ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະມານ 80 ຄົນ ໄດ້ເສຍຊີວິດ ໃນການປະທະກັນ ລະຫວ່າງ ຊົນເຜົ່າ ໄນຈີເຣຍ ທີ່ອາໄສຢູ່ ຮ່ວມກັນ


ແຜນທີ່ສ່ວນນຶ່ງ ຂອງທະວີບອາຟຣິກາ ສະແດງໃຫ້ເຫັນ ເມືອງໃຫຍ່ຕ່າງໆ ຂອງປະເທດ ໄນຈີເຣຍ
ແຜນທີ່ສ່ວນນຶ່ງ ຂອງທະວີບອາຟຣິກາ ສະແດງໃຫ້ເຫັນ ເມືອງໃຫຍ່ຕ່າງໆ ຂອງປະເທດ ໄນຈີເຣຍ

ກະປະມານວ່າ ມີ 80 ຄົນໄດ້ເສຍຊີວິດ ໃນຄວາມຮຸນແຮງຢູ່ປະເທດໄນຈີເຣຍ ນັບແຕ່
ວັນທີ 31 ທັນວາເປັນຕົ້ນມາ ອີງຕາມຄຳເວົ້າຂອງຕຳຫຼວດແລະເຈົ້າໜ້າທີ່ໃນວັນ
ອັງຄານວານນີ້.

ການປະທະກັນ ສ່ວນໃຫຍ່ແລ້ວ ແມ່ນລະຫວ່າງພວກຄົນລ້ຽງສັດ ຊຶ່ງເປັນຊາວ ມຸສລິມ
ແລະພວກກະສິກອນທີ່ເປັນຊາວຄຣິສຕຽນ ກ່ຽວກັບການນຳໃຊ້ດິນ ຢູ່ໃນບາງເຂດ
ທາງພາກກາງຂອງໄນຈີເຣຍຊຶ່ງເປັນເຂດທີ່ຫຼາກຫຼາຍທີ່ສຸດຂອງປະເທດນັ້ນ.

ໃນວັນອັງຄານວານນີ້ ປະທານາທິບໍດີ ມູຮຳມາດູ ບູຮາຣີ ໄດ້ສັ່ງໃຫ້ສົ່ງກຳລັງຕຳຫຼວດ
ຕື່ມຂຶ້ນ ໄປຍັງລັດເບນູ ອີງຕາມລາຍງານຂອງອົງການຂ່າວຝຣັ່ງ.

ການປະທະກັນແບບນີ້ ຍັງໄດ້ເກີດຂຶ້ນ ໃນທົ່ວບັນດາລັດຢູ່ພາກກາງຂອງປະເທດ
ຊຶ່ງໄດ້ກໍ່ໃຫ້ເກີດມີການຂັດແຍ້ງລະຫວ່າງຊົນຊາດຊົນເຜົ່າ ແລະການນັບຖືສາສະໜາ
ແລະ ເປັນການທ້າທາຍ ຕໍ່ການໃຫ້ຄຳໝັ້ນສັນຍາຂອງທ່ານບູຮາຣີ ທີ່ຈະນຳເອົາຄວາມ
ໝັ້ນຄົງ ແລະ ສະຖຽນລະພາບມາສູ່ປະເທດດັ່ງກ່າວ ​ຊຶ່ງເປັນຈຸດໃຫຍ່ໃຈຄວາມ ໃນ
ການໂຄສະນາຫາສຽງຂອງທ່ານ ໃນປີ 2015.

ໃນເດືອນພະຈິກ ປີກາຍນີ້ ມີສະມາຊິກຢ່າງໜ້ອຍ 30 ຄົນ ຂອງປະຊາຄົມລ້ຽງສັດ
ຮວມທັງພວກເດັກນ້ອຍຈຳນວນນຶ່ງ ​ໄດ້ເສຍຊີວິດ ໃນການປະທະກັນຢູ່ທີ່ ລັດ
ອາດາມາວາ​ ທາງພາກຕາເວັນອອກສຽງເໜືອຂອງປະເທດໄນຈີເຣຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG