ໃນພິທີທາງສາສະໜາສະຫລອງບຸນ Easter. ເວລານີ້ ຍັງບໍ່ທັນມີຜູ້ໃດອ້າງເອົາຄວາມ
ຮັບຜິດຊອບໃນການໂຈມຕີຄັ້ງນີ້ເທື່ອ.
ເຫດລະເບີດຄັ້ງນີ້ ໄດ້ມີຂຶ້ນຫຼັງຈາກມີການຕັກເຕືອນລ່ວງໜ້າມາແລ້ວ ຈາກບັນດານັກ
ການທູດຕ່າງປະເທດ ທີ່ວ່າອາດຈະມີການໂຈມຕີຕໍ່ພວກຊາວຄຣິສຕຽນ ໃນລະຫວ່າງ
ເທດສະການໃຫຍ່ໆທາງສາສະໜາປະຈໍາປີນັ້ນ.
ໄນຈີເຣຍເຄີຍປະສົບກັບການວາງລະເບີດ 4 ຄັ້ງ ໃນເທດສະການບຸນ ຄຣິສມາສໃນປີ
ແລ້ວນີ້ ທີ່ໄດ້ສັງຫານປະຊາຊົນຢ່າງໜ້ອຍ 44 ຄົນ ຮວມທັງຫຼາຍສິບຄົນໃນໂບດ
ກາໂຕລິກແຫ່ງນຶ່ງ ຢູ່ໃກ້ໆກັບນະຄອນຫຼວງ Abuja ນັ້ນ.
ກຸ່ມມຸສລິມຫົວຮຸນແຮງ Boko Haram
ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ອັນທີ່
ປາກົດວ່າ ເປັນການໂຈມຕີທີ່ມີການປະ
ສານງານກັນນັ້ນ.