ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວໄນຈີເຣຍ ປ່ອນບັດເລືອກຕັ້ງ ປະທານາທິບໍດີ


ເຈົ້າໜ້າທີ່ເລືອກຕັ້ງ ພວມກວດເບິ່ງລາຍຊື່ຜູ້ມີສິດປ່ອນບັດ ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນເມືອງ Daura (16 ເມສາ 2011)
ເຈົ້າໜ້າທີ່ເລືອກຕັ້ງ ພວມກວດເບິ່ງລາຍຊື່ຜູ້ມີສິດປ່ອນບັດ ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນເມືອງ Daura (16 ເມສາ 2011)

ປະຊາຊົນຊາວໄນຈີເຣຍພວມພາກັນໄປປ່ອນບັດໃນວັນ
ເສົາມື້ນີ້ໃນການເລືອກຕັ້ງ ທີ່ຄາດກັນວ່າປະທານາທິບໍດີ
Goodluck Jonathan ຈະເປັນຜູ້ໄດ້ຮັບໄຊຊະນະນັ້ນ.

ມີການຮັກສາຄວາມປອດໄພຢ່າງເຄັ່ງຄັດ ຢູ່ຕາມໜ່ວຍ
ປ່ອນບັດແຫ່ງຕ່າງໆ ຢູ່ໃນທົ່ວປະເທດ. ມີເຫດລະເບີດ
ເກີດຂຶ້ນ 2 ຄັ້ງທີ່ເມືອງ Maiduguri ໃນພາກຕາເວັນ
ອອກສຽງເໜືອຂອງປະເທດ ໃນຕອນເຊົ້າຂອງວັນເສົາ
ມື້ນີ້ຊຶ່ງໄດ້ພາໃຫ້ມີຄວາມວິຕົກກັງວົນເພີ່ມຂຶ້ນ ແຕ່ບໍ່ໄດ້
ເຮັດໃຫ້ມີຜູ້ບາດເຈັບລົ້ມຕາຍ.

ທ່ານ Jonathan ມີຄູ່ແຂ່ງທີ່ສຳຄັນ 2 ຄົນທີ່ບໍ່ສາມາດ
ຈັດຕັ້ງການເປັນພັນທະມິດໃນການດຳເນີນຄວາມພະ
ຍາຍາມໃນນາທີສຸດທ້າຍ ເພື່ອບັງຄັບໃຫ້ມີການເລືອກ
ຕັ້ງທີ່ມີແຕ່ 2 ຄົນ ລົງແຂ່ງຂັນນັ້ນ.

ຄູ່ແຂ່ງທີ່ສຳຄັນສຸດຂອງປະທານາທິບໍດີ Jonathan
ກໍຄືອະດີດນາຍທະຫານທີ່ເຄີຍປົກຄອງປະເທດມາກ່ອນທ່ານ Muhammadu Buhari ຕິດຕາມໂດຍທ່ານ Nuhu Ribadu ອະດີດຫົວໜ້າຕໍ່ຕ້ານການສໍ້ລາດບັງຫຼວງ.

ທ່ານ Jonathan ໃຫ້ຄຳໝັ້ນສັນຍາວ່າ ຈະປັບປຸງເສດຖະກິດ ສຸກຂະອະນາໄມ ແລະ
ການສຶກສາໃຫ້ດີຂຶ້ນ ໃນປະເທດທີ່ອຸດົມສົມບູນໄປດ້ວຍນໍ້າມັນ.

ທ່ານ Buhari ປະກາດວ່າ ຈະສະສາງລ້າງສ່ວຍການສໍ້ລາດບັງຫຼວງ ແລະລົງທຶນໃນໂຄງ
ລ່າງພື້ນຖານຂອງໄນຈີເຣຍ ຂະນະທີ່ທ່ານ Ribadu ເວົ້າວ່າ ບຸລິມມະສິດຫຼືເລື່ອງທີ່ຮີບ
ດ່ວນສຸດ ສຳລັບທ່ານກໍຄື ເຮັດໃຫ້ປະຊາຊົນທຳມະດາສາມັນ ຊາວໄນຈີເຣຍພົ້ນຈາກສະ
ພາບຄວາມທຸກຍາກ.

ໃນລະຫວ່າງທີ່ມີການປ່ອນບັດນີ້ ພວກເຈົ້າໜ້າທີ່ໄດ້ປິດຊາຍແດນຂອງປະເທດ.

ເຈົ້າໜ້າທີ່ເລືອກຕັ້ງກ່າວວ່າ ໄນຈີເຣຍໄດ້ກະກຽມການປ່ອນບັດເລືອກຕັ້ງປະທານາທິບໍ
ດີໃນວັນເສົາມື້ນີ້ ຫຼັງຈາກໄດ້ມີການຊັກຊ້າໃນການເລືອກຕັ້ງທີ່ສຳຄັນໃນເດືອນນີ້ ຍ້ອນ
ບັນຫາທາງດ້ານພະລາທິການຫຼືການຈັດສົ່ງອຸບປະກອນກ່ຽວກັບການເລືອກຕັ້ງ ແລະ
ການຂາດແຄນບັດສຳລັບປ່ອນ

XS
SM
MD
LG