ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນໄນຈີເຣຍ ໄປປ່ອນບັດເລືອກຕັ້ງ ສະພາແຫ່ງຊາດ


ຊາວໄນຈີເຣຍ ເຂົ້າແຖວປ່ອນບັດ ເລືອກຕັ້ງສະພາແຫ່ງຊາດ (9 ເມສາ 2011)
ຊາວໄນຈີເຣຍ ເຂົ້າແຖວປ່ອນບັດ ເລືອກຕັ້ງສະພາແຫ່ງຊາດ (9 ເມສາ 2011)

ປະຊາຊົນໄນຈີເຣຍ ພວມພາກັນໄປປ່ອນບັດເລືອກຕັ້ງ
ສະພາແຫ່ງຊາດຊຸດໃໝ່ໃນວັນເສົາມື້ນີ້ ຖ້າມກາງການ
ຮັກສາຄວາມປອດໄພຢ່າງເຄັ່ງຄັດລຸນຫຼັງທີ່ໄດ້ເກີດເຫດ
ລະເບີດທີ່ສຳນັກງານຄະນະກຳມະການເລືອກຕັ້ງ.

ເຫດລະເບີດ ທີ່ສຳນັກງານຄະນະກຳມະການເລືອກຕັ້ງ
ແຫ່ງຊາດທີ່ເປັນອິດສະຫຼະໃນຕອນແລງຂອງມື້ວັນສຸກ
ວານນີ້ໃກ້ໆນະຄອນຫຼວງອາບູຈານັ້ນ ເຮັດໃຫ້ມີຜູ້ເສຍ
ຊີວິດຢ່າງນ້ອຍ 8 ຄົນ.

ນອກນັ້ນຍັງມີຜູ້ໄດ້ຮັບບາດເຈັບອີກຫຼາຍໆຄົນໃນເຫດ
ລະເບີດທີ່ເມືອງ Suleja. ອົງການຂ່າວຝຣັ່ງລາຍງານ
ວ່າ ການປ່ອນບັດທີ່ເມືອງ Suleja ໄດ້ຖືກເລື່ອນເວລາ
ອອກໄປ.

ໄນຈີເຣຍໄດ້ເລື່ອນເວລາໃນການເລືອກຕັ້ງສະພາແຫ່ງຊາດມາແລ້ວ 2 ເທື່ອ. ການປ່ອນບັດ
ໃນສັບປະດາແລ້ວໄດ້ຖືກຍົກເລີກຍ້ອນອຸບປະກອນແລະເອກກະສານໃນການປ່ອນບໍ່ມີພຽງ
ພໍ.

ທີ່ລັດ Borno ຕຳຫຼວດເວົ້າວ່າ ມືປືນໄດ້ຍິງສັງຫານ 4 ຄົນໃນຕອນແລງຂອງມື້ວານນີ້ຂະ
ນະທີ່ພວກເຂົາເຈົ້າ ພວມກະກຽມແຈກຢາຍອຸບປະກອນ ແລະເອກກະສານກ່ຽວກັບການ
ປ່ອນບັດ. ຕຳຫຼວດເວົ້າວ່າ ນຶ່ງໃນພວກທີ່ເສຍຊີວິດແມ່ນເຈົ້າໜ້າທີ່ຂອງພັກປະຊາທິປະໄຕ
ປະຊາຊົນ ຊຶ່ງເປັນພັກລັດຖະບານປົກຄອງປະເທດໄນຈີເຣຍຢູ່ໃນເວລານີ້.

ໄນຈີເຣຍໄດ້ເພີ່ມມາດຕະການຮັກສາຄວາມປອດໄພກ່ອນການປ່ອນບັດໃນວັນເສົາມື້ນີ້ໂດຍ
ທີ່ກະຊວງພາຍໃນ ໄດ້ສັ່ງໃຫ້ອັດດ່ານຂ້າມຊາຍແດນທາງບົກ ຂອງປະເທດທັງໝົດ ຂະນະທີ່
ຕຳຫຼວດໄດ້ສົ່ງກຳລັງເພີ່ມຕື່ມອອກໄປລາດຕະເວນຢູ່ຕາມຖະໜົນຫົນທາງແລະເລີ້ມກວດ
ກາຍວດຍານພາຫະນະ ທີ່ສັນຈອນໄປມາ. ນອກນັ້ນ ພວກທະຫານຍັງໄດ້ພາກັນຍາມ ຢູ່
ຕາມໜ່ວຍປ່ອນບັດຕ່າງໆ.

ໃນມື້ວັນພະຫັດຜ່ານມານີ້ຄະນະກຳມະການເລືອກຕັ້ງກ່າວວ່າ ບັດທີ່ຈະປ່ອນຍັງມີການ
ຂາດແຄນ ຢູ່ໃນບາງເຂດ ດັ່ງນັ້ນການປ່ອນບັດ ຈະບໍ່ມີຂຶ້ນຢູ່ໃນປະມານ 15% ຂອງເຂດ
ເລືອກຕັ້ງຢູ່ໃນໄນຈີເຣຍ. ປະທານຄະນະກຳມະການເລືອກຕັ້ງບໍ່ໄດ້ແຈ້ງໃຫ້ຊາບວ່າ ເວລາ
ໃດການປ່ອນບັດຢູ່ໃນເຂດເຫຼົ່ານີ້ຈຶ່ງຈະມີຂຶ້ນ.

ມີກຳນົດວ່າ ໄນຈີເຣຍຈະຈັດການເລືອກຕັ້ງປະທານາທິບໍດີ ໃນວັນທີ 16 ເດືອນນີ້ ແລະ
ການເລືອກຕັ້ງລະດັບລັດຈະມີຂຶ້ນວັນທີ 26 ຂອງເດືອນນີ້ຄືກັນ.

XS
SM
MD
LG