ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ກຳ​ລັງ ດຳ​ເນີນ​ການ ​ນັບ​ຄະ​ແນນ​ສຽງ ໃນ​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ ໄນ​ຈີ​ເຣຍ


ແມ່​ຍິງ​ຄົນ​ນຶ່ງ​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ລາວ ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ສະ​ພາ​ແຫ່ງ​ຊາດ, ເມືອງ ດາ​ມີ​ລູ ໂຢ​ລາ, ໄນ​ຈີ​ເຣຍ. 23 ກຸມ​ພາ, 2019.
ແມ່​ຍິງ​ຄົນ​ນຶ່ງ​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ລາວ ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ສະ​ພາ​ແຫ່ງ​ຊາດ, ເມືອງ ດາ​ມີ​ລູ ໂຢ​ລາ, ໄນ​ຈີ​ເຣຍ. 23 ກຸມ​ພາ, 2019.

ການ​ນັບ​ຄະ​ແນນ​ສຽ​ງ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ເສົາ​ວານນີ້ ສຳ​ລັບ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ
ບໍດີທີ່ມີການແຂ່ງຂັນກັນຢ່າງດຸເດືອດ ເຊິ່ງຖືກຂັດຂວາງໂດຍຄວາມຮຸນແຮງຢ່າງຫຼວງ
ຫຼາຍໃນພາກຕາເວັນອອກສຽງເໜືອ ແລະ ພາກໃຕ້ຂອງປະເທດທີ່ອຸດົມສົມບູນໄປ
ດ້ວຍນ້ຳມັນນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ ມູ​ນຳ​ມາ​ດູ ບູ​ຮາ​ຣີ ກໍ​ແມ່ນ​ນຶ່ງ​ໃນ​ຜູ້​ທີ່​ມີສິດ​ປ່ອນ​ບັດ​ຂອງ​ປະ​ເທດຫຼາຍ
ກວ່າ 72 ລ້ານຄົນ ທີ່ໄດ້ປ່ອນບັດເລືອກຕັ້ງໃນເມືອງ ດາວຣາ ເຊິ່ງເປັນບ້ານເກີດຂອງ
ເພິ່ນ ເມື່ອສະຖານທີ່ປ່ອນບັດໄດ້ໄຂຂຶ້ນໃນວັນເສົາວານນີ້ ສຳລັບການເລືອກຕັ້ງຂອງ
ປະເທດທີ່ຖືກເລື່ອນເວລາອອກໄປ.

ພຽງ​ບໍ່​ເທົ່າ​ໃດ​ວັນ​ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ໄດ້​ເລີ່ມ​ຂຶ້ຶ້ນ, ກໍ​ໄດ້​ຍິນ​ສຽງ​ລະ​ເບີ​ດ​ດັງ​ຂຶ້ນ​
ໃນເມືອງ ໄມດູກູຣີ ທາງພາກຕາເວັນອອກສຽງເໜືອຂອງ ໄນຈີເຣຍ, ເຊິ່ງແມ່ນເມືອງ
ຫຼວງຂອງລັດ ບໍໂນ. ຫຼັງຈະໄດ້ປະຕິເສດການໂຈມຕີໃນຕອນທຳອິດນັ້ນ, ກອງກຳລັງ
ຮັກສາຄວາມປອດໄພ ໄນຈີເຣຍ ໄດ້ຢືນຢັນວ່າ ພວກຕໍ່ຕ້ານລັດຖະບານ ໂບໂກ ຮາ
ຣາມ ໄດ້ພະຍາຍາມທີ່ຈະບຸກເຂົ້າໄປໃນເມືອງຫຼວງ ດ້ວຍການຍິງປືນໃຫຍ່ໃສ່.

ຕຳຫຼວດ​ລັດ ບໍ​ໂນ ໄດ້​ກ່າວ​ຕື່ມ​ວ່າ “ລູກ​ສອນ​ໄຟ​ບາງ​ລູກ​ໄດ້​ຕົກ​ລົງ​ໃສ່​ສະ​ຖານ​ທີ່ໆ​ມີ
ຄວາມສ່ຽງຫຼາຍແຫ່ງ” ແຕ່ບໍ່ມີໃຜໄດ້ເສຍຊີວິດ ແລະ ພວກຕໍ່ຕ້ານລັດຖະບານກໍໄດ້
ຖອນຕົວອອກໄປ. ແຫຼ່ງຂ່າວການຮັກສາຄວາມປອດໄພອື່ນໆໄດ້ກ່າວວ່າ ທະຫານ
ຄົນນຶ່ງໄດ້ເສຍຊີວິດ ແລະ 4 ຄົນໄດ້ຮັບບາດເຈັບ.

ໃນ​ເມືອງ ໄກ​ດາມ ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ​ນັ້ນ, ປ້ອມ​ທະ​ຫານ​
ໄດ້ຖືກໂຈມຕີກ່ອນການລົງຄະແນນສຽງໄດ້ເລີ່ມຂຶ້ນ. ໂຄສົກກອງທັບ ພັນເອກ ມູຊາ
ຊາເກຍ ໄດ້ກ່າວວ່າບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ແລະ ປະຊາຊົນໃນຂົງເຂດ
ດັ່ງກ່າວ ໄດ້ຮັບອະນຸຍາດໃຫ້ລົງຄະແນນສຽງຫຼັງຈາກໄດ້ກັບຄືນສູ່ຄວາມສະຫງົບ.

ເຖິງ​ແມ່ນ​ຈະ​ມີ​ເຫດ​ການ​ດັ່ງ​ກ່າວນີ້ ແລະ ລາຍ​ງານ​ອື່ນໆ​ກ່ຽວ​ກັບ ຄວາມ​ຮຸນ​ແຮງ​ບາງ
ຄັ້ງຄາວກໍ​ຕາມ, ມັນກໍປາກົດວ່າບໍ່ໄດ້ມີການກໍ່ກວນຫຼາຍປານໃດໃນທົ່ວປະເທດທີ່ຕັ້ງຢູ່
ກ້ຳຕາເວັນຕົກຂອງ ອາຟຣິການັ້ນ. ແນວໃດກໍຕາມ, ສະຖານທີ່ເລືອກຕັ້ງບາງແຫ່ງ,
ແມ່ນໄດ້ເປີດຊ້າຫຼາຍໃນວັນດັ່ງກ່າວ ເຊິ່ງການລົງຄະແນນສຽງໃນຂົງເຂດທີ່ໄດ້ຮັບ
ຜົນກະທົບນັ້ນ ອາດຖືກຕໍ່ເວລາອອກໄປຮອດວັນອາທິດມື້ນີ້. ຊົ່ວເມືອງສຳລັບການ
ລົງຄະແນນສຽງຍັງໄດ້ຖືກຕໍ່ອອກໄປ ໃນບາງຂົງເຂດໃນວັນເສົາວານນີ້ ຍ້ອນເຄື່ອງ
ຈັກປ່ອນບັດເກີດມີບັນຫາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG